Select your language

ສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ - ການສອນ ພາສາຈີນຂອງຊ່ຽວຊານ ແລະ ອາສາສະໝັກທີ່ສອນພາສາຈີນ ທົ່ວປະເທດ ຄັ້ງທີ 15 ຂຶ້ນ ໃນວັນທີ 24 ມີນາ 2023 ຜ່ານມາ ທີ່ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ( ມຊ ), ໃນພິທີມີ ທ່ານ ຫຼົວໝິງ (LUO MING) ຜູ້ອຳນວຍການສະຖາບັນຂົງຈື ຝ່າຍຈີນ, ທ່ານ WEI YANXIONG ຜູ້ຊ່ວຍສະຖານທູດຈີນ ປະຈຳ ສປປ ລາວ, ທ່ານ ນາງ ມະນີສຸກ ຈຽມສີສຸລາດ ຮອງຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວ, ມີຜູ້ຕາງໜ້າຊ່ຽວຊານຈີນ, ອາສາສະໝັກ ສອນພາສາຈີນ ຈາກບັນດາໂຮງຮຽນທີ່ສອນພາສາຈີນຕ່າງໆ ເຂົ້າຮ່ວມ.

       ທ່ານ DU CHANGQING ຫົວໜ້າຫ້ອງການເມືອງສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພຶ່ອໃຫ້ຄູ - ອາຈານລາວ ແລະ ຄູ - ອາຈານຈີນ ທີ່ສອນພາສາຈີນ ຢູ່ໃນປະເທດລາວ ມີການພັດທະນາດ້ານຄວາມຮູ້ກ່ຽວກັບພາສາຈີນ, ມີວິທີໃນການສິດສອນນ້ອງນັກຮຽນໃຫ້ເຂົ້າໃຈງ່າຍ, ມີການແລກປ່ຽນວັດທະນະທໍາລາວ - ຈີນ, ຮູ້ນໍາໃຊ້ວິທີການສິດສອນພາສາຈີນ, ວິທີການແຕ່ງບົດສອນ, ການອອກແບບດ້ວຍ Microsoft power point, ການຂຽນປື້ມຕໍາລາຮຽນຕ່າງໆໃຫ້ເທດເໝາະກັບນັກສຶກສາລາວ ທີ່ຢາກຮຽນພາສາຈີນ ແລະເປັນການໃຫ້ໂອກາດແກ່ ອາຈານ ຝ່າຍລາວ - ຈີນ ໄດ້ສົນທະນາ-ແລກປ່ຽນປະສົບການໆສອນພາສາຈີນ ໃຫ້ທຸກທ່ານຮັບຮູ້ ແລະ ນໍາເອົາໄປໝູນໃຊ້ເຂົ້າໃນວິທີການສິດສອນຕົວຈິງຂອງຕົນ; ເຊື່ອວ່າໃນຕໍ່ໜ້າ, ອາຈານທີ່ສອນພາສາຈີນ ໝົດທຸກຄົນຈະໄດ້ສືບຕໍ່ເອົາໃຈໃສ່ໃນການສົ່ງເສີມນັກຮຽນ ຜູ້ທີ່ຮຽນພາສາຈີນ, ຜູ້ທີ່ມີພອນສະຫວັນໄດ້ຊອກຮູ້ຮໍ່າຮຽນ ໃຫ້ກາຍເປັນນາຍແປພາສາໃນລະດັບສູງ ເພື່ອມາຮັບໃຊ້ໃນໜ້າທີ່ວິຊາສະເພາະຂອງຕົນກໍຄືຮັບໃຊ້ປະເທດຊາດ, ທັງເປັນຂົວຕໍ່ທາງດ້ານການສຶກສາພາສາຈີນ ແລະວັດທະນະທໍາລາວ-ຈີນ

       ທ່ານ DU CHANGQING ເວົ້າຕື່ມວ່າ: ປະເທດລາວ ແລະປະເທດຈີນ ເປັນປະເທດທີ່ມີວັດທະນະທໍາອັນດີງາມທີ່ຄ້າຍຄືກັນຂໍໃຫ້ອາຈານທີ່ສອນພາສາຈີນ ທຸກຄົນຈົ່ງເອົາໃຈ ແລະຖືໂອກາດນີ້ເປັນການພັດທະນາການສິດສອນໃຫ້ນັກຮຽນຂອງຕົນເອງກາຍເປັນເວທີພາສາຈີນທີ່ໄດ້ມາດຕະຖານ.

       ທ່ານ ຫຼົວໝິງ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ສາມາດເຫັນໄດ້ວ່າ ການຮຽນ - ການສອນພາສາຈີນໃຫ້ນັກຮຽນ, ນັກສຶກສາມີຄວາມໝາຍ-ຄວາມສໍາຄັນຫຼາຍ, ຫວັງວ່າຈະເຮັດໃຫ້ອາຈານສອນທຸກຄົນນໍາເອົາໄປພັດທະນາການສອນຂອງຕົນເອງໃຫ້ກາຍເປັນ ອາຈານຜູ້ທີ່ສອນດີ, ສອນເກັ່ງ, ສົ່ງເສີມການສຶກສາ ແລະວັດທະນາທໍາລາວ-ຈີນ. ເພື່ອເຮັດໃຫ້ການຮ່ວມມືດ້ານການສຶກສາ ແລະ ວັດທະນະທໍາ ຂອງສອງປະເທດລາວ-ຈີນ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ພາບບັນຍາກາດ