Select your language

 ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ມີນາ 2023 ທີ່ຫ້ອງປະຊຸມ ໂຮງແຮມລາວພຣາຊ່າ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ Niall Leonard ທີ່ປຶກສາຂອງຄະນະສະຫະພາບເອີຣົບປະຈຳ ສປປ ລາວ, ທ່ານ ປອ. ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະກີລາ, ພ້ອມດ້ວຍຜູ້ຕາງໜ້າຈາກສະມາຊິກໂຄງການ OPEN ຈາກປະເທດຟີລິບປິນ, ຕົວແທນຄະນະນຳຈາກ 5 ມະຫາວິທະຍາໄລ ຂອງລາວ, ພະນັກງານ, ຄູ-ອາຈານ ຂອງໂຄງການເຂົ້າຮ່ວມ.

       ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ໄດ້ກ່າວໃນໂອກາດເປີດພິທີວ່າ: ໃນໄລຍະຜ່ານມາໂຄງການ “OPEN” ມີບົດບາດສຳຄັນໃນການສົ່ງເສີມຄວາມເປັນສາກົນ ແລະເພີ່ມຂີດຄວາມສາມາດດ້ານການສຶກສາຂອງມະຫາວິທະຍາໄລ ໃນ ສປປ ລາວ, ໂດຍຜ່ານການຮ່ວມມືກັບມະຫາວິທະຍາໄລຕ່າງໆໃນສະຫະພາບເອີຣົບ ເພື່ອຍົກສູງຄວາມຮູ້-ຄວາມສາມາດຂອງພະນັກງານ, ຄູ-ອາຈານ ໂດຍຜ່ານການຮ່ວມມືທີ່ຫຼາກຫຼາຍ, ການແລກປ່ຽນແນວຄວາມຄິດເພື່ອເປີດມຸມມອງໃໝ່ໃນວຽກງານສຶກສາໃຫ້ເລິກເຊິ່ງຍິ່ງຂຶ້ນພາຍໃນເຄື່ອຂ່າຍຂອງໂຄງການ. ໂຄງການ “OPEN” ເປັນການຮ່ວມມືລະຫວ່າງ ມະຫາວິທະຍາໄລໃນສະຫະພາບເອີຣົບ (EU) ເຊິ່ງໄດ້ແກ່: ມະຫາວິທະຍາໄລ ALICANTA (ປະເທດແອັດສະປາຍ), ມະຫາວິທະຍາໄລ BOLOGNA (ປະເທດອີຕາລີ) ແລະ ກະຊວງສຶກສາທິການ ແລະກີລາ ຂອງ ສປປ ລາວ ແລະ 5 ມະຫາວິທະຍາໄລໃນ ສປປ ລາວ ຄື: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໃນການດຳເນີນກິດຈະກຳເພື່ອສົ່ງເສີມການສຶກສາຊັ້ນສູງຂອງລາວ ສູ່ຍຸດທະສາດການຫັນເປັນສາກົນໂດຍຜ່ານການເຝິກອົບຮົມ, ການແລກປ່ຽນຄວາມຮູ້ເປັນຕົ້ນ.

      ຜ່ານການປະຕິບັດໂຄງການ “OPEN” ໃນ ສປປ ລາວ ໃນໄລຍະ 3 ປີ (2020-2023) ສາມາດບັນລຸຕາມເປົ້າໝາຍທີ່ວາງໄວຄື: 1. ເພີ່ມທະວີການຮ່ວມມືລະຫວ່າງສະຖາບັນ ແລະແລກປ່ຽນການປະຕິບັດທີ່ດີ ຜ່ານການວິເຄາະຄວາມຕ້ອງການສ້າງສະຖາບັນ, 2.ສ້າງຄວາມເຂັ້ມແຂງການຫັນເປັນສາກົນຂອງລະບົບການສຶກສາຊັ້ນສູງ ໂດຍສົ່ງເສີມການປະຕິຮູບການຄຸ້ມຄອງສະຖາບັນການສຶກສາຊັ້ນສູງ. ການສ້າງແຜນຍຸດທະສາດການຫັນເປັນສາກົນ ສຳລັບສະຖາບັນການສຶກສາຊັ້ນສູງໃນ ລາວ ແລະ ການສ້າງແຜນງານດ້ານນະໂຍບາຍເພື່ອ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດການຫັນເປັນສາກົນ, 3.ການຍົກລະດັບຄວາມສາມາດ ຂອງພະນັກງານຄຸ້ມຄອງ ແລະພະນັກງານບໍລິຫານ ໃນການແກ້ໄຂ ບັນຫາການຫັນເປັນສາກົນຜ່ານການເຝິກອົບຮົບໃນການປະຕິບັດຢ່າງຄົບຊຸດ, 4.ການສ້າງເຄືອຂ່າຍແຫ່ງຊາດ ແລະ ສົ່ງເສີມການເຂົ້າຮ່ວມເຄືອຂ່າຍຂອງໂຄງການ ເປີດ (OPEN) ໃນກອງປະຊຸມການສຶກສາຊັ້ນສູງລະດັບສາກົນ, 5. ເພີ່ມຄວາມຮັບຮູ້ ແລະຄວາມເຂົ້າໃຈໃຫ້ແກ່ບຸກຄົນທົ່ວໄປກ່ຽວກັບການຫັນເປັນສາກົນພາຍໃນສະຖາບັນການສຶກສາຊັ້ນສູງ.

      ຈາກຜົນຂອງການດຳເນີນໂຄງການ “OPEN” ໃນໄລຍະຜ່ານມາ ຈຶ່ງເຮັດໃຫ້ເກີດມີການລົງນາມຂໍ້ຕົກລົງການຮ່ວມມືຂອງ 6 ພາກສ່ວນຄື: ກະຊວງສຶກສາທິການ ແລະ ກີລາ ລົງນາມໂດຍທ່ານ ປອ. ຫຼ້າວັນ ວົງຄຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ, ມະຫາວິທະຍາໄລແຫ່ງຊາດລົງນາມໂດຍການ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ, ມະຫາວິທະຍາຈຳປາສັກລົງນາມໂດຍທ່ານ ປອ. ບຸນມີ ພອນສະຫວັນ ອະທິການບໍດີ, ມະຫາວິທະຍາໄລສຸພານຸວົງລົງນາມໂດຍທ່ານ ຮສ. ປອ. ວິໄຊ ຈັນສະຫວ່າງ ອະທິການບໍດີ, ມະຫາວິທະຍາໄລສະຫວັນນະເຂດລົງນາມໂດຍທ່ານ ປອ. ສຸລິນຮອງ ໄຊໂກສີ ວ່າການອະທິການບໍດີ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງນາມໂດຍທ່ານ ຮສ. ດຣ. ໄມຟອງ ໄມຊາຍ ຮອງອະທິການບໍດີ ເພື່ອດຳເນີນໂຄງການ LUAI ການຫັນເປັນສາກົນຂອງເຄື່ອຂ່າຍມະຫາວິທະຍາໄລ ສປປ ລາວ ພາຍໃຕ້ການສະໜັບບສະໜູນຈາກສະຫະພາບເອີຣົບ ເພື່ອສືບຕໍ່ການຍົກສູງການສຶກສາຊັ້ນສູງໃນ ສປປ ລາວ ໃຫ້ກາຍເປັນສະພາບແວດລ້ອມທີ່ມີລັກສະນະສາກົນຢ່າງແທ້ຈິງ ແລະເປັນຜູ້ທີ່ມີບົດບາດສຳຄັນໃນລະດັບສາກົນ ພາລະກິດຂອງເຄື່ອຂ່າຍແມ່ນການສົ່ງເສີມການຫັນເປັນສາກົນໂດຍຜ່ານການຮ່ວມມືໃນການສ້າງຂີດຄວາມສາມາດ, ການຄົ້ນຄວ້າວິໄຈ, ການພັດທະນາຫຼັກສູດ ແລະການແລກປ່ຽນ ຄວາມຮູ້, ປະສົບການ ກັບບັນດາສະຖາບັນໃນພາກພື້ນ ແລະ ສາກົນ.

ພາບບັນຍາກາດ