Select your language

ວັນທີ 29 ມີນາ 2023 ທີ່ສະໂມສອນ ກີລາໃນຮົ່ມ ໂຮງຮຽນ ມັດທະຍົມສົມບູນ(ມສ) ວຽງຈັນ ໄດ້ມີພິທີສະຫຼຸບຜົນການສອບເສັງນັກຮຽນເກັ່ງຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະຕອນປາຍ ລະດັບນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2022-2023 ແລະ ພິທີມອບໃບຢັ້ງຢືນໃຫ້ 7 ໂຮງຮຽນທີ່ໄດ້ໂຮງຮຽນຕົວແບບຄຸນະພາບ. ພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການ, ພະນັກງານຄູອາຈານ, ຜູ້ປົກຄອງຕະຫຼອດຮອດບັນດານ້ອງນັກຮຽນເກັ່ງຈາກຫຼາຍໂຮງຮຽນທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

           ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ເປັນໂຮງຮຽນໜຶ່ງໃນນະຄອນຫຼວງວຽງຈັນທີ່ໄດ້ສົ່ງນັກຮຽນເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບນະຄອນຫຼວງ ນໍາໂດຍ ທ່ານ ຮສ.ປອ ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນ, ທ່ານ ປທ. ຄຳຫ່ອງ ສີບຸນເຮືອງ ຮອງຜູ້ອຳນວຍການ ພ້ອມດ້ວຍຄູອາຈານທີ່ໄດ້ສິດສອນບຳລຸງນັກຮຽນເກັ່ງ ໄດ້ນໍາພານັກຮຽນເກັ່ງ ທີ່ໄດ້ເສັງຜ່ານຂັ້ນເມືອງແລ້ວ ທັງໝົດ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາເຄມີສາດ ຈຳນວນ 30 ຄົນ ເປັນຍິງ 18 ຄົນ; ຊັ້ນ ມ.4 ຈໍານວນ 13 ຄົນ ຍິງ 11 ຄົນ; ຊັ້ນ ມ.7 ຈໍານວນ 17 ຄົນ ຍິງ 7ຄົນ. ພາຍໃນງານແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ມີການສະແດງສິລະປະ ແລະ ວິດີໂອການສຳພາດບັນດານ້ອງນັກຮຽນເກັ່ງທີ່ຜ່ານຂັ້ນນະຄອນຫຼວງວຽງຈັນ ເຂົ້າໄປສອບເສັງລະດັບຊາດໃຫ້ແຂກພາຍໃນງານຮັບຊົມ.

          ຜົນຂອງການເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບ ນະຄອນຫຼວງວຽງຈັນ ໃນສົກສຶກສາ 202-2023, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ ສາມາດຍາດໄດ້ຫຼາຍລາງວັນຄື:

  1. ໃບຍ້ອງຍໍຂັ້ນນະຄອນຫຼວງໃຫ້ໂຮງຮຽນທີ່ສ້າງນັກຮຽນເກັ່ງໄດ້ອັນດັບທີ 1, 2, 3 ໂດຍແມ່ນທ່ານ ຮສ.ປອ.ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນເປັນຜູ້ຮັບ
  2. ໃບຍ້ອງຍໍຂັ້ນນະຄອນຫຼວງໃຫ້ຄູອາຈານບຳລຸງນັກຮຽນເກັ່ງໄດ້ອັນດັບທີ 1, 2, 3 ຈໍານວນ 09 ທ່ານ,
  3. ໃບຊົມເຊີຍໃຫ້ນັກຮຽນເກັ່ງທີ່ສາມາດສອບເສັງໄດ້ຄະແນນດີ (ລາງວັນຊົມເຊີຍ) ຊັ້ນມັດທະຍົມສຶກສາຕອນຕົ້ນ(ມ.4) ມີ 06 ຄົນ ຄື: ນ. ວັນນິຕາ ມະນີວົງ ວິຊາພາສາລາວ-ວັນນະຄະດີ, ນ. ພິມມະສອນ ລໍວັນຫງຽນ ວິຊາພາສາລາວ-ວັນນະຄະດີ, ນ. ອາລິຍາ ປັນຍາວິຈິດ ວິຊາພາສາລາວ-ວັນນະຄະດີ, ທ. ອັນນາພົນ ແສງສະຫວັນ ວິຊາຄະນິດສາດ, ນ. ການທິດາ ພິລາວົງ ວິຊາຟີຊິກສາດ ແລະ ນ. ພອນທິບ ສຸກສະກຸນ ວິຊາເຄມີສາດ ແລະ ຊັ້ນມັດທະຍົມສຶກສາຕອນປາຍ(ມ.7) ມີ 07 ຄົນ ຄື: ນ. ວິໄລ ມະນີແສງ ວິຊາພາສາລາວ-ວັນນະຄະດີ, ທ. ສີ ເພຼນ້ອຍ ວິຊາຄະນິດສາດ, ທ. ເກັ່ງ ລີ ວິຊາຄະນິດສາດ, ທ. ຢ່າປາວ ເຊ່ຍຢີ້ງຢ່າງ ວິຊາຄະນິດສາດ, ທ. ກາ ຊົ່ງ ວິຊາຟີຊິກສາດ, ທ. ເປັງສື ຈະສົ໋ວເກົ້າ ວິຊາຟີຊິກສາດ ແລະນ. ສິລິພະພອນ ພານິພົງ ວິຊາເຄມີສາດ
  4. ໃບຍ້ອງຍໍຂັ້ນພະແນກສຶກສາທິການໃຫ້ນັກຮຽນເກັ່ງອັນດັບທີ 3 ຊັ້ນມັດທະຍົມສຶກສາຕອນຕົ້ນ(ມ.4) 02 ຄົນ ຄື: ທ. ເພັດປະເສີດ ກ້ຽວພິລາວົງ ວິຊາຄະນິດສາດ ແລະ ນ. ອາລຸນວິໄລ ແສງດາລາ ວິຊາເຄມີສາດ;  ຊັ້ນມັດທະຍົມສຶກສາຕອນປາຍ(ມ.7) ມີ 02 ຄົນ ຄື: ທ. ຄິມຫັນ ສີປະເສີດ ວິຊາພາສາລາວ-ວັນນະຄະດີ ແລະ ນ. ດວງໃຈ ແກ້ວມະນີວົງ ວິຊາເຄມີສາດ
  5. ໃບຍ້ອງຍໍຂັ້ນພະແນກສຶກສາທິການໃຫ້ນັກຮຽນເກັ່ງອັນດັບທີ 2 ຊັ້ນມັດທະຍົມສຶກສາຕອນຕົ້ນ(ມ.4) ຄື: ນ. ມີມີ່ ບົວລະພາ ວິຊາເຄມີສາດ ແລະ ຊັ້ນມັດທະຍົມສຶກສາຕອນປາຍ(ມ.7) ອີກ 01 ຄົນ ຄື: ນ. ພັນນິພາ ທຳມະທອງ ວິຊາເຄມີສາດ
  6. ໃບຍ້ອງຍໍຂັ້ນນະຄອນຫຼວງໃຫ້ນັກຮຽນເກັ່ງອັນດັບທີ 1 ລະດັບນະຄອນຫຼວງວຽງຈັນ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຄື ນ. ມະນີລິນ ໄຊທອງປານ ວິຊາເຄມີສາດ ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ອີກ 03 ຄົນຄື: ທ. ວິລະພົນ ພັນທຸລະອາສາ ພາສາລາວ-ວັນນະຄະດີ, ທ. ໂອບີ ລໍ່ ຄະນິດສາດ ແລະ ນ. ປາຢີ່ ເຮີ່ ເຄມີສາດ.

           ສັງຮວມລວມແລ້ວ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ສົກຮຽນ 2022-2023 ລະດັບນະຄອນຫຼວງວຽງຈັນ ສາມາດຍາດໄດ້ລຳດັບທີທັງໝົດ 23 ຄົນ ຍິງ 13ຄົນ; ຊັ້ນ ມ.4 10ຄົນ ຍິງ 8ຄົນ; ຊັ້ນ ມ.7 ມີ 13 ຄົນ ຍິງ 5ຄົນ ແລະ ສາມາດຍາດໄດ້ທີ 1ທັງໝົດ 4ຄົນ ຍິງ 2ຄົນ; ຊັ້ນ ມ.4 ນັກຮຽນຍິງ 1ຄົນ ຄື: ນ. ມະນີລິນ ໄຊທອງປານ ວິຊາເຄມີສາດ; ຊັ້ນ ມ.7 ມີ ຄົນ 03ຄົນ ຍິງ 1ຄົນຄື: ທ. ວິລະພົນ ພັນທຸລະອາສາ ພາສາລາວ-ວັນນະຄະດີ, ທ. ໂອບີ ລໍ່ ຄະນິດສາດ ແລະ ນ. ປາຢີ່ ເຮີ່ ເຄມີສາດ ເປັນຕົວແທນຂອງນະຄອນຫຼວງວຽງຈັນເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງວັນທີ 4-7 ເມສາ 2023 ນີ້.

ພາບບັນຍາກາດ