Select your language

ໃນຕອນເຊົ້າ ວັນທີ 1 ເມສາ 2023 ຜ່ານມາ, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາ

ວິທະຍາໄລແຫ່ງຊາດ(ມຊ), ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອການສ້າງຄັ້ງ ຄນລ ຄົບຮອບ 37 ປີ(23 ມີນາ 1986–23 ມີນາ 2023) ທີ່ຄະນະດັ່ງກ່າວ, ໂດຍການປາຖະກະຖາ ຂອງ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີບັນດາທ່ານອະດີດພະນັກງານອາອຸໂສ-ບໍານານ, ພະນັກ

ງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງ.

 ໃນໂອກາດສໍາຄັນນີ້, ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ໄດ້ເລົ່າຄືນການເຕີບໃຫຍ່ຂະຫຍາຍຕົວຂອງ ຄນລ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ທ່ານກ່າວບາງຕອນວ່າ: ຄະນະນິຕິສາດ ແລະ ລັດຖະສາດ ໄດ້ປະຕິບັດສິດ ແລະໜ້າທີ່ຂອງຕົນຕາມທີ່ກໍານົດໄວ້ໃນໂຄງປະກອບການຈັດຕັ້ງ, ຄນລ ປະກອບມີ 5 ພາກວິຊາຄື: ພາກວິຊາກົດໝາຍແພ່ງ, ພາກວິຊາລັດຖະສາດ, ພາກວິຊາການພົວພັນສາກົນ, ພາກວິຊາ ກົດໝາຍທຸລະກິດ ແລະພາກວິຊາກົດໝາຍອາຍາ; ມີ 8 ພະແນກ ແລະ 1 ສູນ: ພະແນກຈັດຕັ້ງ-ຄຸ້ມຄອງພະນັກງານ, ພະແນກບໍລິຫານ, ພະແນກວິຊາການ, ພະແນກຄຸ້ມຄອງນັກສຶກສາ, ພະແນກການເງິນ, ພະແນກຫໍສະໝຸດ, ພະແນກຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ, ພະແນກການສຶກສາຫຼັງປະລິນຍາຕີ ແລະສູນບໍລິການກົດໝາຍເພື່ອປະຊາຊົນ; ມີພະນັກງານທັງໝົດ 94 ຄົນ, ຍິງ 42 ຄົນ, ດ້ານວຸດທິການສຶກສາ ປະລິນຍາເອກ 9 ຄົນ, ຍິງ 2 ຄົນ, ຮສ  2  ຄົນ, ຍິງ 1 ຄົນ, ປະລິຍາໂທ 73 ຄົນ, ຍິງ 30 ຄົນ, ປະລິນຍາຕີ 15 ຄົນ, ຍິງ 11 ຄົນ, ຊັ້ນກາງ 2 ຄົນ, ຍິງ 2 ຄົນ; ມີນັກສຶກສາລວມທັງໝົດ ແຕ່ປີ (1986 - 2023) ໃນລະດັບຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ 12,404 ຄົນ ຍິງ 4,349 ຄົນ; ດຳເນີນການຮຽນ-ການສອນໃນລະດັບປະລິນຍາຕີ 5 ສາຂາ, ລະດັບປະລິນຍາໂທ 4 ສາຂາ; ດ້ານວຽກງານປະກັນຄຸນະພາບການສຶກສາ ຄນລ ໄດ້ດໍາເນີນການປະເມີນຕົນເອງ 4 ລະດັບສະຖາບັນ 2 ຄັ້ງ ຕາມມາດຕະຖານຄຸນນະພາບການສຶກສາຊັ້ນສູງຂອງກະຊວງສຶກສາທິການ ແລະກີລາ, ຄັ້ງທີ 1 ສໍາເລັດໃນປີ 2014 ແລະຄັ້ງທີ 2 ສໍາເລັດໃນປີ 2015 ,ລະດັບຫຼັກສູດ 2 ຄັ້ງ ຕາມມາດຕະຖານຂອງເຄື່ອຂ່າຍ ມະຫາວິທະຍາໄລອາຊຽນ, ຄັ້ງທີ 1 ສໍາເລັດໃນປີ 2014 ສໍາລັບຫຼັກສູດປະລິນຍາຕີ 1 ສາຂາ ແລະຄັ້ງທີ 2 ສໍາເລັດໃນປີ 2020; ສໍາລັບຫຼັກສູດປະລິນຍາຕີ ທັງ 5 ສາຂາ. ພ້ອມນັ້ນ ຄນລ ຍັງໄດ້ມີການຮ່ວມມືກັບຫຼາຍມະຫາວິທະຍາໄລໃນຫຼາຍປະເທດອີກເຊັ່ນ: ລາຊະອານາຈັກໄທ, ຝຣັ່ງ, ລຸກຊໍາບວກ, ຍີ່ປຸ່ນ, ສສ ຫວຽດນາມ ເປັນຕົ້ນ.

           ແຜນພັດທະນາ ໃນໄລຍະ 5 ປີ(2021 -2025) ຄນລ ຈະສືບຕໍ່ຍົກສູງການພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກວິຊາການທາງດ້ານກົດໝາຍ, ນັກບໍລິຫານການປົກຄອງ, ນັກການທູດ ແລະການພົວພັນສາກົນ ໃນລະດັບປະລິນຍາຕີຂຶ້ນໄປ, ດຳເນີນ ແລະສົ່ງເສີມການຄົ້ນຄວ້າວິທະຍາສາດໃນຂົງເຂດກົດໝາຍ ແລະລັດຖະສາດ ໃຫ້ມີມາດຕະຖານ ເພື່ອຕອບສະໜອງແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ–ສັງຄົມ ຂອງຊາດ ແລະນໍາເອົາຜົນສໍາເລັດການຄົ້ນຄ້ວາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະປະສິດທິຜົນ, ບໍລິການທາງດ້ານວິຊາການທີ່ມີປະສິດທິພາບ ເພື່ອຕອບສະຫນອງຄວາມຕ້ອງການໃຫ້ແກ່ສັງຄົມ, ປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ຮັບເອົາວັດທະນະທໍາອັນກ້າວໜ້າຂອງພາກພື້ນ ແລະສາກົນ ທີ່ສອດຄ່ອງເຂົ້າໃນການພັດທະນາ ຄນລ.

ພາບບັນຍາກາດ