Select your language

ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ(ມຊ) ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນເກີດຂອງປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ສປປ ເກົາຫຼີ ຄົບຮອບ 111 ປີ (15/4/1912-15/4/2023) ຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2023 ນີ້ ທີ່ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີບັນດາຫົວໜ້າຫ້ອງການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຮັບຟັງ.

          ໃນພິທີ ສະຫາຍ ລີ ຢົງ ຊົນ ໄດ້ຂຶ້ນກ່າວປາຖະກະຖາເຖິງຜົນງານຊີວິດການເຄື່ອນໄຫວປະຕິວັດ ແລະ ການຊີ້ນໍາໆພາຂອງ ສະຫາຍ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫຼີ ໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງ ປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ອັນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາຂອງ ສປປ ເກົາຫຼີ ກໍຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນຍາດມາໄດ້ ພາຍໃຕ້ການນໍາພາ ຂອງພັກແຮງງານເກົາຫຼີ. ພ້ອມດຽວກັນນີ້ ສະຫາຍເອກອັກຄະລັດຖະທູດ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ - ສປປ ເກົາຫຼີ ໃນໄລຍະຜ່ານມາ.

          ໃນໂອກາດນີ້, ສະຫາຍ ສຈ. ປອ. ຮຸ່ງເພັດ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມປາຖະກະຖາທີ່ມີເນື້ອໃນສໍາຄັນ ແລະມີຄວາມໝາຍເລິກເຊິ່ງຂອງ ສະຫາຍ ທູດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງພັກແຮງງານເກົາຫຼີ, ອັນມີສະຫາຍ ກິມ ເຈິງ ອຸນ ຜູ້ນໍາທີ່ເຄົາລົບຮັກ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ນັ້ນ, ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມມັ່ງຄັ່ງ ແລະເຂັ້ມແຂງ.

          ໃນງານດັ່ງກ່າວໄດ້ມີການວາງສະແດງຮູບພາບ, ສາຍວິດີໂອ ແລະປາຖະກະຖາກ່ຽວກັບຊີວິດການເຄື່ອນໄຫວປະຕິວັດ, ຜົນງານບົດບາດການນໍາພາຂອງ ປະທານ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາ ປະເທດຊາດ ສປປ ເກົາຫຼີ ໃນໄລຍະຜ່ານມາອີກດ້ວຍ.

ພາບບັນຍາກາດ