Select your language

 ໃນຕອນເຊົ້າວັນທີ 3 ເມສາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOA ) ການຮ່ວມມືດ້ານວິຊາການ  ລະຫວ່າງ ມຊ ແລະສະຫະພັນພາສາຣັດເຊຍ ປຸດສຼກິນ. ໂດຍການລົງນາມລະຫວ່າງ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ແລະທ່ານ ປອ. ນາງ ຕູຣຄານນອບສະກາຢາ  ອະທິການບໍດີ ສະຖາບັນພາສາຣັດເຊຍ ປູສກິນ, ມີທ່ານເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈໍາລາວ, ມີບັນດາທ່ານຮອງອະທິການບໍດີ ມຊ, ຫົວໜ້າຫ້ອງການ ແລະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

          ການລົງນາມຮ່ວມມືຄັ້ງນີ້ມີຈຸດປະສົງເພື່ອ 1. ຝ່າຍສະຫະພັນພາສາຣັດເຊຍ ປູສກິນ ຈະຕອບສະໜອງການຈັດຫຼັກສູດເຝິກອົບຮົມ, ການສອບເສັງວັດລະດັບພາສາຣັດເຊຍ ຜ່ານການນໍາໃຊ້ລະບົບການຮຽນ-ການສອນທາງໄກ, 2. ຮ່ວມປັບປຸງ ແລະພັດທະນາຫຼັກສູດການຮຽນ-ການສອນໃຫ້ທັນສະໄໝຂຶ້ນ, ແຕ່ລະຝ່າຍ ນໍາໃຊ້ຊັບສິນທາງປັນຍາທີ່ຕົນມີເຂົ້າໃນການສົ່ງເສີມການພັດທະນາທາງການສຶກສາ, 3. ຮ່ວມດໍາເນີນການຄົ້ນຄວ້າວິໄຈ ແລະໂຄງການ, 4. ແລກປ່ຽນຂໍ້ມູນ ແລະເອກະສານທີ່ເປັນຊັບສິນທາງປັນຍາໃນດ້ານວິຊາການທີ່ກ່ຽວຂ້ອງ, 5. ຮ່ວມຈັດກອງປະຊຸມ ແລະສໍາມະນາ, 6. ຈັດໂຄງການແລກປ່ຽນ ແລະເຝິກງານໃຫ້ແກ່ນັກສຶກສາ, 7. ຈັດງານແຂ່ງຂັນ ຫຼື ງານທີ່ກ່ຽວຂ້ອງກັບການສຶກສາອື່ນໆ, 8. ຊຸກຍູ້ການແລກປ່ຽນພະນັກງານ, ຄູ-ອາຈານ. ເຊິ່ງສັນຍາດັ່ງກ່າວນີ້ ມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ ນັບແຕ່ມື້ລົງນາມເຊັນສັນຍາເປັນຕົ້ນໄປ.

ພາບບັນຍາກາດ