Select your language

ໃນລະຫວ່າງ ວັນທີ 30–31 ມີນາ 2023 ແລະ 2–4 ເມສາ 2023 ຄະນະອາຈານ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ນໍາໂດຍທ່ານ ອຈ. ປທ ແສງລັດສະໝີ ຈັນທະມີນາວົງ, ຮອງຫົວໜ້າພາກວິຊາ ວິສະວະກຳຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ ແລະທ່ານ ອຈ. ປອ ຄຳເພັດ ບຸນນະດີ ຫົວໜ້າໜ່ວຍວິຊາຊ໋ອບແວ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ນໍາພາ ທີມນັກສຶກສາ 6 ນ້ອງ ຄື: ທ້າວ ພອນປະເສີດ ສີໃສແກ້ວ, ທ້າວ ເກດສະໜາ ດວງປັນຍາ, ທ້າວ ສີພະຈັນ ສະຫວັດວົງ, ທ້າວ ບຸນພອນ ໂກສະດາ, ນາງ ມະນີເພັດ ມີໄຊ ແລະ ນາງ ຊາລິສາ ຈັນທະວົງ ຈາກ ພາກວິຊາວິສະວະກຳຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ ເຂົ້າຮ່ວມແຂ່ງຂັນນະວັດຕະກຳ ໂຄງການ MRC River Monitoring Technology Competition ທີ່ໄດ້ຈັດຂຶ້ນທີ່ ນະຄອນຫລວງວຽງຈັນ, ສປປ ລາວ.

               ໂຄງການນີ້ເປັນໂຄງການ MRC River Monitoring Technology Competition ເຊິ່ງຈັດຂຶ້ນໂດຍ ຄະນະກຳມາທິການແມ່ນ້ຳຂອງສາກົນ ເປັນໂຄງການທີ່ຈັດຂຶ້ນເພື່ອສ້າງແຮງບັນດານໃຈໃຫ້ນັກສຶກສາມະຫາວິທະຍາໄລໃນພູມມິພາກແມ່ນໍ້າຂອງ ໃນການອອກແບບເຄື່ອງມືທີ່ທັນສະໄໝ, ກຸ້ມຄ່າ ແລະຍືນຍົງ ເພື່ອກວດສອບຄຸນນະພາບນ້ຳ, ປະລິມານນ້ຳ, ປະລິມານນ້ຳຝົນ ແລະ ຄວາມຊຸ່ມຂອງດິນ. ການແຂ່ງຂັນກ່ຽວກັບເຕັກໂນໂລຊີ ນະວັດຕະກຳການຕິດຕາມແມ່ນ້ຳໃນບັນດາປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ກຳປູເຈຍ, ລາວ, ໄທ, ແລະຫວຽດນາມ) ໃນວັນທີ 17 ຕຸລາ 2022, ທີ່ຜ່ານມາ; ພາຍຫຼັງທີ່ໄດ້ຜ່ານການຄັດເລືອກເປັນຕົວແທນປະເທດລາວ ກໍໄດ້ເຂົ້າຮ່ວມງານ MRC Pitching Workshop ທີ່ ບາງກອກ ປະເທດໄທ ໃນເດືອນມັງກອນ ປີ 2023, ພາຍຫຼັງທີ່ກັບມາຈາກບາງກອກ ປະເທດໄທ ທາງທີມງານ ອາຈານ ແລະນັກສຶກສາ ກໍໄດ້ເລີ່ມສ້າງນະວັດຕະກໍາເປັນຂອງຕົນເອງ ແລະໄດ້ຂຶ້ນນໍາສະເໜີໂຄງການໃນງານ MRC River Monitoring Technology Competition ໃນວັນທີ 30–31 ມີນາ 2023 ທີ່ Mekong River Commission Secretariat. ຫຼັງຈາກຈົບການນໍາສະເໜີ ທີມງານຂອງ ນັກສຶກສາ ຈາກ ພາກວິຊາວິສະວະກຳຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ ສາມາດຄວ້າລາງວັນທີ 1 ໃນໝວດຂອງ Soil Moisture ແລະ ໄດ້ວາງສະແດງຜົນງານນະວັດຕະກຳ ທີ່ຜ່ານການນໍາສະເໜີ ທີ່ໄດ້ຮັບລາງວັນດັ່ງກ່າວ ໃນງານປະຊຸມ The 4th MRC Summit Vientiane Lao PDR. ວັນທີ 2–4 ເມສາ 2023 ທີ່ ຫໍປະຊຸມແຫ່ງຊາດ.

       ສຳຫລັບການນຳສະເໜີນະວັດຕະກຳໃນໂຄງການ MRC River Monitoring Technology Competition ພາຍໃນໂຄງການຈະປະກອບມີ 4 ປະເທດເຂົ້າຮ່ວມໄດ້ແກ່: ລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ. ເຊິ່ງການແຂ່ງຂັນໂຄງການດັ່ງກ່າວໄດ້ແບ່ງອອກເປັນ 4 ໝວດຄື : Soil Moisture , Water Level, Rainfall ແລະ Water Quality ມີທັງໝົດ 14 ທີມເຂົ້າຮ່ວມ. ທີມຂອງ ນັກສຶກສາ ພາກວິຊາວິສະວະກໍາຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ ສາມາດຍາດໄດ້ລາງວັນທີ 1 ໃນໝວດ Soil Moisture ໃນງານແຂ່ງຂັນອີກດ້ວຍ.