Select your language

ໃນຕອນເຊົ້າ ວັນທີ 7 ເມສາ 2023 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ, ຮອງສາດສະດາຈານ, ອາຈານ ແລະ ຜູ້ຊ່ວຍອາຈານ ທີ່ສະໂມສອນຄະນະເສດຖະສາດ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ,  ຄະນະບໍດີ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

      ໃນພິທີ ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາຕີ ໄດ້ຂຶ້ນຜ່ານດຳລັດ ນາຍົກລັດຖະມົນຕີ ສະບັບເລກທີ 107/ນຍ, ລົງວັນທີ 1 ມີນາ 2023 ວ່າດ້ວຍການແຕ່ງຕັ້ງສາສະດາຈານ(ສຈ) ໂດຍແຕ່ງຕັ້ງ ທ່ານ ຮສ. ປອ ວິຈິດ ລຳໄຊ ເປັນສາດສະດາຈານ ສາຂາຊີວະວິທະຍາ; ດຳລັດ ນາຍົກລັດຖະມົນຕີ ສະບັບເລກທີ 108-118/ນຍ, ລົງວັນທີ 1 ມີນາ 2023 ວ່າດ້ວຍການແຕ່ງຕັ້ງ ຮອງສາດສະດາຈານ(ຮສ) ຈຳນວນ 12 ທ່ານ ໂດຍແຕ່ງຕັ້ງ: 1. ທ່ານ ປອ. ນາງ ວັນແສງ ຈຸນລະມະນີ ເປັນຮອງສາສະດາຈານ ສາຂາເຄມີ, 2. ທ່ານ ປອ. ແຫລມທອງ ລັດດາວົງ ເປັນຮອງສາສະດາຈານ ສາຂາ ຟີຊິກສາດ, 3. ທ່ານ ປອ. ສູນທອນ ສິງສຸໂພ ເປັນຮອງສາສະດາຈານ ສາຂາ ຟີຊິກສາດ, 4. ທ່ານ ປອ. ນາງ ມາລາວັນ ຈິດຕະວົງ ເປັນຮອງສາສະດາຈານ ສາຂາວິທະຍາສາດການລ້ຽງສັດ, 5. ທ່ານ ປອ. ສາຍທອງ ວິໄລວົງ ເປັນຮອງສາສະດາຈານ ສາຂາ ລະບົບຜະລິດພືດ, 6. ທ່ານ ປອ. ວຽງສະກຸນ ນາປະເສີດ ເປັນຮອງສາສະດາຈານ ສາຂາ ວິທະຍາສາດການລ້ຽງສັດ, 7. ທ່ານ ປອ. ນາງ ດວງມາລາ ກຸນຊະນະ ເປັນຮອງສາສະດາຈານ ສາຂາ ໂຄງສ້າງສະຖາປັດຕະະຍກຳສາດ, 8. ທ່ານ ປອ. ດອນແກ້ວ ຫຼ້າແກ່ນຈັນ ເປັນຮອງສາສະດາຈານ ສາຂາວິສະວະກໍາໂທລະຄົມມະນາຄົມ, 9. ທ່ານ ປອ. ໄຊພອນ ກອງມະນີລາ ເປັນຮອງສາສະດາຈານ ສາຂາ ບໍລິຫານທຸລະກິດ, 10. ທ່ານ ແກ້ວກັນລະຍາ ສີຫາລາດ ເປັນຮອງສາສະດາຈານ ສາຂາ ວິສະວະກຳອີເລັກໂຕຣນິກ, 11. ທ່ານ ອູ່ຄຳ ສີສຸນົນທ໌ ເປັນຮອງສາສະດາຈານ ສາຂາ ເສດຖະສາດ, 12. ທ່ານ ບຸນທອນ ສຸຂະວົງ ເປັນຮອງສາສະດາຈານ ສາຂາ ເສດຖະສາດພັດທະນາ ແລະນະໂຍບາຍ ເປັນກຽດມອບໂດຍທ່ານ ຮສ. ປອ ພຸດ ສິມມາລາວົງ.

       ທ່ານ ນາງ ບຸນນໍາ ຊົມວິມານ ຮອງຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາຕີ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງວິຊາການຂັ້ນອາຈານ(ອຈ) ແລະຜູ້ຊ່ວຍອາຈານ(ຊອຈ) ຂອງມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮັບແຕ່ງຕັ້ງ 02 ສະບັບຄື: ຄັ້ງທີ 01 ສະບັບທີເລກ 5231/ສກກ, ລົງວັນທີ 10 ກັນຍາ 2022 ເຊິ່ງມີຜູ້ໄດ້ຮັບ ຕໍາແໜ່ງຂັ້ນອາຈານ 18 ທ່ານ, ຍິງ 6 ທ່ານ; ຂັ້ນຜູ້ຊ່ວຍອາຈານ 76 ທ່ານ, ຍິງ 36 ທ່ານ; ຄັ້ງທີ 02 ສະບັບທີເລກ 7345/ສກກ, ລົງວັນທີ 22 ທັນວາ 2022 ມີຜູ້ໄດ້ຮັບຕໍາແໜ່ງຂັ້ນອາຈານ 6 ທ່ານ, ຍິງ 1 ທ່ານ; ຂັ້ນຜູ້ຊ່ວຍອາຈານ ຈຳນວນ 33 ທ່ານ, ຍິງ 18 ທ່ານ ເປັນກຽດມອບໂດຍ ທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ.

      ໃນພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີທ່ານກ່າວບາງຕອນວ່າ: ໃນໄລຍະຜ່ານມາ ລັດຖະບານກໍໄດ້ເອົາໃຈໃສ່ວຽກງານພັດທະນາ ຊັບພະຍາກອນມະນຸດເປັນປັດໄຈສຳຄັນ; ການພັດທະນາ ຊັບພະຍາກອນມະນຸດແມ່ນມາຈາກຫຼາຍພາກສ່ວນບໍ່ວ່າຈະເປັນ ຄອບຄົວ, ສັງຄົມ ແລະສະຖາບັນການສຶກສາ, ເຊິ່ງຕໍາແໜ່ງວິຊາການຄູຂັ້ນສາດສະດາຈານ ແລະຮອງສາດສະດາຈານ, ອາຈານ ແລະຜູ້ຊ່ວຍອາຈານ ທີ່ບັນດາທ່ານໄດ້ຮັບ ລ້ວນແຕ່ແມ່ນຜົນງານທາງດ້ານວິຊາການເຊັ່ນ: ຜົນງານການສິດສອນ, ຜົນງານການຄົ້ນຄວ້າວິທະຍາສາດ ເພື່ອສ້າງອົງຄວາມຮູ້ໃໝ່ໆອອກສູ່ສັງຄົມ ແລະປະເທດຊາດ.

ພາບບັນຍາກາດ