Select your language

ກອງປະຊຸມ ຄົບຄະນະກາງສະໄໝທີ V ຂອງຄະນະພັກຮາກຖານ ຄະນະສຶກສາສາດ(ຄສສ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດຂຶ້ນໃນວັນທີ 21 ເມສາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສຈ.ປອ ຮຸ່ງເພັດ ຈັນທະວົງ ຮອງເລຂາຄະນະພັກ ມຊ, ມີສະຫາຍ ຮສ.ປອ ສີຖານ ສຸຂະວົງ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ຄສສ, ບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກ ພາກສ່ວນພະນັກງານ, ຄຸ-ອາຈານ ແລະສະມາຊິກພັກນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມ.

      ກອງປະຊຸມກາງສະໄໝ ຄສສ ໄດ້ຈັດຂຶ້ນເປັນເວລາ 1 ວັນ; ເຊິ່ງໄດ້ແບ່ງອອກເປັນ ສອງພາກ, ພາກເຊົ້າ ທີ່ປະຊຸມ ໄດ້ເຊື່ອມຊຶມເອກະສານ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ, ເຊື່ອມຊຶມເອກະສານ: ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 025/ຄຈສພ, ລົງວັນທີ 24 ມັງກອນ 2023 ວ່າດ້ວຍການຈັດຕັ້ງ ປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ; ເຊື່ອມຊຶມເອກະສານ: ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານ ພະນັກງານນໍາພາ-ຄຸ້ມຄອງ; ເຊື່ອມຊຶມເອກະສານ: ມາດຕະຖານຂອງສະມາຊິກພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ສິດ ແລະໜ້າທີ່ ຂອງຄະນະພັກແຕ່ລະຂັ້ນ ໂດຍການບັນຍາຍ ຂອງສະຫາຍ ຮສ.ປອ ສີຖານ ສຸຂະວົງ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ຄສສ, ຈາກນັ້ນ ໄດ້ຮັບຟັງປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ໄດ້ຮັບຟັງ ການປາຖະກະຖາ ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດ ເພື່ອປະເທດຊາດຄົບຮອບ 77 ປີ ໂດຍການບັນຍາຍ ຂອງສະຫາຍ ປະທານກວດກາພັກ ຮາກຖານ ຄສສ ແລະສະຫາຍ ຮອງເລຂາ ຄະນະພັກ ຄສສ.

      ໃນພາກບ່າຍ ທີີ່ປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການຊີ້ນໍາ-ນໍາພາ ກາງສະໄໝ 2019-2022 ຂອງຄະນະພັກຮາກຖານ ຄສສ ສະໄໝທີ V ແລະທິດທາງແຜນການໃນໄລຍະ ກາງສະໄໝ 2022-2024 ໂດຍສະຫາຍ ຮສ.ປອ ສີຖານ ສຸຂະວົງ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ຄສສ; ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ຄະນະພັກຮາກຖານ ຄສສ ປະກອບມີ 5 ສະຫາຍ, ຍິງ 1 ສະຫາຍ, ມີ 10 ໜ່ວຍພັກ ແລະ 33 ຈຸພັກ, ມີສະມາຊິກພັກເປັນພະນັກງານ ແລະນັກສຶກສາ ທັງໝົດ 237 ສະຫາຍ, ຍິງ 149 ສະຫາຍ(ບໍານານ 33 ສະຫາຍ, ຍິງ 12 ສະຫາຍ, ສໍາຮອງ 14 ສະຫາຍ, ຍິງ 11 ສະຫາຍ); ພະນັກງານຄຸ້ມຄອງທັງໝົດ 217 ທ່ານ, ຍິງ 144 ທ່ານ, ມີນັກສຶກສາທັງໝົດ 832 ຄົນ, 566 ຄົນ, ມີນັກຮຽນ 3 ໂຮງຮຽນ ສາທິດ 3,219 ຄົນ, ຍິງ 1,665 ຄົນ; ຕະພຼອດໄລຍະກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານ ຄສສ ມີຜົນສໍາເລັດຫຼາຍດ້ານເຊັ່ນ: ວຽກງານດ້ານການເມືອງ-ແນວຄິດ, ວຽກງານປັບປຸງກໍ່ສ້າງພັກ ແລະຂະຫຍາຍພັກ, ວຽກງານຈັດຕັ້ງ-ພະນັກງານ ແລະຍະໂຍບາຍ, ວຽກງານວິຊາສະເພາະ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຕິດຕາມ-ກວດກາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານພົວພັນຕ່າງປະເທດ.

       ຈາກນັ້ນ ກໍໄດ້ຮັບຟັງການຜ່ານບົດສໍາຫຼວດ ການຊີ້ນໍາ-ນໍາພາ ລວມຂອງຄະນະພັກຮາກຖານ ສະໄໝທີ V; ເຊິ່ງຜົນງານ ອັນພົ້ນເດັ່ນ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ, ກໍ່ສ້າງ, ຊີ້ນໍາ-ນໍາພາ ສະມາຊິກພັກ ພະນັກງານ ເປັນຕົ້ນແມ່ນໄດ້ສົ່ງເສີມ, ນໍາສົ່ງພະນັກງານໄປຍົກລະດັບວິຊາສະເພາະຢູ່ພາຍໃນ ແລະຕ່າງປະເທດ, ນໍາສົ່ງພະນັກງານລົງກໍ່ສ້າງຮາກຖານ, ນໍາສົ່ງພະນັກງານໄປເຝິກອົບຮົມ ທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ; ດ້ານວິຊາສະເພາະ ຄສສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ປັບປຸງ ແລະພັດທະນາຫຼັກສູດການຮຽນ-ການສອນ ທັງໝົດ 31 ຫຼັກສູດ ແລະ1 ແຜນງານ ຄື: ຫຼັກສູດລະດັບອະນຸບານ 1 ຫຼັກສູດ ແລະ1 ແຜນການລ້ຽງດູເດັກ ອາຍຸ 3 ເດືອນ ຫາ 36 ເດືອນ, ຫຼັກສູດ ລະດັບປະຖົມ 5 ຫຼັກສູດ, ຫຼັກສູດລະດັບ ມັດທະຍົມ 7 ຫຼັກສູດ, ຫຼັກສູດປະລິນຍາຕີ 12 ຫຼັກສູດ, ຫຼັກສູດປະລິນຍາໂທ 5 ຫຼັກສູດ ແລະຫຼັກສູດລະດັບປະລິນຍາເອກອີກ 1 ຫຼັກສູດ ແລະໃນຕອນທ້າຍຂອງກອງປະຊຸມ; ທີ່ປະຊຸມໄດ້ຮັບຟັງການໃຫ້ກຽດໂອ້ລົມຂອງ ສະຫາຍ ສຈ.ປອ ຮຸ່ງເພັດ ຈັນທະວົງ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການປະຕິບັດວຽກງານ ຂອງຄະນະພັກຮາກຖານ ຄສສ ອີກດ້ວຍ.

ພາບບັນຍາກາດ