Select your language

ໃນຕອນເຊົ້າ ວັນທີ 21 ເມສາ 2023, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມ ມະຫາວິທະຍາໄລ (ຮພຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໂດຍການປາຖະກະຖາຂອງທ່ານ ພັອ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາອົບຮົມນັກຮົບເກົ່າແຫ່ງຊາດລາວ ກະຊວງພາຍໃນ, ເຂົ້າຮ່ວມຮັບຟັງນຳໂດຍທ່ານ ຮສ.ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການ ຮພຊ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກຮຽນ ຊັ້ນ ມ1 - ມ7 ຈໍານວນ200 ຄົນເຂົ້າຮ່ວມ.

ໃນພິທີ ທ່ານ ພັອ ບົວຄຳ ແກ້ວມະຫາວົງ ໄດ້ກ່າວບາງຕອນວ່າ: ເພື່ອລະນຶກວັນຄຽດແຄ້ນສັດຕູຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 77 ປີ(21/3/1946-21/3/2023), ຄຽງຄູ່ກັບການສະເຫຼີມ-ສະຫຼອງວັນສ້າຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ຊຶ່ງເປັນ ວັນສຳຄັນຍິ່ງໃນປະຫວັດສາດຂອງກອງທັບ ແລະ ຂອງຊາດລາວເຮົາ, ພວກເຮົາຈັດຕັ້ງວັນປະຫວັດສາດທີ່ມີຄວາມໝາຍສໍາຄັນນີ້, ເພື່ອເປັນການລະນຶກຫວນຄືນ ເຖິງໂທດກຳ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງພວກຫລ່າເມືອງຂຶ້ນຝຣັ່ງ ແລະ ລູກແຫຼ່ງຕີນມືຂອງພວກເຂົາ; ພວກເຂົາໄດ້ສ້າງໂທດກໍາທີ່ບໍ່ມີວັນຈະລືມໄດ້ໃຫ້ ແກ່ປະຊາຊົນລາວ ໂດຍສະເພາະຊາວເມືອງທ່າແຂກ ພວກເຂົາໄດ້ເຂັນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວ ຜູ້ບໍລິສຸດດ້ວຍວິທີທີ່ໂຫດຫ້ຽມ, ຂ້າແມ່ມານ ຈັບເອົາເດັກນ້ອຍຍັດໃສ່ເປົາປ່ານມັດປາກແລ້ວຖິ້ມລົງນໍ້າຂອງ, ເອົາລົງໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນໍ້າຂອງເຮັດໃຫ້ນໍ້າຂອງຍາມນັ້ນເຕັມໄປດ້ວຍເລືອດສີແດງ ແລະຊາກສົບຂອງປະຊາຊົນລາວຜູ້ບໍລິສຸດລວມທັງແມ່ຍິງ-ເດັກນ້ອຍຈຳນວນຫຼາຍຮ້ອຍຄົນຖຶກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະພື້ນຖານໂຄງລ່າງຖືກທຳລາຍ, ຄອບຄົວ, ຜົວ-ເມຍ, ພໍ່ແມ່ລູກຖືກພັດພາກຈາກກັນ, ເດັກນ້ອຍຫຼາຍຄົນກາຍເປັນລູກກຳພ້າ-ກຳພອຍ. ຍ້ອນການກະທຳທີ່ໄຮ້ມະນຸດສະທຳ, ໂຫດຮ້າຍປ່າເຖື່ອນທີ່ສຸດໃນເຫດການດັ່ງກ່າວເພື່ອລະນຶກເຖິງຄວາມເຈັບປວດ, ຄຽດແຄ້ນຂອງປະຊາຊົນລາວ ແລະດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດທີ່ມີຕໍ່ບັນດາສະຫາຍນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອ-ເຫື່ອແຮງເພື່ອປະເທດຊາດ, ເພື່ອການປະຕິວັດປົດປ່ອຍຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ເພື່ອເສີມຂະຫຍາຍມູນເຊື້ອອັນລໍ້າເລີດຂອງບັນດານັກຮົບປະຕິວັດຮຸ່ນກ່ອນ ລັດຖະບານແຫ່ງ ສປປລາວ ຈຶ່ງໄດ້ອອກດຳລັດເລກທີ 136/ນຍ, ລົງວັນທີ 30 ກໍລະກົດ 2008 ກຳນົດເອົາວັນທີ 21 ມີນາ 1946 ເປັນວັນຄຽດແຄ້ນຂອງປະຊາຊົນລາວ, ເປັນວັນເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດຊຶ່ງປີນີ້ແມ່ນຄົບຮອບ 77 ປີ.

ພາບບັນຍາກາດ