Select your language

ໃນຕອນເຊົ້າ ວັນທີ 24 ເມສາ 2023 ຜ່ານມາ, ຄະນະນຳມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ພ້ອມດ້ວຍຄະນະປະກອບມີທ່ານຜູ້ອຳນວຍການ-ຮອງອຳນວຍການສະຖາບັນຂົງຈື, ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ Dr. LI QINGXIAN ຮອງຫົວໜ້າພະແນກການສຶກສາແຂວງກວາງຊີ ສປ. ຈີນ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກຕຶກສຳນັກງານ ອະທິການບໍດີ ມຊ.

      ໃນໂອກາດດັ່ງກ່າວ, ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງ ມຊ ໃຫ້ຄະນະຜູ້ແທນ ແຂວງກວາງຊີ ສປ ຈີນ ຮັບຊາບ, ພ້ອມທັງໄດ້ກ່າວເຖິງການຮ່ວມມືລະຫວ່າງ ມຊ ກັບ ແຂວງກວາງຊີ ສປ ຈີນ  ໂດຍສະເພາະແມ່ນດ້ານການສຶກສາ ການຮຽນການ-ການສອນ ເປັນຕົ້ນການສ້າງຫຼັກສູດຄູພາສາຈີນ ທີ່ສະຖາບັນຂົງຈື ມຊ ເຊິ່ງກຳລັງດຳເນີນການສອນ ແລະເປີດຮັບນັກສຶກສາແລ້ວເປັນປິທີ 2, ການຮ່ວມມືໃນການສົ່ງນັກສຶກສາ, ພະນັກງານ-ຄູອາຈານ ໄປຍົກລະດັບທາງດ້ານພາສາໄລຍະສັ້ນ (1 ປີ) ທີ່ ສປ ຈີນ, ການໃຫ້ທຶນການສຶກສາ ແລະການຮ່ວມມືໃນການດໍາເນີນການຄົ້ນຄວ້າວິໄຈ.

      ໃນໂອກາດດຽວກັນ, ທ່ານ Dr. LI QINGXIAN ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຕ້ອນຮັບທີ່ອົບອຸ່ນຂອງຄະນະນຳ ມຊ ແລະທ່ານໄດ້ເນັ້ນໜັກກ່ຽວກັບການສ້າງຖານຂໍ້ມູນຈາກການດໍາເນີນຄົ້ນຄວ້າຮ່ວມກັນລະຫວ່າງສອງຝ່າຍ ແລະໄດ້ສະເໜີໃຫ້ທຶນການສຶກສາແກ່ ມຊ ຈຳນວນ 60 ທຶນໃນສົກສຶກສາທີຈະມາເຖິງນີ້.

ພາບບັນຍາກາດ