Select your language

ສູນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ສ້າງແຜນເຄື່ອຂ່າຍ ແລະ ການຄົ້ນຄວ້າວິທະຍາສາດລາວຄັ້ງທີ I (Lao Research and Education Network ຫຼື ເອີ້ນຊື່ຫຍໍ້ວ່າ (LERNET) ກອງປະຊຸມໄດ້ຈັດຂຶ້ນ ໃນວັນທີ 25 ເມສາ 2023, ທີ່ຫ້ອງປະຊຸມພັດຕະຄານຊົມວິວ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ມີບັນດາແຂກທີ່ຖືກເຊີນຈາກກະຊວງສຶກສາທິການ ແລະກີລາ, ກະຊວງເຕັກໂນໂລຊີ ແລະການສຶ່ສານ, ບໍລິສັດລາວໂທລະຄົມ, Unitel, ETL, Best, ຜູ້ຕາງໜ້າຈາກ  ມະຫາວິທະຍາໄລຕ່າງໆໃນລາວ ຄື: ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະພະນັກງານຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງດັ່ງກ່າວນີ້ແມ່ນມີຜົນເນື່ອງມາຈາກການດຳເນີນງານຕໍ່ຈາກກອງປະຊຸມ ປຶກສາຫາລືກ່ຽວກັບການສ້າງຕັ້ງອົງກອນເຄືອຂ່າຍການສຶກສາ ແລະຄົ້ນຄວ້າວິທະຍາສາດລາວ (Lao Education and Research Network (LERNET)) ທີ່ໄດ້ຈັດຕັ້ງຂື້ນໃນວັນທີ 14 ທັນວາ 2022, ທີ່ຫ້ອງປະຊຸມຂອງໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ. ດັ່ງນັ້ນ ເພື່ອເປັນການສືບຕໍ່ການດໍາເນີນໂຄງການໃຫ້ເກີດດອກອອກຜົນ, ຄະນະຮັບຜິດຊອບໂຄງການຈື່ງໄດ້ລິເລີ່ມຈັດກອງປະຊຸມ ສ້າງແຜນເຄື່ອຂ່າຍ ແລະການຄົ້ນຄວ້າວິທະຍາສາດລາວຄັ້ງທີ I ເພື່ອເປັນການຮີບໂຮມເອົາບັນດາພາກສ່ວນ, ກົມກອງທີ່ມີສ່ວນກ່ຽວຂ້ອງ ເຂົ້າມາພັດທະນາລະບົບເຄືອຂ່າຍການສຶກສາ ແລະຄົ້ນຄ້ວາຂອງລາວໃຫ້ໄດ້ປະສິດທິພາບ ແລະປະສິດທິຜົນສູງສຸດ ເພື່ອສ້າງແຜນ LERNet’s Master Proposal ຂອງລາວໃຫ້ມີເປົ້າໝາຍເພື່ອການຈັດຕັ້ງປະຕິບັດທີ່ເປັນຮູບຮ່າງ ແລະສາມາດນຳໃຊ້ປະຕິບັດໄດ້ໃນຕໍ່ໜ້າ ແລະເພື່ອເປັນການສ້າງກູ່ມຜູ້ກ່ຽວຂ້ອງ (Working Group) ເພື່ອຮ່ວມກັນຂຽນແຜນການສ້າງຕັ້ງອົງກອນເຄືອຂ່າຍການສຶກສາ ແລະຄົ້ນຄວ້າວິທະຍາສາດລາວ. ໂດຍຜ່ານການດຳເນີນງານຂອງ ສູນເທັກໂນໂລຊີ ຂໍ້ມູນຂ່າວສານ ມຊ ພາຍໃຕ້ໂຄງການ: Building Awareness for establishing and strengthening Lao research and education network (LERNET) ໃນໄລຍະເວລາ 9 ເດືອນ ໂດຍແບ່ງອອກເປັນ 4 ກິດຈະກຳຫຼັກຄື: 1. ການຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການປະຕິບັດໂຄງການ (ກຳນົດກຸ່ມເປົ້າໝາຍ, ລາຍລະອຽດໂຄງການ, ແຜນກິດຈະກຳ), 2. ຄັດເລືອກຕົວແທນຈາກພາກສ່ວນທີ່ກ່ຽວຂ້ອງເພື່ອເຂົ້າຮ່ວມໃນການສ້າງແຜນແມ່ບົດ, 3. ສ້າງແຜນແມ່ບົດ ແລະຈັດຕັ້ງປະຕິບັດ ທີ່ມະຫາວິທະຍາໄລແຫ່ງຊາດ ແລະ 4. ຜ່ານແຜນແມ່ບົດ ແລະສະຫຼບໂຄງການໃນໄລຍະຜ່ານມາ.

ພາຍຫຼັງສຳເລັດໂຄງການດັ່ງກ່າວ ຄາດວ່າ ສປປ ລາວ (ໂດຍສະເພາະກໍແມ່ນ ກະຊວງສືກສາທິການ ແລະ ກີລາ) ຂະແໜງການສຶກສາທົ່ວປະເທດ ຈະໄດ້ຮັບເຊື່ອມໂຍງເຂົ້າເປັນສະມາຊິກເຄືອຂ່າຍຂອງອົງກອນໃນພາກພື້ນ ແລະສາກົນ; ເປັນການເປີດກວ້າງໃຫ້ອົງກອນສາກົນໄດ້ເຫັນບົດບາດ ແລະເຫັນໄດ້ເຖິງຄວາມຕ້ອງການຂອງເຄືອຂ່າຍການສຶກສາ ແລະການຄົ້ນຄວ້າວິທະຍາສາດລາວຫຼາຍຂື້ນ, ຊຶ່ງໃນນີ້ ມຊ ກໍຈະມີເວັບໄຊທ ແລະສື່ອອນລາຍຕ່າງໆທີ່ໃຫ້ຂໍ້ມຸນຂ່າວສານກ່ຽວກັບວຽກງານ LERNET ອອກສູ່ພາຍນອກກໍຄືພາກພື້ນ ແລະສາກົົນ.

ພາບບັນຍາກາດ