Select your language

ໃນຕອນບ່າຍວັນທີ 26 ເມສາ 2023 ຜ່ານມານີ້, ສູນຮ່ວມມືພາສາຕ່າງປະເທດ ກະຊວງສຶກສາທິການແຫ່ງ ສປ ຈີນ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ຈັດພິທີເຊັນສັນຍາຮ່ວມສ້າງຫຼັກສູດຄູພາສາຈີນລະບົບ 2+2 ຢູ່ທີ່ສະຖາບັນຂົງຈື ມຊ, ໂດຍຝ່າຍຈີນເປັນຜູ້ສະໜອງທຶນການສຶກສາ 60 ທຶນໃຫ້ແກ່ນັກສຶກສາລາວ. ເຂົ້າຮວ່ມໃນການເຊັນສັນຍາດັ່ງກ່າວ,  ຕາງໜ້າຝ່າຍລາວແມ່ນທ່ານ ຮສ.ປອ. ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ  ແລະກີລາ ແລະຝ່າຍຈີນແມ່ນທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປຈີນ ປະຈໍາ ສປປ ລາວ ພ້ອມດ້ວຍສາມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

           ການເຊັນສັນຍາຮ່ວມມືຂອງ 3 ພາກສ່ວນ ແມ່ນແນໃສ່ການພັດທະນາທາງດ້ານພາສາ ແລະວັດທະນະທໍາຈີນ ເຊິ່ງສູນຮ່ວມມືພາສາຕ່າງປະເທດຂອງຈີນ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ ໄດ້ໃຫ້ທຶນການສຶກສາ 60 ທຶນ ລວມມູນຄ່າ 2,3 ລ້ານກວ່າຢວນ, ເຊິ່ງມີລະບົບຮຽນຢູ່ ມຊ 2 ປີ ຫຼັງຈາກນັ້ນຮຽນຢູ່ ສປ ຈີນອີກ 2 ປີ.

          ທ່ານ ຮສ.ປອ. ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ  ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນແລກປ່ຽນຮ່ວມມື ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະສຶກສາແຂວງກວາງຊີທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ. ການເຊັນສັນຍາຄັ້ງນີ້ ແມ່ນຈັດຂຶ້ນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 62 ປີ (25/04/1961-25/04/2023) ອັນໄດ້ກາຍເປັນເຫດການທີ່ມີຄວາມໝາຍ-ຄວາມສໍາຄັນຫຼາຍ, ສປປ ລາວ ຍາມໃດກໍຍຶດໝັ້ນໃນຫຼັກການຈີນດຽວ, ຢືນຄຽງບ່າຄຽງໄຫຼ່ນໍາສະຫາຍຈີນຕາມທິດ 4 ດີ ແລະຄູ່ຮ່ວມຊະຕາກໍາດຽວກັນຕະຫຼອດມາ.

          ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະທ່ານໄດ້ກ່າວວ່າ ການຮ່ວມມືຄັ້ງນີ້ ເປັນການປູພື້ນຖານໃຫ້ແກ່ການສຶກສາດ້ານພາສາຈີນ, ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນພາສາຈີນ ເຊິ່ງເປັນສິ່ງໜຶ່ງທີ່ສາມາດຮັບປະກັນຄຸນນະພາບການຮຽນ-ການສອນພາສາຈີນໃຫ້ແກ່ນັກສຶກສາລາວໃຫ້ມີຄຸນນະພາບສູງຂຶ້ນ.

          ໃນໂອກາດດຽວກັນທ່ານ ມາຈ້ຽນເຟີ່ຍ ອຳນວຍການໃຫຍ່ສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດ ຝ່າຍຈີນ ກໍໄດ້ສະແດງຄວາມຊົມເຊີຍ ແລະດີໃຈທີ່ເຫັນຝ່າຍລາວແຕ່ລະຂັ້ນ ໄດ້ເອົາໃຈໃສ່ສະໜັບ-ສະໜູນເຮັດໃຫ້ຫຼັກສູດຄູພາສາຈີນ ແລະຫຼັກສູດພາສາຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ເຊິ່ງເປັນການສ້າງສາຍພົວພັນການທູດມິດຕະພາບຂອງຄົນຮຸ້ນຕໍ່ໆໄປຕື່ມອີກ. ທ່ານກ່າວອີກວ່າ ສູນແລກປ່ຽນຮ່ວມມືພາສາຈີນ-ພາສາຕ່າງປະເທດແມ່ນສະຖາບັນໜຶ່ງໃນການສະໜອງການຮຽນພາສາຈີນໃຫ້ແກ່ປະຊາຄົມໂລກ, ເພື່ອເຂົ້າໃຈຈີນ ພວກເຮົາພະຍາຍາມຍົກລະດັບການໃຫ້ບໍລິການທີ່ດີ, ພະຍາຍາມໃຫ້ການຮ່ວມມືໃຫ້ແກ່ຕ່າງປະເທດໃນການພັດທະນາການສຶກສາພາສາຈີນ. ໃນອະນາຄົດພວກເຮົາຈະຮ່ວມກັບສຶກສາແຂວງກວາງຊີ ແລະມະຫາວິທະຍາໄລຊົນເຜົ່າກວາງຊີສືບຕໍ່ຊຸກຍູ້ສົ່ງເສີມ ແລະຊ່ວຍເຫຼືອການພັດທະນາການສຶກສາພາສາຈີນຢູ່ ສປປ.ລາວ ເພື່ອສ້າງຜົນງານປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງສອງຊາດລາວ-ຈີນໃຫ້ດີຂຶ້ນໄປເລື້ອຍໆ.

ພາບບັນຍາກາດ