Select your language

ໃນຕອນເຊົ້າວັນທີ 26 ເມສາ 2023  ທີ່ຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດສູນສຶກສາຮຽນຮ່ວມ ລາວ-ອົດສະຕຣາລີ ຢ່າງເປັນທາງການ. ໂດຍການເປັນປະທານຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ແດນ ເຮວເດີນ ຮອງເອກອັກຄະລັດຖະທູດອົດສະຕຣາລີ, ເຂົ້າຮ່ວມມີ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ, ຜູ໊ຊີ້ນໍາວຽກງານວິຊາການ ມຊ, ມີເລຂາເອກ ເອກອັກຄະລັດຖະທູດອົດສະຕຣາລີ, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າພະແນກສູນການສຶກສາຮຽນຮ່ວມ ລາວ-ອົດສະຕຣາລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະນ້ອງໆນັກສຶກສາພິການທາງສາຍຕາ ແລະນັກສຶກສາປົກກະຕິທີ່ໄດ້ຮັບທຶນ LANS ເຂົ້າຮ່ວມ.

     ຫ້ອງການວິຊາການໄດ້ລາຍງານໃຫ້ຮູ້ວ່າ ແຕ່ກ່ອນພະແນກການສຶກສາຮຽນຮ່ວມເປັນໜ່ວຍງານບໍລິການໜຶ່ງທີ່ຂຶ້ນກັບໜ່ວຍງານຂອງພາກວິຊາພາສາອັງກິດ, ຄະນະອັກສອນສາດ ເຊິ່ງໃຫ້ບໍລິການກ່ຽວກັບເອກະສານການຮຽນ-ການສອນ ແກ່ນັກສຶກສາພິການທາງສາຍຕາທີ່ເຂົ້າມາຮຽນຄັ້ງທຳອິດຈຳນວນ 3 ຄົນ ໃນສົກຮຽນ 2015 – 2016 ຢູ່ພາກວິຊາ ພາສາອັງກິດ ຂອງຄະນະອັກສອນສາດ ແລະ ຕໍ່ມາໃນສົກຮຽນ 2017-2018 ແລະ 2018-2019 ກໍໄດ້ມີຈຳນວນນັກສຶກສາພິການຕາຈຳນວນໜຶ່ງເຂົ້າມາຮຽນເພີ່ມຂຶ້ນອີກ ແລະໄດ້ຮັບອະນຸຍາດເຂົ້າຮຽນຢູ່ 6 ຄະນະວິຊາຄື: ຄະນະອັກສອນສາດ, ຄະນະສຶກສາສາດ, ຄະນະນິຕິສາດ ແລະລັດຖະສາດ, ຄະນະວິທະຍາສາດການກີລາ-ກາຍະກຳ, ຄະນະເສດຖະສາດ ແລະບໍລິການທຸລະກິດ ແລະຄະນະວິທະຍາສາດສັງຄົມ. ເນື່ອງຈາກຈຳນວນນັກສຶກສາພິການຕາເຂົ້າມາຮຽນຢູ່ ມະຫາວິທະຍາໄລແຫ່ງຊາດເພີ່ມຂຶ້ນ, ການຈັດຕັ້ງປະຕິບັດກິດຈະກໍາການຮຽນ-ການສອນການສຶກສາຮຽນຮ່ວມບາງຄະນະໄດ້ພົບຄວາມຫຍຸ້ງຍາກໃນການໃຫ້ບໍລິການເອກະສານການຮຽນ-ການສອນ ແລະການສະໜອງສິ່ງອຳນວຍຄວາມສະດວກອື່ນໃຫ້ແກ່ເຂົາເຈົ້າ. ນອກນັ້ນຍັງພົບຄວາມຫຍຸ້ງຍາກໃຫ້ແກ່ຄູ-ອາຈານທີ່ສອນນັກສຶກພິການຕາຢູ່ຫ້ອງຮຽນຮ່ວມ ເພາະອາຈານຂາດປະສົບການ (ບໍ່ໄດ້ຮັບການເຝິກອົບຮົມການສອນຄົນພິການມາກ່ອນ) ແລະການຈັດຕັ້ງປະຕິບັດໃນເວລານັ້ນ ອາຈານສອນແຕ່ລະຄະນະວິຊາກໍໄດ້ຈັດຕັ້ງການຮຽນ-ການສອນຕາມສາມາດຂອງຕົນເອງ. ໃນເວລານັ້ນ, ຄະນະອັກສອນສາດໄດ້ຮັບການສະໜັບສະໜູນຈາກໂຄງການ ສະພາການສຶກສາເພື່ອຄົນພິການຕາໂລກ ຫຼື ICEVI (International Council for Education of People with Visual Impairment).  ຈາກບັນຫາດັ່ງກ່າວ, ພະແນກການສຶກສາຮຽນຮ່ວມຈິ່ງມີຄວາມຈຳເປັນຕ້ອງໄດ້ສ້າງໃຫ້ເປັນສູນກາງໃນການໃຫ້ບໍລິການກິດຈະກໍາທັງໝົດຂອງການສຶກສາຮຽນຮ່ວມທີ່ໄດ້ເຂົ້າມາຮຽນຢູ່ ມຊ. ສະນັ້ນ ໃນປີ 2020 ຫ້ອງການວິຊາການຈິ່ງໄດ້ສະເໜີໃຫ້ຈັດຕັ້ງພະແນກການສຶກສາຮຽນຮ່ວມຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງນັກສຶກສາພິການຕາໃນທົ່ວ ມຊ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກຳການສຶກສາຮຽນ ກໍຄືການໃຫ້ບໍລິການມີຄວາມເປັນເອກະພາບກັນ. 

     ການສ້າງສູນຮຽນຮ່ວມລາວ-ອົດສະຕຣາລີ ມີຈຸດປະສົງເພື່ອເຮັດໃຫ້ເປັນສູນລວມໃນການໃຫ້ບໍລິການດ້ານການຮຽນຂອງຄົນພິການທີ່ເຂົ້າມາຮຽນຢູ່ຄະນະວິຊາຕ່າງໆ ພາຍໃນ ມຊ ໄດ້ຢ່າງທົ່ວເຖິງ ແລະມີຄວາມເປັນເອກະພາບ, ເພື່ອສ້າງໂອກາດໃຫ້ຄົນພິການທີ່ຮຽນຈົບຈາກມັດທະຍົມຕອນປາຍ ຫຼືທຽບເທົ່າ ສາມາດສຶກສາຮຽນຕໍ່ໃນລະດັບມະຫາວິທະຍາໄລແຫ່ງຊາດໄດ້ ໂດຍຜ່ານການໃຫ້ຄຳປຶກສາດ້ານຫຼັກສູດການຮຽນເພື່ອໃຫ້ແທດເໝາະກັບເງື່ອນໄຂ ແລະ ຄວາມສາມາດຂອງຄົນພິການແຕ່ລະປະເພດ ກ່ອນຕັດສິນໃຈເຂົ້າຮຽນໃນສາຂາວິຊາໃດໜຶ່ງ, ເພື່ອເຮັດນັກສຶກສາພິການ ແລະຄູອາຈານມີຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບວິທີການສອນ, ການເອົາໃຈໃສ່ດ້ານອື່ນໆ ໄດ້ຢ່າງຖືກຕ້ອງເໝາະສົມ ແລະເປັນເອກະພາບກັນໃນດ້ານການຮຽນ. ການສ້າງສູນຮຽນຮ່ວມລາວ-ອົດສະຕຣາລີ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານອົດສະຕາລີ ໃນການຊື້ອຸປະກອນ ແລະສ້ອມແປງພະແນກສຶກສາຮຽນຮ່ວມເພື່ອໃຫ້ເປັນສູນການສຶກສາຮຽນຮ່ວມ ລາວ-ອົດສະຕຣາລີ ລວມໝູນຄ່າທັງໝົດ 544.043.564 ກີບ (41.611 ໂດລາສະຫະລັດ).

ພາບບັນຍາກາດ