Select your language

ໃນຕອນບ່າຍວັນທີ 3 ພຶດສະພາ 2023 ຜ່ານມານີ້, ພາກວິຊາພາສາເຢຍລະມັນ ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບ ຫ້ອງນໍ້າໃໝ່ ສໍາລັບພາກວິຊາພາສາເຢຍລະມັນ ຂຶ້ນທີ່ພາກວິຊາຂອງຕົນ. ຕາງໜ້າມອບໂດຍ ທ່ານ ນາງ Annette knobloch ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ, ຕາງໜ້າຮັບໂດຍ ທ່ານ ອຈ. ທອງສຸກ ແກ້ວມະນີ ຄະນະບໍດີ ຄອສ, ມຊ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ທ່ານ ປອ. ຄໍາລຽນ ພົນເສນາ ປະທານສະມາຄົມມິດຕະພາບລາວ-ເຢຍລະມັນ, ມີບັນດາທ່ານແຂກທີ່ຖືກເຊີນ ພ້ອມດ້ວຍນັກສຶກສາພາກວິຊາພາສາເຢຍລະມັນຮ່ວມ.

          ໃນພິທີ, ທ່ານ ອຈ. ສອນຄໍາ ແສນຄໍາຕາ ຫົວໜ້າພາກວິຊາພາສາເຢຍລະມັນ ໄດ້ໃຫ້ຮູ້ວ່າ: ອາຄານຮຽນຂອງພາກວິຊາພາສາເຢຍລະມັນ, ຄອສ, ມຊ ເປັນອາຄານ ຊັ້ນດຽວ ຕັ້ງຢູ່ທາງຂ້າງຂອບຮົ້ວ ມຊ ລຽບຕາມເສັ້ນທາງປ່າສັກ ເຊິ່ງປະກອບມີທັງໝົດ 6 ຫ້ອງ ຄື ຫ້ອງ L01-L06. ໄລຍະຜ່ານມາທາງພາກວິຊາ ໄດ້ມີການປັບປຸງ-ສ້ອມແປງອາຄານຮຽນບາງສ່ວນ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກສະຖານທູດເຢຍລະມັນປະຈໍາ ສປປ ລາວ ແລະ ສະມາຄົມມິດຕະພາບເຢຍລະມັນ-ລາວ ປະຈໍາເມືອງແບັກແລັງ ປະເທດ ເຢຍລະມັນ ໂດຍຜ່ານສະມາຄົມມິດຕະພາບລາວ-ເຢຍລະມັນ.

ຫຼັງຈາກທີ່ໄດ້ມີການມອບ-ຮັບໂຄງການປັບປຸງອາຄານຮຽນເປັນທີ່ຮຽບຮ້ອຍໃນເດືອນກັນຍາ 2022 ທີ່ຜ່ານມາ ພາກວິຊາ ໄດ້ນໍາໃຊ້ອາຄານຮຽນຢ່າງເປັນທາງການຕັ້ງແຕ່ນັ້ນເປັນຕົ້ນມາ. ຫຼັງຈາກທີ່ມີການນໍາໃຊ້ອາຄານຮຽນແລ້ວເຫັນວ່າ ຍັງພົບບັນຫາທີ່ບໍ່ມີຫ້ອງນໍ້າໃຊ້; ເນື່ອງຈາກຫ້ອງນ້ຳທີ່ຢູ່ໃກ້ຄຽງແມ່ນໃຊ້ບໍ່ໄດ້ ເຮັດໃຫ້ຄູອາຈານ, ນັກສຶກສາ ແລະແຂກທີ່ມາຢ້ຽມຢາມພາກວິຊາ ຕ້ອງໄປຂໍນໍາໃຊ້ນໍາພາກສ່ວນອື່ນ ເຊິ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະໄລຍະທີ່ຜ່ານມາ ທາງພາກວິຊາກໍໄດ້ຮັບນັກສຶກສາເພີ່ມຂຶ້ນ ທັງນີ້ກໍເພື່ອຮອງຮັບການຂະຫຍາຍຕົວ, ເພື່ອປັບປຸງອາຄານໃຫ້ຈົບງາມ ແລະທັນສະໄໝຍິ່ງຂຶ້ນ.  

          ໂອກາດນີ້, ທ່ານ ອຈ. ທອງສຸກ ແກ້ວມະນີ ໄດ້ຕາງໜ້າໃຫ້ຄະນະນຳຂອງ ຄອສ ກໍຄື ຄະນະນໍາ ມຊ. ສະແດງຄວາມຂອບໃຈໄປຍັງລັດຖະບານ ແລະເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ທີ່ເຫັນເຖິງຄວາມສໍາຄັນຂອງການສຶກສາຮ່ຳຮຽນ ແລະຄວາມສະດວກຂອງພະນັກງານ, ຄູ-ອາຈານ ແລະນ້ອງນັກຮຽນໃນ ມຊ. ໂດຍສະເພາະ ພາກວິຊາພາສາເຢຍລະມັນ, ຄອສ, ມຊ. ເພື່ອເຮັດໃຫ້ນັກສຶກສາມີຫ້ອງນໍ້າທີ່ສະອາດໃຊ້ໃຫ້ຖືກຫຼັກສຸຂະອະນາໄມ, ພ້ອມທັງຢືນຢັນວ່າ ຈະປົກປັກຮັກສາ ແລະນໍາໃຊ້ຫ້ອງນໍ້າທີ່ໄດ້ຮັບໃນຄັ້ງນີ້ໄດ້ເປັນຢ່າງດີ.

 ຫ້ອງນໍ້າທີ່ສ້າງໃໝ່ມີທັງໝົດ 4 ຫ້ອງ ຄື: ຫ້ອງນໍ້າສໍາລັບຄູ-ອາຈານ 1 ຫ້ອງ, ຫ້ອງນໍ້ານັກສຶກສາຍິງ 1 ຫ້ອງ, ຫ້ອງນໍ້ານັກສຶກສາຊາຍ 1 ຫ້ອງ ແລະຫ້ອງນໍ້າສໍາລັບຄົນພິການ 1 ຫ້ອງ; ເຊິ່ງຫ້ອງດັ່ງກ່າວ ຄົນພິການຈາກພາກສ່ວນຕ່າງໆ ພາຍໃນ ມຊ ສາມາດມານໍາໃຊ້ໄດ້. ນອກຈາກນັ້ນ, ຍັງມີຫ້ອງເກັບອຸປະກອນອີກ 1 ຫ້ອງ, ບ່ອນທາງເຂົ້າຫ້ອງນ້ຳມີອ່າງລ້າງຖ້ວຍ ເພື່ອເປັນບ່ອນຊັກລ້າງອຸປະກອນຕ່າງໆພາຍໃນພາກວິຊາ ແລະຢູ່ໜ້າຫ້ອງນ້ໍາທາງນອກມີອ່າງລ້າງມື 1 ອ່າງເພື່ອໃຫ້ນັກສຶກສາສາມາດນໍາໃຊ້ໄດ້. ໂຄງການກໍ່ສ້າງຫ້ອງນໍ້າດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ, ເຊິ່ງໃຊ້ເວລາໃນການກໍ່ສ້າງ 11 ອາທິດ, ລວມມູນຄ່າທັງໝົດ 6.000 ຢູໂຣ.

ພາບບັນຍາກາດ