Select your language

ໃນຕອນເຊົ້າວັນທີ 3 ພຶດສະພາ 2023 ນີ້, ຄະນະສະຖາປັດຕະຍະກໍາສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີປະກາດຜົນການອອກແບບເຄື່ອງປະດັບ ປະຈໍາສົກສຶກສາ 2023 ໃນຫົວຂໍ້ “ເຄື່ອງປະດັບ ແລະຄຸນຄ່າດ້ານຈິດໃຈຂອງຄົນສະໄໝໃໝ່” ໂດຍການກ່າວເປີດພິທີຂອງທ່ານ ຮສ. ປອ. ມະໂນລົດ ພິນິດ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມຊ. ເຂົ້າຮ່ວມມີທ່ານ ຈັນທະວົງ ພະມີສິດ ປະທານອີຊີໂກລ, ຜູ້ບໍລິຫານຮ້ານຄໍາພູວົງ, ມີບັນດາຫົວໜ້າພະແນກ, ຜູ້ຊ່ຽວຊານດ້ານການອອກແບບ, ບັນດາຄະນະກໍາມະການຕັດສິດ ພ້ອມດ້ວຍພະນັກງານຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງໃນການຈັດງານດັ່ງກ່າວແມ່ນເພື່ອເປັນການແລກປ່ຽນ ແລະສົ່ງເສີມຄວາມຄິດສ້າງສັນທາງດ້ານການອອກແບບຂອງນັກສຶກສາ, ເພື່ອສ້າງສາຍພົວພັນທີ່ດີລະຫວ່າງຂະແໜງການສຶກສາທີ່ກ່ຽວຂ້ອງໃນລະດັບສາກົນ ແລະ ເພື່ອສົ່ງເສີມດ້ານສິລະປະ, ວັດທະນະທຳ ແລະການປັບຕົວເພື່ອການເປັນຢູ່ແບບທັນສະໄໝ.

          ໃນພິທີທ່ານ ຮສ.ປອ ມະໂນລົດ ພິນິດ ໄດ້ກ່າວໃຫ້ຮູ້ວ່າ ເນື່ອງຈາກວ່າ ຄະນະສະຖາປັດຕະຍະກໍາສາດ ມີຈຸດພິເສດສະເພາະທາງດ້ານການຮຽນ-ການສອນ ໃນ 4 ພາກວິຊາຄື: ພາກວິຊາ ສະຖາປັດຕະຍະກໍາສາດ, ພາກວິຊາ ອອກແບບສະພາບແວດດລ້ອມຜັງເມືອງ, ພາກວິຊາ ວິທະຍາການອາຄານ ແລະພາກວິຊາ ອອກແບບຜະລິດຕະພັນ-ຕົກແຕ່ງ ເຊິ່ງໄດ້ຮຽນທາງດ້ານທິດສະດີ ແລະການປະຕິບັດຕົວຈິງ, ໃນແຕ່ລະປີ ຄະນະສະຖາປັດຕະຍະກໍາສາດ ໄດ້ມີການຈັດການແຂ່ງຂັນ ການອອກແບບເປັນປະຈໍາ ເພື່ອເສີມສ້າງດ້ານການຮຽນຮູ້ຕະຫຼອດຊີວິດຂອງນັກສຶກສາ; ເຊິ່ງການຈັດງານແຂ່ງຂັນໃນຄັ້ງນີ້, ທາງຄະນະສະຖາປັດຕະຍະກໍາສາດໄດ້ຮ່ວມມືກັບ ຮ້ານ ຄໍາພູວົງ ເພື່ອດໍາເນີນກິດຈະກໍາການແຂ່ງຂັນການອອກແບບເຄື່ອງປະດັບ ເລີ່ມແຕ່ ວັນທີ 6 ມີນາ 2023  ເຖິງ 5 ເມສາ 2023, ພາຍໃຕ້ໃນຫົວຂໍ້ “ເຄື່ອງປະດັບ ແລະ ຄຸນຄ່າດ້ານຈິດໃຈຂອງຄົນສະໄໝໃໝ່ ຫົວຂໍ້ດັ່ງກ່າວ ແມ່ນເພື່ອໃຫ້ນັກສຶກສາຮ່ວມກັນອອກແບບເພື່ອພັດທະນາທາງດ້ານການອອກແບບເຄື່ອງປະດັບ ປະເພດຄໍາ ທີ່ເປັນວັດຖຸມີຄ່າທີ່ທັງຄົນລາວ ແລະທົ່ວໂລກໃຫ້ຄວາມສົນໃຈ ໃຫ້ເກີດມີຄວາມຄິດສ້າງສັນ, ມີຄຸນຄ່າທາງດ້ານຈິດໃຈ ແລະມີຄວາມທັນສະໄໝຂອງຄົນສະໄໝໃໝ່ ເຊິ່ງການປະກວດການແຂ່ງຂັນໃນຮູບແບບນີ້ ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 4 ເລີ່ມແຕ່ປີ 2019 ເປັນຕົ້ນມາ; ຄັ້ງທີ 1 ມີຜູ້ເຂົ້າຮ່ວມ 27 ຄົນ (ນັກສຶກສາ ຄສບ ແລະສິດເກົ່າ), ຄັ້ງທີ 2 ມີຜູ້ເຂົ້າຮ່ວມ 29 ຄົນ (ນັກສຶກສາ ຄສປ ແລະສິດເກົ່າ), ຄັ້ງທີ 3 ຈໍານວນ 37 ຄົນ (ນັກສຶກສາ ຄສປ) ແລະຄັ້ງທີ 4 ມີ 50 ຄົນ (ນັກສຶກສາ ຄສປ ແລະສະຖາບັນການສຶກສາ ຊັ້ນສູງ ຂຶ້ນໄປທົ່ວປະເທດ), ເຊິ່ງຄັ້ງທີ່ຜ່ານໆມາແມ່ນມີການເຂົ້າຮ່ວມຂອງນັກສຶກສາຄະນະສະຖາປັດ ແລະນັກສຶກສາ ຊັ້ນສູງ ຂອງທຸກສະຖາບັນ.

            ຜົນການແຂ່ງຂັນອອກແບບເຄື່ອງປະດັບຄັ້ງນີ້ ຊະນະເລີດໄດ້ແກ່ ນາງ ສຸກສະຫວັນ ມະນີໄຊ ນັກສຶກສາປີ3 ໄດ້ຮັບເງິນລາງວັນ 3.000.000ກີບ, ອັນດັບທີ 2 ໄດ້ແກ່ ນາງ ພອຍໄພລິນ ນາຄອນພັບ ນັກສຶກສາປີ 3 ໄດ້ຮັບເງິນລາງວັນ 2.000.000 ກີບ ແລະອັນດັບທີ 3 ໄດ້ແກ່ນາງ ສຸພັດສາ ແດນໄກສອນ ນັກສຶກສາປີ 3 ໄດ້ຮັບເງິນລາງວັນ 1.500.000ກີບ ແລະໄດ້ມີນັກສຶກສາໄດ້ຮັບລາງວັນຊົມເຊີຍ 3 ນ້ອງ ໄດ້ເງິນລາງວັນຜູ້ລະ 500.000 ກີບ.

ພາບບັນຍາກາດ