Select your language

ໃນວັນທີ 3 ພຶດສະພາ 2023 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນສິລະປະ-ວັນນະຄະດີທົ່ວ ມຊ ປະຈຳສົກສຶກສາ 2022-2023, ໂດຍການເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເປີ້ນ ອິນທະໜໍ່ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ, ພ້ອມດ້ວຍທ່ານຄະນະບໍດີ, ຫົວໜ້າຫ້ອງການ, ແຂກຖືກເຊີນ, ຄະນະກຳມະການຕັດສິນຈາກກອງສິນລະປະກອນກອງທັບ, ,ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

      ໃນໂອກາດດັ່ງກ່າວ, ທ່ານ ຮສ. ໂພສີ ທິບດາວັນ ກໍໄດ້ຂຶ້ນກ່າວເປີດເຊິ່ງທ່ານໄດ້ກ່າວວ່າ: ເພື່ອປະຕິບັດຕາມແຜນຍຸດທະສາດໃນການພັດທະນາ ແລະ ກໍ່ສ້າງຊັບພະຍາກອນມະນຸດຕາມ 5 ຫຼັກມູນຂອງການສຶກສາ, ຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະ ກີລາ ວາງອອກ. ກິດຈະກໍາ ທາງດ້ານສິລະປະກໍ່ແມ່ນວຽກງານຫນຶ່ງທີ່ມີຄວາມຫມາຍຄວາມສໍາຄັນເປັນຢ່າງຍີ່ງ ທີ່ຄະນະພັກ ຄະນະນໍາມະຫາວິທະຍາໄລແຫ່ງຊາດ ຂອງພວກເຮົາຖືເປັນວຽກງານຫນື່ງທີ່ສໍາຄັນ, ຊຶ່ງມັນເປັນການພັດທະນາ

ຂະບວນການຊຸກຍູ້ວຽກງານກິດຈະກໍານອກຫຼັກສູດ ຂອງນັກສຶກສາໃຫ້ມີຄວາມສາມັກຄີປອງດອງເຊິ່ງ

ກັນ ແລະ ກັນ, ເພື່ອສົ່ງເສີມພອນສະຫວັນພອນສະຫວັນຂອງນັກສຶກສາໃຫ້ມີຄວາມກ້າຄິດກ້າສະແດງ ອອກ ແລະ ທັງເປັນການປົກປັກຮັກສາ, ສືບທອດສິລະປະ-ວັດທະນະທໍາອັນງົດງາມ ແລະລ້ໍາຄ່າໃຫ້ ຄຽງຄູ່ກັບຊາດລາວເຮົາຕະຫຼອດໄປ.

      ສຳລັບການແຂ່ງຂັນໃນຄັ້ງນີ້ມີທັງໝົດ 3 ລາຍການຄື: ປະເພດຮ້ອງເພງ, ປະເພດຂັບລຳ ແລະບົດຟ້ອນລວມໜູ່ ຍິງ-ຊາຍ; ຜ່ານການແຂ່ງຂັນຜົນປະກົດວ່າ ປະເພດຮ້ອງເພງອັນດັບທີ 1 ໄດ້ແກ່ ທ້າວໄຊເລ້ ແກ້ວວິໄລ ຈາກຄະນະວິທະຍາສາດສັງຄົມ, ອັນດັບທີ 2 ໄດ້ແກ່ທ້າວ ວາຄິມ ສໍພາບມີໄຊ ຈາກຄະນະນິຕິສາດ ແລະ ລັດຖະສາດ, ສ່ວນອັນດັບທີ 3 ໄດ້ແກ່ນາງ ຂວັນສຸດາ ຈວງເທວີ ຈາກຄະນະເສດຖະສາດ ແລະບໍລິຫານທຸລະກິດ; ປະເພດຂັບລຳ ອັນດັບທີ 1 ໄດ້ແກ່ ທ້າວ ບຸນນຳ ໄຊຍະລາດ ຈາກຄະນະນິຕິສາດ ແລະລັດຖະສາດ, ອັນດັບທີ 2 ໄດ້ແກ່ ນາງ ທິບພະພອນ ພົມມະວົງ ຈາກຄະນະຊັບພະຍາກອນນໍ້າ, ສ່ວນອັນດັບທີ 3 ໄດ້ແກ່ ນາງ ນໍ້າມົນ ແສງດີ ຈາກຄະນະວິທະຍາສາດສັງຄົມ; ການແຂ່ງຂັນປະເພດປະພັນເນື້ອໃນເພງດີເດັ່ນ ອັນດັບທີ 1 ໄດ້ແກ່ ບົດເພງ: ສົງສານບຸນເພັງ ປະພັນໂດຍ: ທ້າວ ພິນທະວົງ ລິດທະວົງ ນັກສຶກສາຈາກຄະນະເສດຖະສາດ ແລະບໍລິຫານທຸລະກິດ, ອັນດັບທີ 2 ໄດ້ແກ່ ບົດເພັງ: ຮັກສາສິ່ງແວດລ້ອມ ປະພັນໂດຍ: ທ່ານ ອາຈານ ວິລະສິດ ບຸນສຸກ ຈາກຄະນະວິທະຍາສາດສິ່ງແວດລ້ອມ ແລະອັນດັບທີ 3 ໄດ້ແກ່ ບົດເພງ: ຄູພາລະ ຈາກຄະນະວິທະຍາສາດການກີລາ-ກາຍະກຳ.  ໃນສ່ວນການແຂ່ງຂັນປະເພດບົດຟ້ອນລວມໝູ່ຍິງ-ຊາຍ ລາງວັນຊະນະເລີດຕົກເປັນຂອງຄະນະນິດຕິສາດ ແລະລັດຖະສາດ ໃນບົດຟ້ອນ: ມົນສະເໝ່ຜືນຜ້າສີຄາມ; ຮອງຊະນະເລີດອັນ 1 ໄດ້ແກ່ ຄະນະສະຖາປັດຕະຍະກຳສາດ ໃນບົດຟ້ອນ: ດິນແດນແຫ່ງພູມປັນຍາ; ຮອງຊະນະເລີດອັນ 2 ໄດ້ແກ່ ຄະນະອັກສອນສາດ ໃນບົດຟ້ອນ: ມ່ວນຊື່ນເຊີ້ງຫາປາ ເປັນກຽດມອບລາງວັນໂດຍທ່ານ ຮສ. ໂພສີ ທິບດາວັນ.

ພາບບັນຍາກາດ