Select your language

          ໃນຕອນບ່າຍວັນທີ 12 ພຶດສະພາ 2023 ນີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ  (ຮພຊ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຜົນການສອບເສັງນັກຮຽນເກັ່ງປະຈໍາສົກສຶກສາ 2022-2023 ຂຶ້ນທີ່ສະໂມສອນ ຮພຊ ໂດຍການເປັນປະທານ ຂອງທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ຄໍາພຸດ ພົມມະສອນ ຜູ້ອໍານວຍການ ຮພຊ, ມີຫົວໜ້າພະແນກສຶກສາ ແລະກີລານະຄອນຫຼວງ ວຽງຈັນ, ທ່ານແຂກທີ່ຖືກເຊີນ, ບັນດາພະນັກງານ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງນັກຮຽນ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ຮສ. ປອ. ຄໍາພຸດ ພົມມະສອນ ໄດ້ຜ່ານບົດສະຫຼຸບໂຄງການສອນບໍາລຸງນັກຮຽນເກັ່ງ ສົກສຶກສາ 2022-2023 ເຊິ່ງທ່ານໃຫ້ຮູ້ວ່າ ໂຄງການສອບເສັງນັກຮຽນເກັ່ງ ຮພຊ ເປັນໂຄງການຕົ້ນຕໍ ຂອງໂຮງຮຽນ ເພື່ອບໍາລຸງນັກຮຽນເກັ່ງຊັ້ນ ມັດທະຍົມຕົ້ນ(ມ4) ແລະຊັ້ນມັດທະຍົມປາຍ(ມ7) ຂອງໂຮງຮຽນ ຜູ້ທີ່ມີພອນສະຫວັນສະເພາະດ້ານ ເຂົ້າຮ່ວມການສອບເສັງນັກຮຽນເກັ່ງຂັ້ນ ໂຮງຮຽນ, ຂັ້ນເມືອງໄຊທານີ, ຂັ້ນນະຄອນຫຼວງ ແລະລະດັບຊາດ ໃນ 4 ວິຊາຫຼັກຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະເຄມີສາດ ລວມທັງຊັ້ນ ມ4  ແລະ ມ7 ທັງໝົດ 8 ວິຊາ.

          ການສອບເສັງລະດັບຂັ້ນ ເມືອງໄຊທານີ ໃນວັນທີ 7 ກຸມພາ 2023   ຮພຊ ໄດ້ສົ່ງນັກຮຽນເຂົ້າສອບເສັງຈໍໍານວນ 40 ນ້ອງ, ຍິງ 25 ນ້ອງ. ຜົນການສອບເສັງ ມີຈໍານວນ 30 ນ້ອງໄດ້ຮັບລາງວັນ ແລະໄດ້ຜ່ານໄປເສັງຂັ້ນນະຄອນຫຼວງ ຊັ້ນ ມ4 ມີຈໍານວນ 13 ນ້ອງ, ຍິງ 11 ນ້ອງ ແລະ ມ7 ມີຈໍານວນ 17 ນ້ອງ, ຍິງ 7 ນ້ອງ.

          ການສອບເສັງຂັ້ນ ນະຄອນຫຼວງວຽງຈັນ ໃນວັນທີ 24 ກຸມພາ 2023 ຮພຊ ສົ່ງນັກຮຽນເຂົ້າຮ່ວມ 30 ນ້ອງ, ຍິງ 18 ນ້ອງ. ຜົນການສອບເສັງ ມີຈໍານວນ 23 ນ້ອງ ສາມາດຍາດໄດ້ລາງວັນຄື: ອັນດັບທີ 1 ຈໍານວນ 4 ນ້ອງ, ຍິງ 2 ນ້ອງ, ອັນດັບ 2 ຈໍານວນ 2 ນ້ອງ, ຍິງ 2 ນ້ອງ, ອັນດັບທີ 3 ຈໍານວນ 4 ນ້ອງ, ຍິງ 2 ນ້ອງ ແລະໄດ້ຮັບລາງວັນຊົມເຊີຍ 13 ນ້ອງ, ຍິງ 7 ນ້ອງ.

          ການສອບເສັງລະດັບຊາດ ໃນວັນທີ 4 ເມສາ 2023 ຮພຊ ໄດ້ສົ່ງນັກຮຽນເຂົ້າຮ່ວມການສອບເສັງ ຈໍານວນ 4 ນ້ອງ, ຍິງ 2 ນ້ອງ. ຜົນການສອບເສັງສາມາດຍາດໄດ້ 3 ຫຼຽນຄໍາ  ແລະ 1 ຫຼຽນເງິນຄື: ນາງ ປາຢີ ເຮີ່ ສອບເສັງວິຊາ ເຄມີສາດ ຊັ້ນ ມ7 ໄດ້ທີ 1 ຂັ້ນເມືອງ, ທີ1 ຂັ້ນນະຄອນຫຼວງ ແລະໄດ້ທີ 1 ລະດັບປະເທດ ໄດ້ຮັບຫຼຽນຄໍາ, ທ້າວ ໂອບີ ລໍ່ ສອບເສັງວິຊາ ຄະນິດສາດ ມ7 ໄດ້ທີ 4 ຂັ້ນເມືອງ, ໄດ້ທີ 1 ຂັ້ນນະຄອນຫຼວງ ແລະໄດ້ທີ 1 ລະດັບປະເທດ ໄດ້ຮັບຫຼຽນຄໍາ, ທ້າວ ວິລະພົນ ພັນທຸລະອາສາ ສອບເສັງວິຊາ ພາສາລາວ ມ7 ໄດ້ທີ 1 ຂັ້ນເມືອງ, ໄດ້ທີ 1 ຂັ້ນນະຄອນຫຼວງ ແລະໄດ້ທີ 1 ລະດັບປະເທດ ໄດ້ຮັບຫຼຽນຄໍາ ແລະນາງ ມະນີລິນ ໄຊທອງປານ ສອບເສັງວິຊາ ເຄມີສາດ ມ4 ໄດ້ທີ 1 ຂັ້ນເມືອງ, ທີ1 ຂັ້ນນະຄອນຫຼວງ ແລະໄດ້ທີ 2 ລະດັບປະເທດ ໄດ້ຮັບຫຼຽນເງິນ.

          ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍຂັ້ນ ໂຮງຮຽນ ຮພຊ ແລະຂັ້ນ ມຊ ໃຫ້ຄູສອນບໍາລຸງນັກເກັ່ງ ປະຈໍາສົກສຶກສາ 2022-2023 ລວມທັງໝົດ 16 ທ່ານ ຍິງ 5 ທ່ານ ແລະມອບໃບຍ້ອງຍໍໃຫ້ນ້ອງນັກຮຽນຜູ້ທີ່ໄດ້ຮັບລາງວັນອີກດ້ວຍ.

ພາບບັນຍາກາດ