Select your language

ໃນວັນທີ 17 ພຶດສະພາ 2023 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ຄະນະຊັບພະຍາກອນນໍ້າ ໄດ້ຈັດປະຖົມນິເທດລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິທະຍາສາດໜຸ່ມ ໃຫ້ນັກສຶກສາເພື່ອສະໝັກເຂົ້າຮ່ວມແຂ່ງຂັນຊີງລາງວັນຮອນດາ Y-E-S Award ປະຈຳປີ 2023, ໂດຍການນໍາສະເໜີໂດຍ ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມຊ, ມີທ່ານ ອຈ ຄຳເກັ່ງ ຈັນທະວົງສາ ຮອງຄະນະບໍດີ ຄຊນ ພ້ອມກັບພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງ.

ລາງວັນຮອນດາ Y-E-S Award ແມ່ນທຶນການສຶກສາ ຈາກມູນນິທິນຮອນດາ ປະເທດຍີ່ປຸ່ນ ສໍາລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ເຊິ່ງໃນປະເທດລາວໄດ້ເລີ່ມມາແຕ່ປີ 2008 ໂດຍມີຈຸດປະສົງເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີ ກ່ຽວກັບສິ່ງແວດລ້ອມອ້ອມຂ້າງຫຼາຍຂຶ້ນ ແລະເພື່ອເຊື່ອມໂຍງລະຫວ່າງຜູ້ນໍາໃນອະນາຄົດຂອງປະເທດຢີ່ປຸ່ນ ແລະປະເທດອາຊຽນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະອຸດສາຫະກໍາ. ໂຄງການດັ່ງກ່າວ ໄດ້ສະໜັບສະໜູນໃຫ້ນັກສຶກສາ ມຊ ໃນສາຂາຂະແໜງວິທະຍາສາດ ແລະວິສະວະກໍາສາດ, ຜູ້ທີມີພອນສະຫວັນ, ມີແນວຄິດໃນການສ້າງສິ່ງໃໝ່ໆ, ມີຄຸນສົມບັດ, ມີຄວາມສາມັກຄີກັບໝູຄູ່ ແລະມີຜົນການຮຽນທີ່ດີ ເພື່ອຈະນໍາຄວາມຮູ້ທາງດ້ານວິທະຍາສາດຂອງ ສປປ ລາວ ນໍາໄປຂະຫຍາຍໃນອະນາຄົດ.

ໃນພິທີ, ທ່ານ ປອ. ພອນແກ້ວ ຈັນທະມາລີ ໄດ້ແນະນໍາເຖິງວິທີການສະໝັກທຶນ, ການຄັດເລືອກ ແລະຄວາມສໍາຄັນຂອງທຶນການສຶກສາ ຈາກມູນນິທິຮອນດາ, ໂດຍເປີດຮັບສະໝັກນັກສຶກສາປີລະຄັ້ງ ແລະເປັນນັກສຶກສາທີ່ກໍາລັງສຶກສາມະຫາວິທະຍາໄລແຫ່ງຊາດ ຢູ່ໃນປີ 3, ປີ 4 ຂອງຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະຄະນະຊັບພະຍາກອນນໍ້າເທົ່ານັ້ນ, ເຊິ່ງການສະໝັກແມ່ນເລີ່ມແຕ່ ວັນທີ 19 ພືດສະພາ ໄປຈົນເຖິງ 30 ມິຖຸນາ 2023. ຫຼັງຈາກນັ້ນ ທາງຄະນະກໍາມະການຂອງໂຄງການລາງວັນຮອນດາ ຈະຄັດເລືອກຜ່ານການສອບເສັງຂຽນບົດຄວາມຕາມຫົວຂໍ້ທີ່ກຳນົດ ເປັນພາສາລາວ ໃນວັນທີ 2 ສິງຫາ; ສອບເສັງຂຽນບົດຄວາມຕາມຫົວຂໍ້ທີ່ກຳນົດ ເປັນພາສາອັງກິດ ໃນວັນທີ 30 ສິງຫາ; ແລະສຳພາດເປັນພາສາອັງກິດໃນວັນທີ 27 ກັນຍາ 2023. ເພື່ອຄັດເອົາ ນັກສຶກສາພຽງ 2 ຄົນເທົ່ານັ້ນເປັນຜູ້ຊະນະ. ນັກສຶກສາຜູ້ຊະນະ ຈະໄດ້ຮັບທຶນການສຶກສາຈຳນວນ 3.000 ໂດລາສະຫະລັດ ພ້ອມທັງໄດ້ຮັບສິດທິໃນການເລືອກສຶກສາຕໍ່ໃນລະດັບ ປະລິນຍາໂທ ຫຼື ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ໂດຍການໃຫ້ທຶນຂອງມູນນິທິຮອນດາອີກດ້ວຍ.

ພາບບັນຍາກາດ