Select your language

ກິດຈະກໍາສົ່ງເສີມທັກສະການເວົ້າພາຍໃຕ້ຫົວຂໍ້ “ເວົ້າມີວາທະເພື່ອສົ່ງເສີມທັກສະການໃຊ້ພາສາ ແລະວັດທະນະທໍາລາວ” ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2023 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອຈ. ໄມພອນ ດວງພະສີ ຫົວໜ້າພາກວິຊາພາສາ-ວັດທະນະທໍາລາວ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ(ມຊ), ເຂົ້າຮ່ວມມີບັນດາພະນັກງານ, ຄູ-ອາຈານ, ຜູ້ໃຫ້ການອຸປະຖໍາ, ມີນັກສຶກສາທົ່ວພາກວິຊາ ແລະນັກສຶກສາອ້ອມຂ້າງ ມຊ. ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກິດຈະກໍາໃນຄັ້ງນີ້ ແມ່ນເພື່ອເປັນການປະຕິບັດຕາມແຜນການສຶກສາປະຈໍາສົກສຶກສາ 2022-2023 ຂອງພາກວິຊາພາສາ-ວັດທະນະທໍາລາວ ກໍຄືນອນຢູ່ໃນ 5 ຫຼັກມູນການສຶກສາທີ່ທາງກະຊວງສຶກສາທິການ ແລະກີລາວາງອອກ. ທັງເປັນການສົ່ງເສີມໃຫ້ຄົນລາວ ກໍຄືໄວໜຸ່ມລາວໃຫ້ຫັນມາສົນໃຈໃນການປົກປັກຮັກສາ ແລະສົ່ງເສີມການນໍາໃຊ້ພາສາລາວໃນຊີວິດປະຈໍາວັນ ແລະສື່ຕ່າງໆຢ່າງຖືກຕ້ອງ ແລະເໝາະສົມ, ພ້ອມທັງຍົກຄຸນຄ່າໃຫ້ສັງຄົມເຫັນຄວາມສໍາຄັນຂອງວັດທະນະທໍາທີ່ເປັນເອກະລັກຂອງຊາດໃຫ້ນັບມື້ນັບຫຼາຍຂຶ້ນ.

ການແຂ່ງຂັນໃນຄັ້ງນີ້ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 14 ຄົນ ໃນນັ້ນມີນັກສຶກລາວ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ທີ່ກໍາລັງສຶກສາຢູ່ປີທີ 1 - 4 ຂອງພາກວິຊາພາສາ-ວັດທະນະທໍາລາວ ຄະນະອັກສອນສາດ ມຊ. ເຊິ່ງການແຂ່ງຂັນໄດ້ແບ່ງອອກເປັນ 3 ຮອບຄື ຮອບທີ 1 ແມ່ນການເວົ້າໂດຍການກະກຽມລ່ວງໜ້າ ທີ່ມີເນື້ອໃນສື່ເຖິງການປົກປັກຮັກສາ ແລະສົ່ງເສີມວັດທະນະທໍາລາວເຊັ່ນຫົວຂໍ້ ຄົນລາວຮຽນພາສາລາວເພື່ອຫຍັງ?, ນັກສຶກສາຕ່າງປະເທດໄດ້ຫຍັງຈາກການຮຽນພາສາລາວ, ໄວໜຸ່ມຍຸກໃໝ່ ຄວນໃສ່ໃຈວັດທະນະທໍາ, ຮອຍຍິ້ມຂອງວັດທະນະທໍາ ເປັນຕົ້ນ. ຮອບທີ 2 ແມ່ນເວົ້າໂດຍບໍ່ໄດ້ກຽມ ໂດຍການຈົກສະຫຼາກເອົາຫົວຂໍ້ໃດໜຶ່ງ ແລະ ຮອບທີ 3 ແມ່ນຮອບຕອບຄໍາຖາມສະແດງທັດສະນະຄະຕິເພື່ອຊິງຊະນະເລີດ.

ຜົນການແຂ່ງຂັນ ລາງວັນຊະນະເລີດ ໄດ້ແກ່ ທ້າວ ຈັບ ວິໄລວອນ ນັກສຶກສາຫ້ອງ ປີ 3 ຂ. ເວົ້າສະແດງທັດສະນະພາຍໃຕ້ຫົວຂໍ້: ການແນະນໍາ ແລະເຊີນຊວນໃຫ້ໄວໜຸ່ມຫັນມາປົກປັກຮັກສາ ແລະສົ່ງເສີມວັດທະນະທໍາລາວ, ລາງວັນທີ 2 ໄດແກ່ ທ້າວ ຫງວຽນຍືກວາງຮຸ່ຍ ນັກສຶກສາຫວຽດນາມ ປີ 4 ຂ. ຫົວຂໍ້: ການແນະນໍາ ແລະ ສະເໜີວິທີແກ້ໄຂບັນຫາການໃຊ້ພາສາລາວທີ່ຜິດພາດໃນສື່ສັງຄົມອອນລາຍຂອງໄວໜຸ່ມປັດຈຸບັນ ແລະ ລາງວັນທີ 3 ໄດ້ແກ່ ນາງ ສາພອນ ພົມມະຈັນ ນັກສຶກສາຫ້ອງ ປີ 3 ກ. ເວົ້າໃນຫົວຂໍ້: ບົດບາດຂອງວັນນະຄະດີ ກັບການນໍາມາປະຍຸກໃຊ້ໃນການດໍາລົງຊີວິດ ເຊິ່ງຕະຫຼອດງານແມ່ນເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະມ່ວນຊື່ນ.

ພາບບັນຍາກາດ