Select your language

ໃນວັນທີ 23 ພືດສະພາ 2023 ຜ່ານມາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ(ມຊ)ໄດ້ຈັດພິທີເປີດຫຼັກສູດການຮຽນ-ການສອນ ໃນລະດັບປະລິນຍາເອກ ສາຂາການພັດທະນາສັງຄົມ ທີ່ຫ້ອງປະຊຸມສະໂມສອນ ມຊ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ. ໄກສອນ ເພັງໂສພາ ຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາຕີ, ພ້ອມດ້ວຍແຂກຖືກເຊີນ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

      ໃນພິທີ, ທ່ານ ອຸດອນ ວົງສົມມີ ຫົວໜ້າພະແນກການສຶກສາ ຫຼັງປະລິນຍາຕີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິີລາ ສະບັບເລກທີ 1321/ສສກ, ລົງວັນທີ 10 ເມສາ 2023, ວ່າດ້ວຍການຮອງຮັບ ແລະອະນຸມັດນໍາໃຊ້ຫຼັກສູດ ລະດັບປະລິນຍາເອກ ວິທະຍາສາດສັງຄົມ ສາຂາ ການພັດທະນາສັງຄົມ ຢູ່ຄະນະວິທະຍາສາດສັງຄົມ ມຊ; ເຊິ່ງອະນຸມັດໃຫ້ສາມາດຮັບນັກສຶກສາໄດ້ 7 ຄົນ/ຫຼັກສູດຕໍ່ປີ; ເຊິ່ງຈະໄດ້ຈັດການຮຽນ-ການສອນແບບເປັນໜ່ວຍກິດ ແບບເຕັມເວລາ (ຮຽນພາກທິດສະດີວັນເສົາ-ວັນອາທິດ ພາກເຊົ້າແຕ່ເວລາ 8:00 – 11:30, ພາກບ່າຍ 13:00 – 16:30 ນາທີ) ໃຊ້ເວລາຮຽນທັງໝົດ 3 ປີ (6 ພາກຮຽນ). ສຳລັບຂັ້ນຕອນການສະໝັກ 1.) ຄັດເລືອກເອກະສານສະໝັກຕາມເງື່ອນໄຂ, 2.) ສອບເສັງ (ພາກຂຽນ) ແລະ 3.) ສຳພາດ (ພາກປາກເປົ່າ); ໄລຍະເວລາເປີດຮັບສະໝັກ ເລີ່ມແຕ່ 1 ມີຖຸນາ ຫາ 13 ສິງຫາ 2023 ເຊິ່ງມື້ສອບເສັງ ແລະສຳພາດ ແມ່ນວັນທີ 19 ສິງຫາ 2023 ສຳລັບຄ່າຮຽນແມ່ນ 58,000,000 ກີບຕໍ່ຄົນ.

ຫຼັກສູດປະລິນຍາເອກວິທະຍາສາດສັງຄົມ ສາຂາການພັດທະນາສັງຄົມ ຖືເປັນຫຼັກສູດປະລິນຍາເອກທີ 8 ຂອງ ມຊ ແລະ ເປັນຫຼັກສູດປະລິນຍາເອກ ສາຂາທຳອິດທີ່ກ່ຽວກັບວິທະຍາສາດສັງຄົມ. ຈຸດປະສົງຂອງຫຼັກສູດແມ່ນເພື່ອສ້າງນັກວິຊາການດ້ານການພັດທະນາສັງຄົມ ທີ່ໜັກແໜ້ນດ້ານພື້ນຖານທິດສະດີ, ມີຄວາມຮູ້ຄວາມເຂົ້າໃຈກວ້າງຂວາງເລິກເຊິ່ງ, ມີທັກສະດ້ານການຄົ້ນຄວ້າວິທະຍາສາດ ເພື່ອເປັນພື້ນຖານໃນການພັດທະນາໃຫ້ກາຍເປັນຜູ້ຊ່ຽວຊານໃນດ້ານການຄົ້ນຄວ້າວິທະຍາສາດ ໃຫ້ຖືກຕ້ອງຕາມຫຼັກວິທະຍາ; ເພື່ອສ້າງ ແລະຍົກລະດັບດ້ານວິທະຍາສາດ ໃຫ້ແກ່ອະດີດນັກສຶກສາທີ່ສໍາເລັດການສຶກສາໃນລະດັບປະລິນຍາໂທ ວິທະຍາສາດສັງຄົມ ໄດ້ມີໂອກາດກັບມາຍົກລະດັບວິຊາສະເພາະໃຫ້ສູງຂຶ້ນ; ຍົກລະດັບນັກຄົ້ນຄວ້າໃຫ້ມີຄວາມຮູ້-ຄວາມສາມາດເທົ່າທຽມກັບພາກພື້ນ ແລະສາກົນ ໂດຍຜ່ານການຖ່າຍທອດຄວາມຮູ້ຈາກຜູ້ຊ່ຽວຊານສະເພາະດ້ານ.

ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດສອບຖາມໄດ້ທີ່ ໂທລະສັບ: 021 770876; 030 5713642 ຄະນະວິທະຍາສາດສັງຄົມ ໃນໂມງ ແລະເວລາລັດຖະການ.

ພາບບັນຍາກາດ