Select your language

ໃນຕອນເຊົ້າ ວັນທີ 26 ພຶດສະພາ 2023 ນີ້, ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ມຊ. ສະໄໝທີ V ຂອງຕົນຂຶ້ນ ທີ່ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ສະຫາຍ ຮສ. ປອ. ອຸດົມ ພອນຄໍາເພັງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ອະທິການບໍດີ ມຊ, ບັນດາສະຫາຍ ຄະນະບໍລິຫານງານພັກ ມຊ, ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕາງໜ້າຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ແລະສະມາຊິກພັກເຂົ້າຮ່ວມ.

           ສະຫາຍ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຄະນະພັກກະຊວງສຶກສາທິການ ແລະກີລາ, ຮອງເລຂາຄະນະພັກ,   ຮອງອະທິການບໍດີ ມຊ. ໄດ້ຂຶ້ນຜ່ານບົດສະຫຼຸບເຄິ່ງສະໄໝ ຂອງຄະນະບໍລິຫານງານພັກ ສະໄໝທີ v ຂອງ ມຊ, ເຊິ່ງສະຫາຍໃຫ້ຮູ້ວ່າ: ຄະນະພັກມະຫາວິທະຍາໄລແຫ່ງຊາດ ໄດ້ຖືເອົາວຽກງານຄົ້ນຄວ້າ-ວິໄຈ ເປັນໜ້າທີ່ຕົ້ນຕໍ ແລະຖືສໍາຄັນຄຽງຄູ່ກັບການຮຽນ-ການສອນ ແລະການໃຫ້ບໍລິການວິຊາການແກ່ສັງຄົມ ໂດຍແນໃສ່ຄົ້ນຄວ້າວິທະຍາສາດ ແລະນະວັດຕະກໍາໃໝ່ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ຊຶ່ງໄລຍະສອງປີເຄິ່ງຜ່ານມາ ສະແດງອອກໃນການຈັດງານວາງສະແດງຜົນງານທາງດ້ານວິຊາການ, ກິດຈະກໍາວັນວິທະຍາສາດ, ການຄັດເລືອກນັກຄົ້ນຄວ້າດີເດັ່ນ, ການສົ່ງນັກສຶກສາເຂົ້າຮ່ວມແຂ່ງຂັນນະວັດຕະກໍາລຸ່ມແມ່ນໍ້າຂອງ, ການແຂ່ງຂັນຫຸ່ນຍົນນານາຊາດ ແລະຈັດຕັ້ງກອງປະຊຸມວິທະຍາສາດລະດັບພາກພື້ນທີ່ຕິດພັນກັບຫົວຂໍ້ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະການພັດທະນາແບບຍືນຍົງ, ສໍາເລັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ລະດັບຊາດ ຄັ້ງ ທີ 8 ປີ 2021 “ວິທະຍາສາດ ເທັກໂນໂລຊີ ແລະນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ໃນຍຸກວິຖີຊີວິດແບບໃໝ່”;. ໃນປັດຈຸບັນມະຫາວິທະຍາໄລແຫ່ງຊາດ ມີນັກຄົ້ນຄວ້າວິທະຍາສາດທັງໝົດ 1.187 ຄົນ. ຈັດຕັ້ງດໍາເນີນບໍລິການວິຊາການແກ່ສັງຄົມເປັນຕົ້ນ ການລົງເກັບກຳຂໍ້ມູນ ແລະ ເຝິກອົບຮົມການທອມແບ້ ຮ່ວມກັບຊາວກະສິກໍາ ທີ່ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຜົ້ງສາລີ; ຈັດເຝິກອົບຮົມການທອມງົວ ໃຫ້ປະຊາຊົນ 10 ບ້ານເຂົ້າຮ່ວມເປັນວິທະຍາກອນ, ວິຊາການໃນການເຝິກອົບຮົມ ແລະເກັບກໍາຂໍ້ມູນກ່ຽວກັບວຽກງານກະສິກຳ, ປູກຝັງ-ລ້ຽງສັດ ໃນຂອບເຂດທົ່ວປະເທດ.

          ໃນໂອກາດນີ້, ສະຫາຍ ຮສ. ປອ. ພຸດ ສິມມາລາວົງ ໄດ້ໂອ້ລົມຕໍ່ທີ່ປະຊຸມ ພ້ອມທັງກ່າວເນັ້ນໜັກວ່າ: ໃຫ້ສືບຕໍ່ເອົາໃຈໃສ່ ແລະເພີ່ມທະວີຄວາມຮັບຜິດຊອບວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ໜັກແໜ້ນ ແລະເຂັ້ມແຂງ, ກວ້າງຂວາງເລິກເຊິ່ງດ້ວຍຫຼາຍຮູບຫຼາຍແບບ, ເພື່ອເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກ, ຄູ-ອາຈານ ແລະນັກສຶກສາ ມີຄວາມຮັບຮູ້, ເຂົ້າໃຈ, ກໍາແໜ້ນ ແລະເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອມຊຶມນະໂຍບາຍ, ລະບຽບ, ແຜນຍຸດທະສາດການພັດທະນາການສຶກສາ ວິທະຍາສາດ ແລະກີລາ, ຕ້ອງກໍາແໜ້ນຢ່າງເລິກເຊິ່ງ ແລະກໍາໄດ້ທີ່ຕັ້ງ ພາລະບົດບາດ ໜ້າທີ່ການເມືອງຂອງມະຫາວິທະຍາໄລແຫ່ງຊາດ, ຄວາມຮັບຮູ້, ຄວາມເຂົ້າໃຈ ເຊື່ອມຊຶມນັ້ນ; ມັນສະແດງອອກທາງພຶດຕິກໍາຕົວຈິງຂອງສະມາຊິກພັກ, ພະນັກງານ ຄູ-ອາຈານ ແລະນັກສຶກສາ, ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດບັນດານິຕິກໍາ, ແຜນຍຸດທະສາດ, ແຜນການ, ແຜນງານ ແລະໂຄງການທີ່ກໍານົດໄວ້ ໃຫ້ແທດເຖິງ ແລະໃຫ້ເກີດໝາກຜົນເປັນຈິງເຮັດແນວໃດໃຫ້ມະຫາວິທະຍາໄລແຫ່ງຊາດ ກາຍເປັນມະຫາວິທະຍາໄລທີ່ໄດ້ຮັບການພັດທະນາຢ່າງຮອບດ້ານ, ສືບຕໍ່ພັດທະນາຊັບພະຍາກອນມະນຸດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສອດຄ່ອງກັບສະພາບໃນແຕ່ລະໄລຍະ, ກົມກຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຂະແໜງການເສດຖະກິດໃນໄລຍະໃໝ່, ສືບຕໍ່ປັບປຸງການກໍ່ສ້າງພັກ-ພະນັກງານໃຫ້ຖືກຕ້ອງຕາມຫຼັກການຂອງພັກ, ຫຼັກການລວມສູນ ປະຊາທິປະໄຕ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຊັດເຈນ, ເອົາໃຈໃສ່ຫຼັກການຕໍານິຕິຊົມຕົນເອງ ແລະຕໍານິກໍ່ສ້າງຊຶ່ງກັນ ແລະກັນ ດ້ວຍຄວາມຈິງໃຈ. ສືບຕໍ່ປັບປຸງກົງຈັກການຈັດຕັ້ງພັກ, ການຈັດຕັ້ງລັດໃຫ້ກະທັດລັດ, ຄົນຜູ້ໜຶ່ງຮັບຜິດຊອບຫຼາຍວຽກ ແຕ່ມີປະສິດທິພາບ ມີປະສິດທິຜົນສູງ, ເອົາໃຈໃສ່ວຽກງານກວດກາພັກ-ກວດກາລັດ ຢ່າງເປັນລະບົບຕໍ່ເນື່ອງ ແລະສືບຕໍ່ຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເດັດດ່ຽວກໍາຈັດປັດເປົ່າປະກົດການຫຍໍ້ທໍ້ ແລະພະຍາດຕ່າງໆ. ທີ່ພາໃຫ້ເສຍຄວາມສາມັກຄີ, ເສື່ອມຖອຍດ້ານຄຸນສົມບັດສິນທໍາປະຕິວັດ ແບບແຜນການດໍາລົງຊີວິດ ທີ່ບໍ່ຖືກຕ້ອງ.

ພາບບັນຍາກາດ