Select your language

ໃນຕອນເຊົ້າວັນທີ 25 ພຶດສະພາ 2023 ນີ້, ຄະນະວິທະຍາສາດສັງຄົມ(ຄສຄ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີປະກາດການຈັດຕັ້ງ ແລະມອບ-ຮັບວຽກຄະນະບໍດີ ຂອງຄະນະຕົນຂຶ້ນ ທີ່ຫ້ອງປະຊຸມຂອງຄະນະດັ່ງກ່າວ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ຄໍາເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ມີບັນດາທ່ານຮອງຄະນະບໍດີ, ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າພະແນກ, ບັນດາພະນັກງານ, ຄ-ອາຈານ ທົ່ວ ຄສຄ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂດຍຫຍໍ້ ຂອງຄະນະວິທະຍາສາດສັງຄົມ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າ ຄະນະວິທະຍາສາດສັງຄົມເປັນ 1 ໃນ 13 ຄະນະວິຊາຂອງ ມຊ, ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຄື່ອນໄຫວວຽກງານໃນຫຼາຍໆດ້ານ; ໂດຍສະເພາະແມ່ນວຽກງານການຈັດຕັ້ງການຮຽນ-ການສອນ, ການຄົ້ນຄວ້າວິໄຈ, ການສ້າງ ແລະພັດທະຍາຫຼັກສູດ ລວມທັງວຽກງານປິ່ນອ້ອມດ້ານອື່ນໆ ຢ່າງມີຄຸນນະພາບ ແລະມີຜົນສໍາເລັດເປັນກ້າວໆມາ, ເຊິ່ງໄດ້ເຮັດໃຫ້ຄະນະວິທະຍາສາດສັງຄົມມີຄວາມເຕີບໃຫຍ່-ຂະຫຍາຍຕົວ ທັງທາງດ້ານປະລິມານ ແລະຄຸນນະພາບ, ມາຮອດປັດຈຸບັນ ຄະນະວິທະຍາສາດສັງຄົມສາມາດພັດທະນາ ແລະເປີດຫຼັກສູດ ລະດັບປະລິນຍາເອກ ສາຂາ ການພັດທະນາສັງຄົມ, ຊຶ່ງມີຄວາມພ້ອມເປີດຮັບຮັກສຶກສາ ແລະດໍາເນີນການຮຽນ-ການສອນ  ໃນສົກສຶກສາ 2023-2024ນີ້.

ຈາກນັ້ນທ່ານ ຄໍາເຟືອງ ລໍວັນໄຊ ຫົວໜ້າຫ້ອງການ ຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ອະທິການບໍດີ ມຊ ວ່າດ້ວຍການແຕ່ງຕັ້ງ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ ສະບັບເລກທີ 1931/ ມຊ ລົງວັນທີ 25 ພຶດສະພາ 2023 ຄື: ແຕ່ງຕັ້ງ ທ່ານ ຮສ.ປທ ສະເຫຼີມສັກ ພາບຸດດີ ຮອງຄະນະບໍດີ ເປັນຮັກສາການຄະນະບໍດີ ຊົ່ວຄາວ, ຜ່ານຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 2043 ແລະ ຂໍ້ຕົກລົງສະບັບເລກທີ 2083/ສສກ ລົງວັນທີ 23 ພຶດສະພາ 2023; ແຕ່ງຕັ້ງ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ 02 ທ່ານ ຄື: ທ່ານ ອຈ. ປອ ນາງ ສົມຄິດ ບູລິດໍາ ຫົວໜ້າພາກວິຊາ ພູມີສາດ ແລະສາລະສົນເທດສາດ ເປັນຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ແລະທ່ານ ອຈ. ປອ. ສາຍໃຈ ສີລາເດດ ຫົວໜ້າສູນ RTC ເປັນຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ.

ໃນຕອນທ້າຍພິທີ ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງວຽກງານການຈັດຕັ້ງ ແລະການສັບຊ້ອນຕໍາແໜ່ງງານ, ການຍົກຍ້າຍ-ປ່ຽນແທນ, ການສືບຕໍ່ພາລະກິດ, ການເຝິກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງ ການເປັນແບບຢ່າງທີ່ດີໃນການປະຕິບັດໜ້າທີ່ວຽກງານ, ການຖຸ່ມເທເຫື່ອແຮງ-ສະຕິປັນຍາຕໍ່ສ່ວນລວມ ແລະຄອບຄົວ. ຂະນະດຽວກັນທ່ານຍັງໄດ້ສະແດງຄວາມຫ່ວງໄຍ ແລະກ່າວເນັ້ນໃຫ້ພະນັກງານ, ຄູ-ອາຈານໃຫ້ມີສະຕິ ແລະມີຄວາມເຂົ້າໃຈ ຕໍ່ສະພາບການປ່ຽນແປງຂອງໂລກ, ສະພາບເສດຖະກິດ, ໂອກາດໃນການຊອກຫາວຽກເຮັດງານທໍາ, ການພັດທະນາທາງດ້ານວຽກງານສຸຂະອະນາໄມ ແລະບັນຫາການໂຄສະນາຂໍ້ມູນຂ່າວສານ ໃນສະພາບການປ່ຽນແປງໃນປັດຈຸບັນ.

ພາບບັນຍາກາດ