Select your language

ໃນຕອນເຊົ້າ ວັນທີ 5 ມິຖຸນາ 2023 ຜ່ານມາ,  ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳສະເຫຼີມ-ສະຫຼອງວັນສິ່ງແວດລ້ອມໂລກ ຂຶ້ນທີ່ຄະນະຂອງຕົນ, ໂດຍການເປັນປະທານ ຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ຈັນດາ ວົງສົມບັດ ຄະນະບໍດີ ຄສວ, ມີບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ກະຊວງ, ກົມກອງທີ່ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

      ໃນໂອກາດນີ້, ທ່ານ ຮສ. ໂພສີ ທິບດາວັນ ໄດ້ຂຶ້ນກ່າວເປີດພິທີ, ເຊິ່ງທ່ານກ່າວວ່າ: ຄົນເຮົາອາໄສທຳມະຊາດ ກໍຄື ສິ່ງແວດລ້ອມໃນການດຳລົງຊີວິດ ແລະໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກສິ່ງແວດລ້ອມ; ປັນຈຸບັນສິ່ງແວດລ້ອມໃນຫຼາຍເຂດ ໄດ້ຖືກທຳລາຍຈາກຄົນເຮົາ ຈຶ່ງພາໃຫ້ເກີດໄພທໍາມະຊາດຕາມມາ. ສະນັ້ນ, ພວກເຮົາທຸກຄົນຕ້ອງຊ່ວຍກັນເປັນເຈົ້າການໃນການອະນຸລັກ-ຮັກສາ ສິ່ງແວດລ້ອມໃຫ້ສະອາດ ປາສະຈາກມົນລະພິດ ເພື່ອການພັດທະນາແບບຍືນຍົງ.

      ວັນສິ່ງແວດລ້ອມໂລກ ແມ່ນໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຂອງທຸກໆປີ ເຊິ່ງໃນປີນີ້, ຄສວ ກໍໄດ້ມີການຈັດກິດຈະກຳທີ່ຫຼາກຫຼາຍເພື່ອໃຫ້ຜູ້ທີ່ເຂົ້າຮ່ວມໄດ້ຮູ້ ແລະເຂົ້າໃຈກ່ຽວກັບການອະນຸລັກ ແລະປົກປັກຮັກສາສິ່ງແວດລ້ອມ, ເພື່ອເຜີຍແຜ່ຄວາມໝາຍຄວາມສໍາຄັນຂອງວັນສິ່ງແວດລ້ອມໂລກ ແລະເພື່ອສ້າງຂະ​ບວນການປຸກຈິດສໍານຶກອັນດີຕໍ່ສິ່ງແວດລ້ອມໃຫ້​ແກ່ນັກຮຽນນັກສຶກສາ ເຊິ່ງກິດຈະກໍາພາຍໃນງານມີ ການວາງບູດສະແດງຈາກ 4 ພາກວິຊາຂອງຄະນະ​, ອົງການຈັດສາກົນ ແລະໜ່ວຍງານຕ່າງໆ; ການບັນຍາຍກ່ຽວກັບຜົນກະທົບຂອງສິ່ງເສດເຫຼືອຂອງປາສຕິກ “Effect and Solution to Microplastic Pollution”, ຂະບວນການຫຼຸດຜ່ອນຂີ້ເຫຍື້ອປາສຕິກດ້ວຍຂະບວນການ Pyrolysis; ການສາຍສາລະຄະດີກ່ຽວກັບສິ່ງແວດລ້ອມ ເພື່ອສ້າງຂະບວນການທີ່ມີປະໂຫຍດໃຫ້ແກ່ນັກຮຽນນັກສຶກສາໃນຄະນະວິທະຍາສາດສິ່ງແວດລ້ອມ ແລະຜູ້ສົນໃຈທົ່ວໄປໃນສັງຄົມ ທີ່ໂຮງໜັງຊິດຕີ້ເພັກດົງໂດກ.

ພາບບັນຍາກາດ