Select your language

ໃນຕອນບາ່ຍ ວັນທີ 7 ມິຖຸນາ 2023 ຜ່ານມາ, ພາກວິຊາພາສາຈີນ ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານແຂ່ງຂັນຮ້ອງເພງຈີນ ຄັ້ງທີ I ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ເທບວິໄລວົງ ຮອງຄະນະບໍດີ ຄອສ, ມີບັນແຂກຖືກເຊີນ, ຄະນະກຳມະການຕັດສິນການແຂ່ງຂັນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.

          ການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອໃຫ້ນັກສຶກສາທີ່ຮຽນພາສາຈີນໄດ້ຮຽນຮູ້ພາສາ ແລະ ວັດທະນະທຳຂອງ ສປ ຈີນ ຢ່າງເລິກເຊິ່ງໂດຍຜ່ານບົດເພງ ແລະສຽງດົນຕີ, ການແຕ່ງກາຍ ທີ່ເປັນເອກະລັກສະເພາະຂອງ ສປ ຈີນ, ພ້ອມທັງເປັນການເຝິກຝົນໃຫ້ນັກສຶກສາໄດ້ກ້າສະແດງຄວາມສາມາດໃນການຮ້ອງເພງອອກສູ່ສັງຄົມ.

          ການແຂ່ງຂັນໃນຄັ້ງນີ້ ມີນັກສຶກສາເຂົ້າຮ່ວມທັງໝົດ 15 ຄົນ ເຊິ່ງລ້ວນແຕ່ແມ່ນນັກສຶກສາຈາກພາກວິຊາພາສາຈີນ ຄອສ; ຜ່ານການແຂ່ງຂັນຜົນປະກົດວ່າ ລາງວັນຊະນະເລີດໄດ້ແກ່ ນາງ ປີວື ໄຟທ່າວປາໄຈ ນັກສຶກສາປີທີ 3 ໄດ້ຮັບທຶນການສຶກສາ 2,000,000 ກີບ; ລາງວັນທີ 2 ມີ 3 ຄົນໄດ້ແກ່: ທ້າວ ເຢີເລົ່າ, ນາງ ດອກເຖ ແລະ ນາງ ໄມມົນກື ໄດ້ຮັບທຶນການສຶກສາ ຄົນລະ 1,500,000 ກີບ; ສ່ວນລາງວັນທີ 3 ມີ 5 ຄົນໄດ້ແກ່: ທ້າວ ບຸນຈັນ, ທ້າວ ຕຸທາວ, ທ້າວ ຢີເລັງລໍ່, ທ້າວ ວິໂຊຢ່າງ ແລະ ທ້າວ ບີປອຍ ໄດ້ຮັບທຶນການສຶກສາຄົນລະ 1,000,000 ກີບ.

ພາບບັນຍາກາດ