Select your language

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກິດຈະກຳແຂ່ງຂັນຂົວພາສາຈີນ ຄັ້ງທີ 22 ປະຈຳປີ 2023 ເພື່ອສ້າງໂອກາດໃຫ້ແກ່ນັກສຶກສາ, ເປັນເວທີທີ່ສະແດງຄວາມຮູ້-ຄວາມສາມາດ ແລະ ຢັ້ງຢືນລະດັບຄວາມສາມາດຂອງຕົນເອງ, ເພື່ອຄັດເລືອກເອົາຜູ້ທີ່ດີເດັ່ນເຂົ້າຮ່ວມແຂ່ງຂັນລະດັບໂລກ ທີ່ ສປ ຈີນ.

ການແຂ່ງຂັນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 20 ມິຖຸນາ 2023 ທີ່ສະຖາບັນຂົງຈື ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຕູ້ສາງຊິງ ຫົວໜ້າຫ້ອງການ ການເມືອງ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ, ພ້ອມດ້ວຍແຂກຖືກເຊີນ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ກ່າວວ່າ: ການແຂ່ງຂັນຂົວພາສາຈີນ ເປັນກິດຈະກຳໜຶ່ງທີ່ສຳຄັນ, ເປັນການແຂ່ງຂັນຄວາມຮູ້ດ້ານພາສາຈີນ ແລະ ທັກສະພອນສະຫວັນດ້ານຕ່າງໆຂອງນັກສຶກສາ ມະຫາວິທະຍາໄລທົ່ວປະເທດ ເພື່ອຄັດເລືອກເອົາຜູ້ທີ່ດີເດັ່ນເຂົ້າຮ່ວມແຂ່ງຂັນຂົວພາສາຈີນ ຂອງນັກສຶກສາມະຫາວິທະຍາໄລທົ່ວໂລກ ໂດຍໄດ້ຈັດຕັ້ງແຂ່ງຂັນໃນແຕ່ລະປີ ແລະ ມາຮອດປີ 2023 ກໍເປັນຄັ້ງທີ 22. ສຳລັບຈັດການແຂ່ງຂັນຂົວພາສາຈີນ ໃນທົ່ວປະເທດລາວ ແລະ ການຈັດການແຂ່ງຂັນຄັ້ງນີ້ ຈະເປັນເວທີສຳຄັນໃຫ້ນັກສຶກສາໄດ້ສະແດງຄວາມສາມາດຂອງຕົນດ້ານພາສາ ແລະ ຈະຄັດເລືອກຜູ້ທີ່ດີເດັ່ນເປັນຕົວແທນຂອງນັກສຶກສາ ມະຫາວິທະຍາໄລຂອງລາວ ເຂົ້າຮ່ວມແຂ່ງຂັນລະດັບໂລກ ທີ່ ສປ ຈີນ ໂດຍຈະຈັດຂຶ້ນໃນຕໍ່ໜ້ານີ້.

ການຈັດກິດຈະກຳດັ່ງກ່າວນີ້, ຍັງເປັນການຊ່ວຍຊຸກຍູ້ການຮຽນຮູ້ພາສາຈີນຂອງນັກສຶກສາ ທັງໄດ້ຮຽນຮູ້ແລກປ່ຽນດ້ານວັດທະນະທຳອັນດີງາມຂອງສອງຊາດ ລາວ-ຈີນ ເພື່ອເປັນກໍາລັງແຮງທີ່ສໍາຄັນປະກອບສ່ວນເຂົ້າໃນການສ້າງຜົນງານໃຫ້ແກ່ການພົວພັນຮ່ວມມື ແລະ ມິດຕະພາບອັນດີງາມຂອງລາວ-ຈີນ ໃຫ້ນັບມື້ເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນີ້, ຍັງເປັນໜໍ່ແໜງຜູ້ສືບທອດທີ່ມີຄວາມຮູ້-ຄວາມສາມາດ ປະກອບສ່ວນສ້າງຜົນງານອັນໃຫຍ່ຫຼວງແກ່ປະເທດຊາດ ແລະ ເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືສອງປະເທດ ລາວ-ຈີນ ໃນຕໍ່ໜ້າໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

 ການແຂ່ງຂັນ ປີ 2023 ນີ້ ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ ຊຶ່ງຜ່ານການແຂ່ງຂັນໃນດ້ານການເວົ້າ, ຖາມ-ຕອບ ແລະ ການສະແດງດີເດັ່ນ ຜົນປະກົດວ່າ: ຊະນະເລີດ ໄດ້ແກ່ ນາງ ພອນທິບ ລັດຕະນະວົງ ນັກສຶກສາປີທີ 1, ອັນດັບ 2 ນາງ ເຂັມອັກສອນ ພົມມະຈັນ ນັກສຶກສາປີທີ 2 ແລະ ລາງວັນທີ 3 ມີທັງໝົດ 13 ຄົນ. ສະເພາະຜູ້ຊະນະເລີດການແຂ່ງຂັນຄັ້ງນີ້, ຈະໄດ້ໄປເຂົ້າຮ່ວມແຂ່ງຂັນຂົວພາສາຈີນ ທີ່ຈັດຂຶ້ນຢູ່ ສປ ຈີນ ໃນມໍ່ໆນີ້.

ພາບບັນຍາກາດ