Select your language

ໃນຕອນບ່າຍວັນທີ 21 ມິຖຸນາ 2023 ນີ້, ຄະນະສະຖາປັດຕະຍະກໍາສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານຕັດສິນການແຂ່ງຂັນອອກແບບ ໃນຫົວຂໍ້ ເພື່ອສັງຄົມຢູ່ດີກິນດີໃນ ສປປ ລາວ ໂດຍການກ່າວເປີດພິທີຂອງທ່ານ ຮສ. ປອ. ມະໂນລົດ ພິນິດ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມຊ, ເຂົ້າຮ່ວມມີບັນດາທ່ານ ຫົວໜ້າພະແນກ, ບັນດາຄະນະກໍາມະການ ຈາກບໍລິສັດຫຍ້າສີຟ້າ, ຈາກສະມາຄົມສະຖາປະນິກ ແລະວິສະວະກອນໂຍທາ, ຈາກບໍລິສັດມາລາລາວ, ຈາກມະຫາວິທະຍາໄລລາດກະບັງປະເທດໄທ ແລະບັນດາພະນັກງານ,  ຄູ-ອາຈານ  ແລະນັກສຶກສາ ຄສປ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງໃນການຈັດງານ ແມ່ນເພື່ອເປັນການແລກປ່ຽນ ແລະສົ່ງເສີມຄວາມຄິດສ້າງສັນທາງດ້ານການອອກແບບຂອງນັກສຶກສາ ທຸກສາຂາທີ່ກ່ຽວຂ້ອງດ້ານການອອກແບບໃນ ສປປ ລາວ, ເພື່ອເປັນການກະຕຸກຊຸກຍູ້ໃຫ້ນັກສຶກສາມີສ່ວນຮ່ວມໃນການຄົ້ນຄິດເພື່ອພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ, ທັງເປັນການສ້າງວັດທະນະທຳດ້ານການອອກແບບທີ່ພິຈາລະນາເພື່ອສັງຄົມທີ່ຢູ່ດີກິນດີ ແລະຄວາມຜາສຸກ, ເປັນການສ້າງຮູບແບບການພັດທະນາລະບົບການສຶກສາແບບມີສ່ວນຮ່ວມລະຫວ່າງພາກສ່ວນຜະລິດແຮງງານ, ນຳໃຊ້ແຮງງານ ແລະພັດທະນາວິຊາຊີບ.

ເນື່ອງຈາກວ່າ ຄສປ ມີຈຸດພິເສດສະເພາະທາງດ້ານການຮຽນ-ການສອນ ໃນແຕ່ລະພາກວິຊາ ກໍຄື: ພາກວິຊາ ສະຖາປັດຕະຍະກຳສາດ, ພາກວິຊາ ອອກແບບສະພາບແວດດລ້ອມຜັງເມືອງ, ພາກວິຊາ ວິທະຍາການອາຄານ ແລະພາກວິຊາ ອອກແບບຜະລິດຕະພັນ-ຕົກແຕ່ງ ແມ່ນໄດ້ຮຽນດ້ານທິດສະດີ ພ້ອມກັບ ການປະຕິບັດຕົວຈິງຕາມແນວຄວາມຄິດທີ່ວ່າ ຄິດເປັນ ເຮັດໄດ້. ໃນແຕ່ລະປີທາງ ຄສປ ໄດ້ມີການຈັດການແຂ່ງຂັນການອອກແບບຢ່າງເປັນປະຈຳ, ເພື່ອເສີມສ້າງທັກສະດ້ານການຮຽນຮູ້ຕະຫຼອດຊີວິດ ຂອງນັກສຶກສາ ແລະເພື່ອເປັນການ ປະກອບສ່ວນ ຊ່ວຍສັງຄົມທາງ ຄສປ ຈຶ່ງມີແນວຄວາມຄິດສ້າງແຮງຈູງໃຈ ແລະກະຕຸກຊຸກຍູ້ ໃຫ້ນັກສຶກສາ ທີ່ກ່ຽວຂ້ອງກັບການອອກແບບໃຫ້ມີແນວຄິດທີ່ຄວນຮັບຜິດຊອບຕໍ່ສັງຄົມໃນອະນາຄົດ. ນອກນີ້ ຍັງໄດ້ສ້າງມຸມມອງດ້ານຄວາມຄິດເບື້ອງຕົ້ນຕໍ່ກັບການແກ້ໄຂບັນຫາທີ່ເກີດຂຶ້ນໃນສັງຄົມລາວ ບໍ່ວ່າຈະເປັນດ້ານເສດຖະກິດທີ່ຫຼຸດຖອຍ ແລະສິ່ງຫຍໍ້ທໍ້ ທາງດ້ານຊ່ອງຫວ່າງຂອງສັງຄົມລາວ.  ໃນການແຂ່ງຂັນ ການອອກແບບນີ້ແມ່ນ ໄດ້ຖືກດຳເນີນ ແລະລະດົມທຶນ ໂດຍຫ້ອງຄົ້ນຄວ້າການພັດທະນາເມືອງ ແລະສິ່ງແວດລ້ອມທີ່ສ້າງຂຶ້ນ ຂອງ ຄສປ. ມຊ. ຮ່ວມກັບພາກສ່ວນນັກສຶກສາ ເກົາຫຼີ ທີ່ມາສຶກສາໃນປະເທດລາວ ແລະບໍລິສັດທີ່ປຶກສາເອຣິ. ກິດຈະກຳການແຂ່ງຂັນນີ້, ແມ່ນໄດ້ລິເລີ່ມຕັ້ງແຕ່ ເດືອນເມສາ 2023 ເຖິງ ທ້າຍເດືອນ ມິຖຸນາ 2023. ໃນຫົວຂໍ້ທີ່ມີຄວາມສຳຄັນຕໍ່ກັບສັງຄົມລາວໃນປັດຈຸບັນ “ Design for Social Well-Being in Laos ”. ຫົວຂໍ້ດັ່ງກ່າວນີ້ແມ່ນເພື່ອໃຫ້ນັກສຶກສາຮ່ວມລະດົມຄວາມຄິດກັນອອກແບບເພື່ອພັດທະນາ ທາງດ້ານການອອກແບບຊ່ວຍເຫຼືອ ແລະ ແກ້ໄຂບັນຫາໃນສັງຄົມ; ເຊິ່ງຫົວຂໍ້ດັ່ງກ່າວນີ້ ແມ່ນໄດ້ເຫັນເຖິງຄວາມສຳຄັນໃນລະດັບພາກພື້ນ ແລະສາກົນ ເຊິ່ງຄັ້ງນີ້ ແມ່ນຄັ້ງທຳອິດສຳລັບຫົວຂໍ້ ການແຂ່ງຂັນດັ່ງກ່າວ ເຊິ່ງ​ມີນັກສຶກສາສົ່ງຜົນງານເຂົ້າຮ່ວມທັງໝົດ 43 ຄົນ, ເຊິ່ງແບ່ງຕາມຫົວຂໍ້ ຍ່ອຍທີ່ຫຼາກຫຼາຍເຊັ່ນ: ການອອກແບບສຳລັບຜູ້ສູງອາຍຸ, ສຳລັບກຸ່ມຄົນພິການ, ກ່ຽວກັບສຸຂະພາບທີ່ດີ, ຄອບຄຸມທຸກເພດທຸກໄວ, ຄວາມປອດໄພ ແລະເຂົ້າເຖິງໄດ້ຂອງຄົນທີ່ມີລາຍໄດ້ຕ່ຳອີກດ້ວຍ.

            ການແຂ່ງຂັນມີ 44 ແບບສົ່ງເຂົ້າປະກວດ ແລະຄັດເຂົ້າຮອບ 10 ແບບ ເຊິ່ງຜົນການແຂ່ງຂັນອອກແບບ ເພື່ອສັງຄົມຢູ່ດີກິນດີໃນ ສປປ ລາວ ຄັ້ງນີ້, ຊະນະເລີດໄດ້ແກ່ ນາງ ທະນາພອນ ຊວ້ານສວນດາວ ສາຂາສະຖາປັດຕະຍະກໍາ ປີທີ 4 ໄດ້ຮັບເງິນລາງວັນ 22.000.000 ກີບ, ໄດ້ອັນດັບທີ 2 ໄດ້ແກ່ ນາງອານິສະຣາ ໄຊຍະກອນ ສາຂາ ອອກແບບຜະລິດຕະພັນ ປີທີ 2 ໄດ້ຮັບເງິນລາງວັນ 15.200.000 ກີບ ແລະອັນດັບທີ 3 ໄດ້ແກ່ທ້າວ ກີມສາຣິດ ປາດ  ສາຂາ ສະຖາປັດຕະຍະກໍາສາດ ປີທີ 3 ໄດ້ຮັບເງິນລາງວັນ 9.500.000 ກີບ ແລະໄດ້ມີນັກສຶກສາໄດ້ຮັບລາງວັນຊົມເຊີຍ 7 ນ້ອງ ໄດ້ເງິນລາງວັນຜູ້ລະ 760.000 ກີບ.

ພາບບັນຍາກາດ