Select your language

ໃນວັນທີ 28 ມິຖຸນາ 2023 ນີ້ ທີ່ບ້ານປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ ໄດ້ຈັດພິທີເປີດການນໍາໃຊ້ທາງຜ່ານປາ ນໍ້າເປາະໃນພື້ນທີ່ຝາຍນໍ້າລົ້ນນໍ້າເປາະ ຂຶ້ນຢ່າງເປັນທາງການເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງໆວຽງຈັນ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ພລອນ ເຄນລີ ເອກອັກຄະລັດຖະທູດອົດສະຕາລີ ປະຈໍາລາວ, ທ່ານ ສຈ. ລີ ໂບມມາກເນີ ຫົວໜ້າໂຄງການ ACIAR, ມີຕາງໜ້າຈາກກົມລ້ຽງສັດ ແລະການປະມົງ, ກົມແຜນການ ແລະ ການຮ່ວມມື, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະພັດທະນາຊົນນະບົດ, ກົມຊົນປະປະທານ, ຄູ-ອາຈານ, ນັກສຶກສາ, ອໍານາດການປົກຄອງບ້ານ ແລະປະຊາຊົນບ້ານປາກເປາະ, ບ້ານລ່ອງກວາງ, ນາຄຸນ, ນາມອນ ແລະນາມ່ວງ ເຂົາພ້ອມຢ່າງພ້ອມພຽງ.

          ຮູບແບບທາງຜ່ານປາ ຫຼືຂັ້ນໄດປາ ໄດ້ຮັບການພັດທະນາຂຶ້ນ ຢູ່ໃນຫຼາຍຂົງເຂດທົ່ວໂລກເຊິ່ງຊ່ວຍຂະຫຍາຍພັນປາ ແລະເພີ່ມຈໍານວນປາຢ່າງຫຼວງຫຼາຍຂຶ້ນ, ເຖິງຢ່າງໃດກໍຕາມໃນການອອກແບບທາງຜ່ານປາຕ້ອງໃຫ້ແທດເໝາະກັບປາທີ່ອາໄສຢູ່ຕາມທ້ອງຖິ່ນ ເພື່ອຮັບປະກັນໃຫ້ມີປະສິດທິພາບສູງສຸດ. ນໍ້າຊອງ ເປັນແມ່ນໍ້າທີ່ໄຫຼປ່ອງໃສ່ນໍ້າລີກ ເຊິ່ງເປັນແມ່ນໍ້າສາຂາຂອງນໍ້າຂອງ, ໄດ້ຫຼໍ່ລ້ຽງຊາວເມືອງ ວັງວຽງ ທັງເປັນແຫຼ່ງຫາປາ ຕາມປະເພນີເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດຂອງເມືອງວັງວຽງແຂວງວຽງຈັນ, ແມ່ນໍ້າຊອງມີປາທີເປັນເອກະລັກຫຼາຍຊະນິດເຊັ່ນ: ປາຂິ່ງ, ປາຄຽດ, ປາຈາດ, ປາກັ່ນດ່ຽງ, ປ່າແຂ້ວໃກ້, ປາມຸດ, ປາມັນ, ປາບູ່, ປາພັ່ນ ແລະປາຊະນິດອື່ນໆ ການຄຸ້ມຄອງປາບໍ່ໃຫ້ຖືກຜົນກະທົບທີ່ເກີດຈາກການພັດທະນາເພື່ອໃຫ້ເກີດຄວາມຍືນຍົງຂອງຊີວະນາໆພັນ ກໍຄື: ຊະນິດພັນປາ ຊ່ວຍໃຫ້ປາສາມາດຂະຫຍາຍພັນ ແລະຈະເລີນເຕີບໂຕ ພ້ອມທັງສາມາດນໍາໃຊ້ນໍ້າ ຊົນລະປະທານເຂົ້າໃນວຽກງານກະສິກໍາໄດ້ຢ່າງມີປະສິດທິພາບ, ພາຍໃຕ້ການຮ່ວມມືຂອງ ມະຫາວິທະຍາໄລແຫ່ງຊາດ, ກົມຊົນລະປະທານ, ກົມລ້ຽງສັດ ແລະການປະມົງ ກະຊວງກະສິກໍາ ແລະປ່າໄມ້ ຂອງ ສປປ ລາວ ແລະ ມະຫາວິທະຍາໄລສາດສະຕວດ ປະເທດອົດສະຕາລີ ໂດຍໄດ້ຮັບທຶນສະໜັບສະໜຸນຈາກ ລັດຖະບານອົດສະຕຣາລີ ຜ່ານສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕຣາລີ ແລະຂອບການຮ່ວມມືແມ່

ນໍ້າຂອງ-ອົດສະຕາລີ ຈຶ່ງໄດ້ສ້າງສະຖານທີ່ທົດລອງທາງຜ່ານປານໍ້າເປາະ ເພື່ອເປັນບ່ອນສາທິດນໍາໃຊ້ທາງຜ່ານປາ, ເປັນຂໍ້ມູນໃນການສຶກສາ  ແລະຮຽນຮູ້ໃນການອອກແບບກ່ຽວກັບທາງຜ່ານປາເພື່ອການພັດທະນາ ແລະ ຂະຫຍາຍໄປສູ່ສະຖານທີ່ອື່ນໆ.

          ເຊິ່ງພາຍຫຼັງພິທີຕັດແຖບຜ້າເປີດການນໍາໃຊ້ຢ່າງເປັນທາງການແລ້ວ ບັນດາແຂກທີ່ເຂົ້າຮ່ວມຍັງໄດ້ຮ່ວມກັນເບິ່ງການສາທິດໃນຈຸດທາງຜ່ານປາ ແລະປູກຕົ້ນເປັນທີ່ລະນຶກໃນສະຖານທີ່ດັ່ງກ່າວຕື່ມອີກ.

ພາບບັນຍາກາດ