Select your language

ໃນຕອນເຊົ້າ ວັນທີ 29 ມິຖຸນາ 2023 ຜ່ານມາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເຜີຍແຜ່ ແລະ ສະຫຼຸບຜົນການປະເມີນຫຼັກສູດປະລິນຍາໂທ ວິທະຍາສາດສັງຄົມ ສາຂາການສຶກສາປະຊາກອນ ແລະການພັດທະນາ ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ແລະ ທ່ານ ປອ. ສາຍໃຈ ສີລາເດດ ຮອງຄະນະບໍ ຄສຄ,  ມີບັນດາ ພະນັກງານ, ຄູ-ອາຈານ, ຜູ້ຕາງໜ້າຈາກອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ UNFPA ແລະນັກສຶກສາເຂົ້າຮ່ວມ.

          ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ ແລະ ລາຍງານຜົນການປະເມິນຫຼັກສູດປະລິນຍາໂທວິທະຍາສາດສັງຄົມ ສາຂາການສຶກສາປະຊາກອນ ແລະ ການພັດທະນາຂອງ ຄສຄ ພ້ອມທັງເປັນການແລກປ່ຽນຄວາມຄິດເຫັນຈາກຜູ້ທີ່ເຂົ້າຮ່ວມກອງປະຊຸມ, ເພື່ອປັບປຸງຫຼັກສູດດັ່ງກ່າວໃຫ້ສອດຄ່ອງຕາມມາດຕະຖານຫຼັກສູດແຫ່ງຊາດ. ເຊິ່ງການປະເມີິນຫຼັກສູດໃນຄັ້ງນີ້ ແມ່ນອີງໃສ່ການຮ່ວມມືທາງດ້ານວິຊາການລະຫວ່າງ ຄສຄ ກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA).

          ພ້ອມນັ້ນ ໃນກອງປະຊຸມຍັງໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນໃນການພັດທະນາ ແລະ ປັບປຸງຫຼັກສູດໃຫ້ແທດເໝາະກັບການຮຽນ-ການສອນໃນປັດຈຸບັນອີກດ້ວຍ.