Select your language

ໃນຕອນບ່າຍວັນທີ 3 ກໍລະກົດ 2023 ຜ່ານມານີ້, ຄະນະພັກ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ຈັດພິທີ ມອບ-ຮັບ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຂຶ້ນ ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດເປັນປະທານ ຂອງ ສະຫາຍ ນາງ ຂັນທະລີ ສີຣິພົງພັນ, ຮອງເລຂາ ຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ສະຫາຍ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ອະທິການບໍດີ ມຊ, ມີບັນດາສະຫາຍ ຄະນະພັກ ມຊ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະປະທານສາມອົງການຈັດຕັ້ງ ມະຫາຊົນ (ຊາວໜຸ່ມ, ກໍາມະບານ ແລະສະຫະພັນແມ່ຍິງ) ຂອງ ມຊ ເຂົ້າຮ່ວມ.

           ໃນທີ່ປະຊຸມ ສະຫາຍ ຄໍາເຟືອງ ລໍວັນໄຊ ຄະນະພັກ ມຊ, ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ຄະນະພັກ ມຊ ແມ່ນອົງຄະນະພັກໜຶ່ງ ທີ່ຢູ່ພາຍໃຕ້ການຊີ້ນໍາ ນໍາພາ ຂອງອົງຄະນະພັກ ກະຊວງສຶກສາທິການ ແລະກີລາ, ມີຄະນະບໍລິຫານງານພັກ ທັງໝົດ 16 ສະຫາຍ, ຍິງ 2 ສະຫາຍ, ມີຄະນະພັກຮາກຖານ 13 ຮາກຖານ, 4 ໜ່ວຍພັກຮາກຖານ ແລະ ມີ 85 ໜ່ວຍພັກຂຶ້ນກັບ; ມີສະມາຊິກພັກທັງໝົດ 1,737 ສະຫາຍ, ຍິງ 785 ສະຫາຍ; ມີສະມາຊິກພັກສໍາຮອງ 51 ສະຫາຍ, ຍິງ 25 ສະຫາຍ; ມີສະມາຊິກພັກ ບໍານານ 308 ສະຫາຍ, ຍິງ 122 ສະຫາຍ; ສະມາຊິກພັກນັກສຶກສາ 68 ສະຫາຍ, ຍິງ 11 ສະຫາຍ.

          ຂອບເຂດການນໍາພາ ຄະນະພັກ ມຊ ແມ່ນອົງການຈັດຕັ້ງທີ່ຢູ່ພາຍໃຕ້ການຊີ້ນໍາ ນໍາພາ ໂດຍກົງຕໍ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະສະມາຊິກພັກ ເປັນຕົ້ນແມ່ນວຽກງານການເມືອງແນວຄິດ, ວຽກງານກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດ, ວຽກວິຊາການ, ການຄົ້ນຄວ້າວິທະຍາສາດ ແລະການບໍລິການວິຊາການ, ວຽກງານກໍ່ສ້າງ-ບໍາລຸງພະນັກງານ ແລະກົງຈັກການຈັດຕັ້ງ, ວຽກງານປັບປຸງຂະຫຍາຍພັກ, ວຽກງານກວດກາ ແລະປ້ອງກັນພັກ, ການຊີ້ນໍາອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານພົວພັນຕ່າງປະເທດ; ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ໃນແຕ່ລະວຽກເຊັ່ນ: ການນໍາພາດ້ານການເມືອງ, ດານນໍາພາດ້ານແນວຄິດ, ການນໍາພາດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ, ການນໍາພາການປະຕິບັດໜ້າທີ່ການເມືອງ. ເຊິ່ງຜ່ານການປະເມີນການຈັດຕັ້ງ ປະຕິບັດວຽກງານ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ອົງຄະນະພັກ ມຊ ສະຫຼຸບໄດ້ດັ່ງນີ້: ໃນຈໍານວນສະມາຊິກພັກທັງໝົດ 1,737 ສະຫາຍ, ມີສະມາຊິກພັກແຂງ 1,343 ສະຫາຍ, ຍິງ 625 ສະຫາຍ, ກວມ 77,31%; ສະມາຊິກພັກກາງ 35 ສະຫາຍ, ຍິງ 13 ສະຫາຍ, ກວມ 2,03%; ສະມາຊິກພັກອ່ອນ, ສະມາຊິກເສຍທາດ 0 ສະຫາຍ ແລະບໍ່ໄດ້ຕີລາຄາ 359 ສະຫາຍ, ຍິງ 147 ສະຫາຍ ກວມ 20,66%.

          ຄະນະພັກ ມຊ ມີໜ່ວຍພັກຂຶ້ນກັບທັງໝົດ 85 ໜ່ວຍພັກ, ຜົນການປະເມີນ ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 74 ໜ່ວຍ ກວມ 87,05%; ໜ່ວຍພັກແຂງ 10 ໜ່ວຍ ກວມ 11,76%; ໜ່ວຍພັກກາງ ແລະໜ່ວຍພັກອ່ອນ 0 ໜ່ວຍ. ໂດຍແມ່ນ ສະຫາຍ ນາງ ຂັນທະລີ ສີຣິພົງພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ  ກະຊວງສຶກສາທິການ ແລະກີລາ ແລະສະຫາຍ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ອະທິການບໍດີ ມຊ ເປັນກຽດມອບ.

ພາບບັນຍາກາດ