Select your language

           ໃນຕອນເຊົ້າວັນທີ 28 ມິຖຸນາ ປີ2023 ນີ້, ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີເຊັນສັນຍາ ຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລ Université Paris-Est Créteil Val-de-Mame UPEC ປະເທດຝຣັ່ງ; ຝ່າຍ ມຊ ເຊັນໂດຍ ທ່ານ ສຈ.ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະຝ່າຍ ມະຫາວິທະຍາໄລ   Université Paris-Est Créteil Val-de-Mame UPEC  ປະເທດຝຣັ່ງ ເຊັນໂດຍ ທ່ານ  Prof. Dr Laurent THEVENET ຮອງອະທິການບໍດີ, ມີບັນດາ ທ່ານ ຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

           ຈຸດປະສົງການເຊັນສັນຍາຮ່ວມມືດ້ານວິຊາການທັງສອງຝ່າຍຄັ້ງນີ້, ແມ່ນເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານການຄົ້ນຄວ້າ ແລະການແລກປ່ຽນວຽກງານການຄົ້ນຄວ້າ ແລະສິດສອນ ຂອງອາຈານ ແລະນັກສຶກສາ ຂອງສອງສະຖາບັນ, ແລກປ່ຽນບົດຮຽນ ດ້ານການເຝິກອົບຮົມບຸກຄະລາກອນ, ການຄົ້ນຄວ້າວິທະຍາສາດ, ການສ້າງຄວາມອາດສາມາດ ຂອງຄູ-ອາຈານ, ເພີ່ມທະວີການຮ່ວມມື ການແລກປ່ຽນນັກສຶກສາ, ການແລກປ່ຽນ ພະນັກງານ, ຄູ-ອາຈານ, ນັກວິໄຈ, ແລກປ່ຽນການຈັດສໍາມະນາ ແລະກອງປະຊຸມຄົ້ນຄວ້າວິຊາການຕ່າງໆ ລວມທັງການແລກປ່ຽນ ຂໍ້ມູນຂ່າວສານ, ການຕີພິມ ເຜີຍແຜ່ຜົນການຄົ້ນຄວ້າຮ່ວມກັນ. ການຮ່ວມມືດັ່ງກ່າວນີ້ ຈະເປັນຜົນດີໃຫ້ແກ່ ສອງມະຫາວິທະຍາໄລ ກໍຄື ສອງປະເທດ ລາວ-ຝຣັ່ງ; ຝຣັ່ງ-ລາວ ໃຫ້ມີຄວາມສາມັກຄີແໜ້ນແຟ້ນຍິ່ງຂຶ້ນ. ເຊິ່ງການຮ່ວມມືທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນ ສະບັບນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 5 ປີ ຈຶ່ງຈະສິ້ນສູດລົງ.

ພາບບັນຍາກາດ