Select your language

  ໃນລະຫວ່າງວັນທີ 5-6 ກໍລະກົດ 2023,  ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ສະພາການຄ້າກວາງຊີ ສປ ຈີນ ໄດ້ຮ່ວມກັນຈັດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າຂອງບໍລິສັດຈີນຄັ້ງທີ III ປະຈຳປີ 2023 ຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ Chen Qinru ປະທານສະພາການຄ້າກວາງຊີ ສປ ຈີນ ປະຈຳ ສປປ ລາວ, ​ທ່ານ Chen Zhaolin  ຫົວໜ້າຄະນະດຳເນີນງານສະພາການຄ້າກວາງຊີ ພ້ອມດ້ວຍຜູ້ອໍານວຍການຝ່າຍຈີນ-ຝ່າຍລາວ, ບັນດາຫົວໜ້າຫ້ອງການ, ຕາງໜ້າບໍລິສັດ, ພະນັກງານຄູອາຈານ ແລະ ນັກສຶກສາກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງກັນ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອໃຫ້ນັກສຶກສາທີ່ກໍາລັງຈະຈົບການສຶກສາ ແລະ ຜູ້ທີ່ກຳລັງຊອກວຽກເຮັດງານທໍາໄດ້ມີໂອກາດມາຊອກວຽກ, ໃນສາຂາທີ່ກ່ຽວກັບສາຍການຮຽນຂອງຕົນເອງ ພ້ອມທັງເປັນການເປີດໂອກາດໃຫ້ແກ່ນັກສຶກສາ ມຊ ໄດ້ຮູ້ຈັກບັນດາບໍລິສັດຕ່າງໆ ໂດຍສະເພາະກໍແມ່ນບັນດາບໍລິສັດຈາກ ສປ ຈີນ ທີ່ມາລົງທຶນໃນ ສປປ ລາວ, ເຊິ່ງໃນປີນີ້ກໍຄືກັນກັບປີຜ່ານໆມາມີບໍລິສັດເຂົ້າຮ່ວມຫຼາຍກວ່າ 48 ບໍລິສັດ ແລະມີຜູ້ເຂົ້າຮ່ວມງານຫຼາຍກວ່າ 2 ພັນຄົນ.

ພາບບັນຍາກາດ