Select your language

ໃນຕອນເຊົ້າວັນທີ 7 ກໍລະກົດ 2023 ນີ້, ພາກວິຊາພາສາຢີ່ປຸ່ນ ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບປື້ມຊ່ວຍເຫຼືອຈາກອົງການ Read Japan Project

ຂຶ້ນທີ່ພາກວິຊາຂອງຕົນ. ຕາງໜ້າມອບໂດຍ ທ່ານ junya NAKANO ທີ່ປຶກສາເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າຮັບໂດຍ ທ່ານ ອຈ. ມີໄຊ ສຸກຈະເລີນ ຮອງຄະນະບໍດີ ຄອສ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມມີທ່ານຮອງຄະນະບໍດີ, ຫົວໜ້າພາກວິຊາ ພາສາຢີ່ປຸ່ນ, ຫົວໜ້າພະແນກວິຊາການ ຄອສ, ມີບັນດາແຂກທີ່ຖືກເຊີນ, ມີບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາພາກວິຊາພາສາຢີ່ປຸ່ນເຂົ້າຮ່ວມ.

          ໃນພິທີທ່ານ junya NAKANO ໄດ້ໃຫ້ຮູ້ວ່າ: ໂຄງການ Read Japan Project ເປັນໂຄງການຂອງອົງການມູນນິທີຍີ່ປຸ່ນ ຊຶ່ງເລີ່ມຕົ້ນປະຕິບັດມາແຕ່ປີ 2008;  ມີຈຸດປະສົງເພື່ອສົ່ງເສີມການອ່ານ ແລະສ້າງຄວາມເຂົ້າໃຈກ່ຽວກັບປະເທດຍີ່ປຸ່ນ. ໂຄງການດັ່ງກ່າວ ໄດ້ຊ່ວຍເຫຼືອປື້້ມອ່ານ ກ່ຽວກັບປະເທດຍີ່ປຸ່ນທີ່ເປັນພາສາອັງກິດ ໃຫ້ແກ່ຫ້ອງສະໝຸດ ຫຼາຍກວ່າ 1,100 ແຫ່ງ ໃນທົ່ວໂລກ. ປຶ້ມຈຳນວນ 81 ເຫຼັ້ມທີ່ໄດ້ນຳມາຊ່ວຍເຫຼືອໃນຄັ້ງນີ້ ເປັນປື້ມກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ປະຫວັດສາດຂອງປະເທດຍີ່ປຸ່ນ ທີ່ເປັນພາສາອັງກິດ. ເພື່ອໃຫ້ນັກສຶກສາທົ່ວຄະນະອັກສອນສາດ ເວົ້າລວມ ເວົ້າສະເພາະ ກໍຄື ນັກສຶກສາພາກວິຊາພາສາຍີ່ປຸ່ນ ໄດ້ອ່ານເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບປະເທດຍີ່ປຸ່ນ ແລະໂລກໃຫ້ເລິກເຊິ່ງຍິ່ງຂຶ້ນ.

          ໃນໂອກາດດຽວກັນທ່ານ ອຈ. ມີໄຊ ສຸກຈະເລີນ ໄດ້ຕາງໜ້າໃຫ້ຄະນະນຳຂອງ ຄອສ. ສະແດງຄວາມຂອບໃຈຕໍ່ ໂຄງການ Read Japan Project  ແລະທ່ານເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາ ສປປ ລາວ ທີ່ເຫັນເຖິງຄວາມສໍາຄັນໃນການສົ່ງເສີມການອ່ານ ການຮຽນຮູ້ກ່ຽວກັບຢີ່ປຸ່ນ ແລະການສຶກສາຮ່ຳຮຽນ ຂອງນັກສຶກສາພາຍໃນ ມຊ. ໂດຍສະເພາະ ພາກວິຊາພາສາຢີ່ປຸ່ນ ຄະນະອັກສອນສາດ ມຊ. ເພື່ອເຮັດໃຫ້ນັກສຶກສາມີປຶ້ມອ່ານ ແລະມີແຫຼ່ງຂໍ້ມູນໃນການສຶກສາຄົ້ນຄວ້າຫຼາຍຂຶ້ນ, ພ້ອມທັງຢືນຢັນວ່າ ຈະປົກປັກຮັກສາປຶ້ມທີ່ໄດ້ຮັບໃນຄັ້ງນີ້ເປັນຢ່າງດີ ແລະຈະນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການສຶກສາຄົ້ນຄວ້າຮ່ຳຮຽນ.

          ປື້ມທີ່ໄດ້ຮັບຈາກອົງການ Read Japan Project ໂດຍຜ່ານສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ນໍາມາມອບໃຫ້ ພາກວິຊາ ພາສາຍີ່ນປຸ່ນ ຄັ້ງນີ້ ມີຈຳນວນທັງໝົດ 81 ເຫຼັ້ມ, ລວມມູນຄ່າ 1.831,69 ໂດລາສະຫະລັດ ເພື່ອສົ່ງເສີມການອ່ານ ແລະເສີມສ້າງຄວາມຮູ້ທົ່ວໄປກ່ຽວກັບປະເທດຍີ່ປຸ່ນຂອງນັກສຶກສາລາວເວົ້າລວມ; ເວົ້າສະເພາະ ກໍຄືນັກສຶກສາ ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມຊ.

ພາບບັນຍາກາດ