Select your language

ໃນຕອນບ່າຍວັນທີ 7 ກໍລະກົດ 2023 ຜ່ານມານີ້, ຄະນະບໍລິຫານງານ ຊາວໜຸ່ມຮາກຖານ ຄະນະວິທະຍາສາດ ສິ່ງແວດລ້ອມ(ຄສວ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນຂຶ້ນທີ່ຫ້ອງປະຊຸມຊັ້ນ 3 ຂອງຄະນະດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ຮສ. ປອ. ຈັນດາ ວົງສົມບັດ ເລຂາຄະນະພັກຮາກຖານ, ຄະນະບໍດີ ຄສວ, ມີສະຫາຍ ສີສຸພັນ ພົມມະນີວົງ ເລຂາ ຄຊປປລ ມຊ, ສະຫາຍ ນາງ ເພັດສະໜອນ ແກ້ວໂສພາ ເລຂາ ຊາວໜຸ່ມຮາກຖານ ຄສວ, ປະທານສະຫະພັນກໍາມະບານ ຄສວ, ປະທານສະຫະພັນແມ່ຍິງຮາກຖານ ຄສວ ມີເລຂາຊາວໜຸ່ມເມືອງວັງວຽງ ແລະເມືອງກາສີ, ມີບັນດາເລຂາຊາວໜຸ່ມຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວ ຄສວ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ສະຫາຍ ນາງ ເພັດສະໜອນ ແກ້ວໂສພາ ໄດ້ຜ່ານບົດລາຍງານການເມືອງ ແລະທິດທາງແຜນການ ຂອງ ຄະນະບໍລິຫານງານ​ຊາວໜຸ່ມ ປະຊາຊົນ​ປະຕິວັດ​ລາວ ຮາກຖານ ຄສວ ໃຫ້ຮູ້ວ່າ: ຮາກຖານຊາວໜຸ່ມ ຄສວ ມີຄະນະບໍລິຫານງານ 7 ສະຫາຍ, ມີສະມາຊິກຊາວໜຸ່ມລວມທັງໝົດ ຈໍານວນ 697 ສະຫາຍ, ຍິງ 380 ສະຫາຍ, ແບ່ງອອກເປັນ 5 ໜ່ວຍ ແລະ 29 ຈຸ. ຕະຫຼອດໄລຍະການປະຕິບັດວຽກງານໃນສະໄໜທີ  IV ແຕ່ປີ 2019 ຫາປີ 2023 ໄດ້ມີຜົນງານຫຼາຍດ້ານ ໂດຍສະເພາະແມ່ນວຽກງານການເມືອງແນວຄິດ ຄະນະ​ຊາວໜຸ່ມຮາກຖານ ຄສວ ໄດ້​ຖື​ເອົາ​ການ​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ເປັນ​ບັນຫາ​ສຳຄັນຕົ້ນຕໍ, ​ໂດຍ​ຕິດ​ພັນ​ກັບ​ຂະ​ບວນການ​ເຄື່ອນ​ໄຫວ​ຂອງ​ວຽກງານ​ຊາວໜຸ່ມ, ​ໂດຍ​ສະ​ເພາະ​ແມ່ນ​ສະມາຊິກ​ຊາວໜຸ່ມທີ່​ເປັນ​ນັກ​ສຶກສາ​ໃຫ້​ມີ​ແນວ​ຄິດ​ອຸ່ນ​ອ່ຽງທຸນທ່ຽງ, ມີ​ຄວາມ​ເຊື່ອໝັ້ນຕໍ່ການ​ນຳພາ, ມີຄວາມ ​ສາມັກຄີ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ເລັ່ງໃສ່ສະມາຊິກໃຫ້ມີສະຕິຕໍ່ການຈັດຕັ້ງ, ມີຄວາມ ຫ້າວຫັນ ແລະ ມີຄວາມຕື່ນຕົວສູງເພຶ່ອສະໝັກເຂົ້າຮ່ວມຂະບວນການສໍາຄັນຕ່າງໆຂອງຊາດ ກໍຄື ມຊ ແລະ ຮາກຖານຈັດຂຶ້ນ ໃຫ້ສຸດກົກສຸດປາຍ. ວຽກງານການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຮາກຖານ ຄສວ ໄດ້ເອົາໃຈໃສ່ໃນການກໍ່ສ້າງ-ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, avrupa yakası escort ມີການພັດທະນາ ແລະ ຮ່ວມຊີວິດການເມືອງຢ່າງເປັນປົກກະຕິ ເຊິ່ງໃນໄລຍະຜ່ານມາໄດ້ສະແດງອອກອັນພົ້ນເດັ່ນຄືດັ່ງນີ້: ໄດ້ຮັບຫຼຽນໄຊ 8 ໜ່ວຍ, ຫຼຽນກາແຮງງານ 12 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ 1485 ໃບ, ສະມາຊິກໄດ້ໄປຍົກລະດັບທິດສະດີການເມືອງ​ ​ໄດ້ 9 ສະຫາຍ, ຍິງ 4 ສະຫາຍ, ຍົກລະດັບວິຊາສະເພາະ ​ໄດ້ 12 ສະຫາຍ, ຍິງ 4 ສະຫາຍ. ວຽກງານວິຊາສະເພະ ສະມາຊິກຊາວໜຸ່ມ ຄສວ ໄດ້ຮັບທຶນຄົ້ນຄວ້າຈາກ ພາຍໃນ 32 ຫົວບົດ ແລະ ສາກົນ 5 ຫົວບົດ; ສໍາເລັດສ້າງ 2 ສູນຄື: ສູນ Eco campus-(ວິທະຍາເຂດອານຸລັກ)  ແລະ ສູນ Emac (ສູນວິຊາການດ້ານການຈັດການສິ່ງແວດລ້ອມ) ໃນການຈັັດການສິ່ງເສດເຫຼືອເປັນພະລັງງານ (Waste to Energy) ແລະສຳເລັດການຂຽນປື້ມຕຳລາສອນໄດ້ຈໍານວນ 25 ເຫຼັ້ມ; ນອກຈາກນັ້ນ ຍັງມີຜົນງານທີ່ພົ້ນເດັ່ນຫຼາຍດ້ານໂດຍສະເພາະແມ່ນວຽກງານສ້າງຂະບວນການ, ວຽກງານກວດກາ, ວຽກງານຂະຫຍາຍສະມາຊິກ, ວຽກງານການເງິນ, ວຽກງານແຮກສ່ຽວ ແລະວຽກງານພົວພັນຕ່າງປະເທດ

ຈາກຜົນງານດັ່ງກ່າວ ຮາກຖານຊາວໜຸ່ມ ຄສວ ຈຶ່ງໄດ້ຮັບໃບຍ້ອງຍໍປະເພດ 1 ຂັ້ນຊາວໜຸ່ມກະຊວງສຶກສາທິການ ແລະກີລາ ຈໍານວນ 43 ສະຫາຍ, ຍິງ 22 ສະຫາຍ, ປະເພດ 2;  ຂັ້ນ ມຊ ຈໍານວນ 115 ສະຫາຍ, ຍິງ 76 ສະຫາຍ ແລະປະເພດ 3; ຂັ້ນ ຄສວ ຈໍານວນ 189 ສະຫາຍ.

          ຈາກນັ້ນ, ກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຮາກຖານ ຄສວ ຊຸດໃໝ່ ເຊິ່ງມີຜູ້ລົງສະໜັກຈໍານວນ 8 ສະຫາຍ ຜ່ານການຄັດເລືອກໄດ້ 5 ສະຫາຍຄື ສະຫາຍ ແສງວິໄລວັນ ສິງທະວີຄູນ ເປັນເລຂາ, ສະຫາຍ ດາວສະຫວັນ ສະໜາມໄຊ ເປັນຮອງ, ສະຫາຍ ສັນຕິ ໄຊຍະສິດ ເປັນປະທານກວດກາ, ສະຫາຍ ບຸນພັກ ລໍເບຼຍຢາວ ແລະສະຫາຍ ກ້ອນລາສີ ວິໄລພົນ ເປັນຄະນະ.

ພາບບັນຍາກາດ