Select your language

ໃນຕອນເຊົ້າວັນທີ 21 ກໍລະກົດ 2023 ສະຖາບັນພັດທະນາຊັບພະກອນມະນຸດ ລາວ-ຢີ່ປຸ່ນ(ສລຍ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມກອງປະຊຸມວຽກງານຄະນະປະສານງານ ໂຄງການສ້າງຄວາມເຂັ້ມແຂງເພື່ອການພັດທະນານັກທຸລະກິດ ແລະເຄື່ອຂ່າຍທາງທຸລະກິດ ຂຶ້ນທີ່ຫ້ອງປະຊຸມຂອງ ສລຍ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ Mr. Toshio NAGASE ຫົວໜ້າອົງການໄຈກາ ປະຈໍາລາວ, ເຂົ້າຮ່ວມມີທ່ານ Mr. Mika OMORI ເລຂາສອງຈາກສະຖານທູດຍີ່ປຸ່ນປະຈໍາລາວ, ທ່ານ Mr. Funabashi GAKU ທີ່ປຶກສາອາວຸໂສ ຂະແໜ່ງພັດທະນາທຸລະກິດ ຈາກອົງການໄຈກາຍີ່ປຸ່ນປະຈໍາປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ມີຮອງຫົວໜ້າຫ້ອງການ ຮ່ວມມື ແລະກົມພົວພັນ, ກະຊວງສຶກສາທິການ ແລະກິລາ, ຈາກກະຊວງແຜນການ ແລະການລົງທຶນ, ມີບັນດາຫົວໜ້າຫ້ອງການຕ່າງໆພາຍໃນ ມຊ ແລະຄະນະບໍລິຫານ-ຊ່ຽວຊານຂອງ ສລຍ ເຂົ້າຮ່ວມ.

          ໃນພິທີ ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການ ສລຍ ໄດ້ນໍາສະເໜີໃຫ້ຮູ້ວ່າ ວຽກງານຄະນະປະສານງານໃນໂຄງການສ້າງຄວາມເຂັ້ມແຂງເພື່ອການພັດທະນານັກທຸລະກິດ ແລະເຄື່ອຂ່າຍທາງທຸລະກິດ ແມ່ນໂຄງການທີ່ຜ່ານ ສລຍ ໄລຍະທີ 2 (2022-2026) ມາຮອດປັດຈຸປັນຖືວ່າເປັນໂຄງການທີ 5 ໄລຍະທີ 2. ເຊິ່ງທ່ານໄດ້ສະເໜີພາບລວມການຈັດຕັ້ງປະຕິບັດວຽກງານ ແລະຜົນສໍາເລັດໃນ 1 ປີຜ່ານມາຂອງໂຄງການທີ 5 ໄລຍະທີ 2( ກັນຍາ 2022 ເຖິງ ສິງຫາ 2023) ເຊິ່ງໃນໄລຍະທີ 2 ຂອງໂຄງການສ້າງຄວາມເຂັ້ມແຂງເພື່ອການພັດທະນານັກທຸລະກິດ ແລະເຄືອຂ່າຍທາງທຸລະກິດ ຊຶ່ງໄດ້ສືບຕໍ່ຜັນຂະຫຍາຍການປະຕິບັດວຽກງານທາງດ້ານວິຊາການ, ສືບຕໍ່ການພັດທະນາຊັບພະຍາກອນມະນຸດຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໂດຍສະເພາະທາງດ້ານການພັດທະນາທຸລະກິດ ແລະ ຜູ້ປະກອບການໃໝ່, ບັນດາຫົວໜ່ວຍທຸລະກິດໂດຍຜ່ານໂຄງການ LJI SUSU (Start-up and Scale-up) ໂຄງການດັ່ງກ່າວເພື່ອສົ່ງເສີມການພັດທະນາທຸລະກິດ ແລະການປັບປຸງຜະລິດຕະພັນຂອງບໍລິສັດເພື່ອສາມາດທົດເເທນສິນຄ້ານຳເຂົ້າ ແລະສາມາດສົ່ງອອກຕ່າງປະເທດ. ນອກນັ້ນ, ກໍ່ໄດ້ພັດທະນາຫຼັກສູດຝຶກອົບຮົມຜູ້ບໍລິຫານ ແລະສືບຕໍ່ດຳເນີນການຮຽນ-ການສອນຫຼັກສູດປະລິນຍາໂທບໍລິຫານແບບຍີ່ປຸ່ນ. ພ້ອມດຽວກັນນີ້ ກໍພັດທະນາຫຼັກສູດຕາມຄວາມຕອ້ງການຂອງອົງກອນທາງພາກລັດ ແລະເອກະຊົນ. ເພື່ອຕອບສະໜອງປະກອບສ່ວນໃນການສ້າງເສດຖະກິດລາວໂດຍຜ່ານການສ້າງທຸລະກິດ, ກຸ່ມນັກທຸລະກິດທີ່ເນັ້ນການສ້າງຜະລິດຕະພັນພາຍໃນ “ Made in Laos”  ໃຫ້ມີຄວາມເຂັ້ມເເຂງ, ມີສະຖຽນລະພາບສູງ. ສ່ວນທາງດ້ານແລກປຽ່ນວັດທະນະທໍາສະຖາບັນໄດ້ສ້າງຫຼັກສູດພາສາຍີ່ປຸ່ນໃຫ້ຄົນລາວທີ່ຈະໄປຝຶກອົບຮົມດ້ານເຕັກນິກທີ່ປະເທດຍີ່ປຸ່ນ ແລະຈັດງານແລກປຽ່ນທາງດ້ານວິຊາການ ແລະວັດທະນະທໍາຮ່ວມກັບນັກສຶກສາຈາກມະຫາວິທະຍາໄລຍີ່ປຸ່ນ ໂດຍຜ່ານລະບົບອອນລາຍ ແລະແບບເຊິ່ງໜ້າ.

          ສໍາລັບແຜນດໍາເນີນງານໂຄງການຕໍ່ໜ້າ ສລຍ ຈະໄດ້ສືບຕໍ່ຜັນຂະຫຍາຍວຽກງານການສົ່ງເສີມ ແລະການພັດທະນາຊັບພະຍາກອນມະນຸດທາງດ້າານນັກທຸລະກິດ ແລະຂະຫຍາຍເຄືອຂ່າຍທາງທຸລະກິດ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມລາວຢ່າງຕໍ່ເນື່ອງ ເພື່ອພັດທະນາຫົວໜ່ວຍທຸລະກິດ ແລະປັບປຸງຜະລິດຕະພັນລາວອອກມາຮັບໃຊ້ສັງຄົມລາວ ແລະ ສາກົນ.

ພາບບັນຍາກາດ