Select your language

ເພື່ອເປັນການຜ່ານແຜນການສ້າງເຄື່ອຂ່າຍ ແລະ ການຄົ້ນຄວ້າວິທະຍາສາດຂອງ ສປປ ລາວ (Lao Research and Education Network ຫຼື ເອີ້ນຊື່ຫຍໍ້ວ່າ (LERNET), ສູນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມປຶກສາຫາລືຂຶ້ນໃນວັນທີ 2-4 ສິງຫາ  2023, ທີ່ຫ້ອງປະຊຸມ ໂຮງແຮມແກຣນຣີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ມີບັນດາແຂກທີ່ຖືກເຊີນຈາກກະຊວງສຶກສາທິການ ແລະກີລາ, ກະຊວງເຕັກໂນໂລຊີ ແລະການສຶ່ສານ, ບໍລິສັດລາວໂທລະຄົມ, Unitel, ETL, Best, ຜູ້ຕາງໜ້າຈາກ  ມະຫາວິທະຍາໄລຕ່າງໆໃນລາວ ຄື: ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະພະນັກງານຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງດັ່ງກ່າວນີ້ແມ່ນມີຜົນເນື່ອງມາຈາກການດຳເນີນງານຕໍ່ຈາກກອງປະຊຸມ ‘ ປຶກສາຫາລືກ່ຽວກັບການສ້າງຕັ້ງໂຄງການເຄືອຂ່າຍການສຶກສາ ແລະຄົ້ນຄວ້າວິທະຍາສາດລາວເພື່ອຮ່າງແຜນແມ່ບົດການສ້າງຕັ້ງໂຄງການ (Lao Education and Research Network (LERNET) ທີ່ໄດ້ຈັດຕັ້ງຂື້ນໃນວັນທີ 25-26 ເມສາ 2023 ທີ່ຜ່ານມາ, ຄະນະຮັບຜິດຊອບໂຄງການຈື່ງໄດ້ຈັດກອງປະຊຸມ ປຶກສາຫາລື ແລະຜ່ານແຜນແມ່ບົດຖືເປັນການດຳເນີນງານຊ່ວງທີ 2 ຂອງໂຄງການເຊິ່ງປະກອບມີ: ພາກທີ I ຄວາມເປັນມາຂອງເຄື່ອຂ່າຍການສືກສາ ແລະ ການຄົ້ນຄ້ວາ; ພາກທີ II ກ່ຽວກັບເຄື່ອຂ່າຍການສຶກສາ ແລະ ການຄົ້ນຄ້ວາຂອງ ສປປ ລາວ; ພາກທີ III ສະເຫນີການສ້າງຕັ້ງແຜນແມ່ບົດຂອງເຄື່ອຂ່າຍການສຶກສາ ແລະ ການຄົ້ນຄວ້າຂອງ ສປປ ລາວ; ພາກທີ IV  ຍຸດທະສາດ ແລະ ແຜນງານ ແລະ ພາກທີ V ການຈັດຕັ້ງປະຕິບັດ. ພ້ອມນັ້ນໃນທີ່ປະຊຸມຍັງໄດ້ຮັບຟັງການບັນຍາຍໃນສາມຫົວຂໍ້ເຊັ່ນ: ຫົວຂໍ້: “ການບໍລິການດ້ານເຄື່ອຂ່າຍເພື່ອການສືກສາ ແລະ ການຄົ້ນຄ້ວາວິທະຍາສາດຂອງປະເທດໄທ” ນຳສະເຫນີໂດຍທ່ານ Dr. Chalermpol Charnsripinyo ຈາກສະມາຄົມເຄື່ອຂ່າຍໄທເພື່ອການສຶກສາ; ຫົວຂໍ້: “Introduction to Bangkok Neutral Internet exchange and its services” ນຳສະເຫມີໂດຍ ທ່ານ Kittinan Sriprasert BKNIX; ແລະ ຫົວຂໍ້: “Cyber-infrastructure for research and education” ໂດຍທ່ານ PhD. Suhaimi Napis ຈາກມະຫາວິທະຍາໄລບູຕາ ປະເທດມາເລເຊຍ. ນອກນັ້ນ, ທີ່ປະຊຸມຍັງໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນເພື່ອປະກອບໃສ່ໃນຮ່າງແຜນແມ່ບົດເພື່ອຈັດຕັ້ງປະຕິບັດໃນຕໍ່ຫນ້າອີກດ້ວຍ.

ໂຄງການດັ່ງກ່າວ ຄາດວ່າ ສປປ ລາວ (ໂດຍສະເພາະກໍແມ່ນ ກະຊວງສືກສາທິການ ແລະ ກີລາ) ຂະແໜງການສຶກສາທົ່ວປະເທດ ຈະໄດ້ຮັບເຊື່ອມໂຍງເຂົ້າເປັນສະມາຊິກເຄືອຂ່າຍຂອງອົງກອນໃນພາກພື້ນ ແລະສາກົນ; ເປັນການເປີດກວ້າງໃຫ້ອົງກອນສາກົນໄດ້ເຫັນບົດບາດ ແລະເຫັນໄດ້ເຖິງຄວາມຕ້ອງການຂອງເຄືອຂ່າຍການສຶກສາ ແລະການຄົ້ນຄວ້າວິທະຍາສາດລາວຫຼາຍຂື້ນ, ຊຶ່ງໃນນີ້ ມຊ ກໍຈະມີເວັບໄຊທ ແລະສື່ອອນລາຍຕ່າງໆທີ່ໃຫ້ຂໍ້ມຸນຂ່າວສານກ່ຽວກັບວຽກງານ LERNET ອອກສູ່ພາຍນອກກໍຄືພາກພື້ນ ແລະສາກົົນ.

ພາບບັນຍາກາດ