Select your language

ໃນລະຫວ່າງ ວັນທີ 2-3 ສິງຫາ 2023, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ (ຮພຊ) ຈັດການສອບເສັງຄັດເລືອກນັກຮຽນໃນລະດັບຊັ້ນມັດທະຍົມສຶກສາ ໃນລະດັບຊັ້ນ ມ1 ແລະ ມ5 ປະຈຳສົກສຶກສາ 2023-2024 ທີ່ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ;

ໃນໂອກາດນີ້ ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການ ຮພຊ ໄດ້ໃຫ້ຂໍ້ມູນກັບທີມຂ່າວ ມຊ ວ່າ: ໃນສົກສຶກສານີ້ມີນັກຮຽນສະໝັກເຂົ້າຮ່ວມສອບເສັງທັງໝົດ 486 ຄົນ, ເປັນຍິງ 269 ຄົນ (ໃນນີ້ມາຈາກຕ່າງແຂວງ 63 ຄົນ, ຍິງ 28 ຄົນ) ເຊິ່ງຈະຄັດເລືອກເອົານັກຮຽນທັງໝົດ ປະມານ 112-120 ຄົນ ປະຈຳສົກສຶກສານີ້, ສຳລັບຂະບວນການສອບເສັງແມ່ນ ທາງມະຫາວິທະຍາໄລແຫ່ງຊາດ ເປັນຜູ້ຊີ້ນໍາໂດຍກົງ ເຊິ່ງການອອກບົດສອບເສັງແມ່ນໃຫ້ຈັດຕັ້ງໃນມື້ທີ່ສອບເສັງ ເຊິ່ງກໍາມະການອອກບົດຕ້ອງໄດ້ມາອອກບົດຕັ້ງແຕ່ 5 ໂມງເຊົ້າຂອງແຕ່ລະມື້ສອບເສັງ. ສ່ວນມື້ສອບເສັງແບ່ງອອກເປັນສອງມື້ຄື: ວັນທີ 2 ສິງຫາ 2023 ແມ່ນສອບເສັງຄັດເລືອກລະດັບຊັ້ນ ມ5 ສອບເສັງໃນວິຊາຄະນິດສາດ, ພະສາລາວ-ວັນນະຄະດີ, ເຄມີສາດ-ຟີຊິກສາດ ແລະພາສາອັງກິດ; ວັນທີ 3 ສິງຫາ 2023 ແມ່ນສອບເສັງຄັດເລືອກລະດັບຊັ້ນ ມ1 ສອບເສັງໃນວິຊາ ພາສາລາວ, ພາສາອັງກິດ ແລະວິຊາຄະນິດສາດ; ແຕ່ລະຫ້ອງແມ່ນປະຈຸນັກຮຽນ ຫ້ອງລະ 15 ຄົນ. ສຳລັບການປະກາດຜົນການສອບເສັງຄາດວ່າຈະປະກາດໃຫ້ຮູ້ໃນຊ່ວງທ້າຍເດືອນສິງຫານີ້.

ພາບບັນຍາກາດ