Select your language

ໃນວັນທີ 6 ສິງຫາ 2023, ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກຂໍ້ຕົກລົງຄວາມເຂົ້າໃຈທາງດ້ານວິຊາການ (MOA) ຮ່ວມກັບອົງກອນວິຊາຊີບລະດັບສາກົນ (ACCA Cambodia and Laos ເຊິ່ງລົງນາມຕາງໜ້າ ຄສບ ໂດຍ ທ່ານ ຮສ. ທອງເພັດ ຈັນທະນີວົງ ຮອງຄະນະບໍດີ ຄສບ ແລະ ຕາງໜ້າອົງກອນວິຊາຊີບລະດັບສາກົນ ໂດຍ ທ່ານ Ratna Neou ປະທານອົງກອນວິຊາຊີບລະດັບສາກົນ (ACCA Cambodia and Laos) ມີແຂກທີ່ຖືກເຊີນ ແລະ ພະນັກງານຄູອາຈານຂອງ ຄສບ ເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງ MOA ຄັ້ງນີ້ແມ່ນເພື່ອກຳນົດຄວາມເຂົ້າໃຈລະຫວ່າງສອງຝ່າຍບົນຈິດໃຈຮ່ວມມືເຊິ່ງກັນ ແລະ ກັນ ທຸກໆການຮ່ວມທຸລະກິດ ທີ່ອາດຈະຜູກມັດຝ່າຍຕ່າງໆແມ່ນຂຶ້ນກັບການຈັດສັນຍາແຍກຕ່າງຫາກ. ບົດບັນທຶກຄວາມເຂົ້າໃຈສະບັບນີ້ໄດ້ກຳນົດຂອບເຂດເພື່ອໃຫ້ຝ່າຍຕ່າງໆຊອກຫາໂອກາດຮ່ວມມືເພື່ອຜົນປະໂຫຍດຂອງກັນ ແລະ ກັນ ໃຫ້ລະອຽດກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍໃນການເຮັດວຽກຮ່ວມມືເພື່ອເພີ່ມທະວີຜົນປະໂຫຍດຂອງກັນ ແລະກັນ. ພ້ອມນັ້ນ ອົງກອນວິຊາຊີບລະດັບສາກົນ ແລະ ຄສບ, ມຊ ຕົກລົງເຫັນດີທີ່ຈະປຶກສາຫາລື ແລະ ຕົກລົງແຜນການເຮັດວຽກປະຈໍາປີເພື່ອຄວາມຄືບໜ້າຂອງການຮ່ວມມືສະເພາະ ເຊິ່ງທັງສອງຝ່າຍຕົກລົງເຫັນດີວ່າກິດຈະກໍາຕ່າງໆຈະຖືກທົບທວນຄືນຢ່າງໜ້ອຍ ສອງປີເພື່ອຮັບປະກັນວ່າຈະຖືກສົ່ງຕາມການ.

ພ້ອມນັ້ນໃນພິທີຍັງໄດ້ມີການເປີດເວທີສົນທະນາກ່ຽວກັບ ການເງິນ ແລະ ການບັນຊີ ເຊິ່ງມີນ້ອງໆນັກສຶກສາ ແລະ ຄູອາຈານຮັບຟັງອີກດ້ວຍ.

ພາບບັນຍາກາດ