Select your language

ໃນຕອນບ່າຍຂອງວັນທີ 7 ສິງຫາ 2023  ທີ່ຫ້ອງປະຊຸມຂອງຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານ ຂອງສະຫາຍ ອານຸໄທ ສຸວັນດວນ ຄະນະພັກຮາກຖານ ຄສສ, ເຂົ້າຮ່ວມມີ ສະຫາຍ ພອນສະຫວັນ ກໍ່າກ້ຽງຍົມ ເລຂາໜ່ວຍພັກພາກວິຊາຄູພາສາລາວ-ວັນະຄະດີ ຄສສ, ມີບັນດາສະມາຊິກພັກສົມບູນ ແລະສະມາຊິກພັກສໍາຮອງຂອງ ຄສສ ເຂົ້າຮ່ວມ.

        ໃນທີ່ປະຊຸມຄັ້ງນີ້ ໄດ້ຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ສະບັບເລກທີ 131/ອພ. ມຊ, ລົງວັນທີ 25 ກໍລະກົດ 2023 ໂດຍເຫັນດີເລື່ອນສະມາຊິກພັກສໍາຮອງຂອງ ຄສສ ລວມທັງໝົດ 3 ສະຫາຍຄື ສະຫາຍ ໄພວອນ ນັນທະວົງ, ສະຫາຍ ນ. ສີອໍາພອນ ແສງສົມບັດ ແລະສະຫາຍ ຈັນທິດາ ລໍລັກຄໍາ ຂຶ້ນເປັນສະມາຊິກພັກສົມບູນ.

         ໃນໂອກາດດຽວກັນ ສະຫາຍ ອານຸໄທ ສຸວັນດວນ ກໍໄດ້ມອບມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກສົມບູນໃຫ້ສະມາຊິກພັກທັງ 3 ສະຫາຍ ແລະໃນວາລະດຽວກັນນີ້, ສະຫາຍ ກໍໄດ້ມີຄໍາເຫັນຕໍ່ພິທີເຊິ່ງສະຫາຍໄດ້ກ່າວເນັ້ນໜັກໃຫ້ສະມາຊິກພັກ ຕ້ອງກໍາແໜ້ນບັນດາສິດ, ໜ້າທີ່ ລວມເຖິງບັນດາຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ສ້າງຄວາມເຂັ້ມແຂງໃຫ້ແກ່ຕົນເອງ ແລະການຈັດຕັ້ງ, ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກ້າວໜ້າເຂັ້ມແຂງຂຶ້ນເລື້ອຍໆ, ເປັນເຈົ້າການປົກປ້ອງແນວທາງຂອງພັກ ແລະຮັກສາໄດ້ຄວາມສາມັກຄີໃຫ້ເປັນເອກະພາບກັນເປັນຈິດໜຶ່ງໃຈດຽວຢ່າງພ້ອມພຽງ.