Select your language

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກນັກສຶກສາໃໝ່ ປະຈໍາສົກສຶກສາ 2023-2024 ໃນວັນທີ 12 ສິງຫາ 2023 ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ໂດຍການເຂົ້າຮ່ວມສັງເກດການຂອງທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ພ້ອມດ້ວຍຄະນະ, ເຊີ່ງປີນີ້ມີນັກຮຽນ ລົງທະບຽນເຂົ້າຮ່ວມສອບເສັງທັງຫມົດ 7.441 ຄົນ ໂດຍແບ່ງອອກເປັນ 2 ຄື: ກຸ່ມ A ມີຜູ້ລົງ ທະບຽນສອບເສັງ 2.284 ຄົນ ແລະ ກຸ່ມ B ມີຜູ້ລົງທະບຽນສອງເສັງ 5.155 ຄົນ. ໃນຈໍານວນຜູ້ລົງທະບຽນສອບເສັງທັງໝົດ ແມ່ນຄັດເລືອກເອົາ 6.688 ຄົນ (ທັງໃນແຜນແລະນອກແຜນ).

ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ໃຫ້ສໍາພາດວ່າ: ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ສາຍທໍາມະຊາດ ສອບເສັງວິຊາຄະນິດ ສາດ A, ຟິຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ ແລະ ພາສາອັງກິດ. ສ່ວນກຸ່ມ B, ສາຍສັງ ຄົມ ສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ ແລະ ພາສາອັງ ກິດ. ສໍາລັບຫລັກສູດກຸ່ມ A ມີ 59 ສາຂາ ແລະ ກຸ່ມ B ມີ 51 ສາຂາ. ສໍາລັບຫລັກສູດທີ່ນັກຮຽນລົງທະບຽນສອບເສັງເຂົ້າສຶກສາຫລາຍກວ່າຫມູ່ ແມ່ນດ້ານ IT, ພາສາຈີນ, ພາສາອັງ ກິດ, ກົດຫມາຍ, ເສດຖະສາດ ແລະ ອື່ນໆ; ສຳລັບສົກສຶກສານີ້ ແມ່ນສອບເສັງຢູ່ຈຸດດຽວຄື ວິທະຍາເຂດດົງໂດກ ໂດຍແບ່ງດັ່ງນີ້: ກຸ່ມ A ມີສາມຈຸດ ລວມທັງໝົດ 90 ຫ້ອງ ແລະ ກຸ່ມ B ມີ 7 ຈຸດ ລວມທັງໝົດ 234 ຫ້ອງ (ແຕ່ລະຫ້ອງສອບເສັງມີກຳມະການຄວບຄຸມຫ້ອງເສັງຫ້ອງລະ 2 ທ່ານ ຕໍ່ນັກຮຽນ 20 ຄົນ).

ສ່ວນການກວດບົດສອບເສັງແມ່ນນໍາໃຊ້ໂປຣແກຣມຄອມພີວເຕີ ໂດຍມີຄະນະກໍາມະການ ແລະ ຕົວແທນຈາກກົມສາມັນສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ຕິດຕາມຕະຫລອດໄລຍະດໍາເນີນງານ, ເຊັ່ນດຽວກັບການສັບຊ້ອນນັກຮຽນທີ່ສອບເສັງໄດ້ເພື່ອເຂົ້າສຶກສາຫລັກສູດຕ່າງໆ ຂອງ ມຊ ກໍມີຕົວແທນຈາກພາກສ່ວນຕ່າງໆຕິດຕາມຕະຫລອດໄລຍະດໍາເນີນງານ ເຊີ່ງທຸກຂະບວນການສາມາດກວດສອບໄດ້.

ສໍາລັບການປະກາດຜົນການສອບເສັງຢ່າງເປັນທາງການ ຈະມີຂຶ້ນກ່ອນວັນທີ 31 ສິງຫາ 2023, ຫຼັງຈາກນັ້ນ ນັບແຕ່ວັນທີ 4 ກັນຍາ 2023 ຈະໃຫ້ນັກຮຽນທີ່ສອບເສັງໄດ້ມາລົງທະບຽນເຂົ້າສຶກສາປີທີ 1 ແລະ ຄາດວ່າເລີ່ມແຕ່ວັນທີ 2 ຕຸລາ 2023 ຈະເລີ່ມຕົ້ນເຂົ້າຮຽນພາກຮຽນທີ I ຂອງສົກສຶກສາ 2023-2024 ຢ່າງເປັນທາງການ.

ພາບບັນຍາກາດ