Select your language

ໃນຕອນບ່າຍ ວັນທີ 18 ສິງຫາ 2023 ຜ່ານມາ, ສະຖານເອກອັກ ທູດ ສປ ຈີນ ປະຈຳ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ເປີດຫ້ອງອ່ານຂອງສະຖານທູດ ສປ ຈີນ ທີ່ຫໍສະໝຸດກາງ ມຊ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ລຽງ ຕ້າຈ່ອງ (Mr. Liang Dazong) ທີ່ປຶກສາເເຫ່ງສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ຂອງ ມຊ ເຂົ້າຮ່ວມ.

          ໃນໂອາກາດດັ່ງກ່າວ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ໃຫ້ສຳພາດກັບສື່ມວນຊົນວ່າ: ພາຍຫຼັງທີ່ເປີດນຳໃຊ້ຫ້ອງສະໝຸດນີ້ແລ້ວ ນັກສຶກສາ, ຜູ້ທີ່ມີຄວາມສົນໃຈ ກ່ຽວກັບປະເທດຈີນ ກໍສາມາດເຂົ້າມານຳໃຊ້ຫ້ອງສະໝຸດດັ່ງກ່າວ ເຂົ້າໃນການສຶກສາຄົ້ນຄວ້າກ່ຽວກັບພາສາຈີນ, ວັດທະນະທຳຈີນ ເຊິ່ງປັດຈຸບັນ ພາສາຈີນ ກໍາລັງເປັນທີນິຍົມໃນສັງຄົມລາວ, ເຊິ່ງຫໍສະໝຸດຈະໄດ້ຮີບໂຮມປຶ້ມຕ່າງໆທີ່ກ່ຽວກັບ ສປ ຈີນ ໂດຍສະເພາະ ເຊິ່ງມີຫຼາຍກວ່າ 1000 ເຫຼັ້ມ ໄດ້ເປີດໃຫ້ບໍລິການແຕ່ວັນ ຈັນ ຫາ ວັນສຸກ ເລີ່ມແຕ່ເວລາ 8:00 ໂມງເຊົ້າ ຫາ 16:00 ໂມງແລງ ທີ່ຫໍສະໝຸດກາງ ມຊ (ຊັ້ນ3).

          ນອກຈາກ ຫ້ອງສະໝຸດດັ່ງກ່າວຈະມີປື້ມອ່ານແລ້ວ ຍັງມີຄອມພິວເຕີ ແລະ ອຸປະກອນອຳນວຍຄວາມສະດວກຕ່າງໆເພື່ອໃຫ້ຜູ້ເຂົ້າມານຳໃຊ້ໃນການຄົ້ນຄວ້າຫາຂໍ້ມູນ ບໍ່ວ່າຈະເປັນການຂຽນບົດຈົບຊັ້ນຂອງນັກສຶກສາ, ການເຮັດບົດຄົ້ນຄວ້າ ແລະອື່ນໆ.

ພາບບັນຍາກາດ