Select your language

ມຊ ແລະມະຫາວິທະຍາໄລ ສະຕຣີຊຸກມຽງ ສ.ເກົາຫຼີ ຈັດເຝິກອົບຮົມ ພາຍໃຕ້ໂຄງການ “2023 UNESCO-UNITWIN Digital and Leadership Local Training ’’

      ໃນລະຫວ່າງວັນທີ 21-25 ສິງຫາ 2023 ສູນເຄືອຂ່າຍຂໍ້ມູນຂ່າວສານແມ່ຍິງອາຊີ - ປາຊີຟິກ, ມະຫາວິທະຍາໄລສະຕຣີຊຸກມຽງ ( Asai Pacific Women’s Information Network Center: APWINC of Sookmyung Women’s University ) ສ.ເກົາຫຼີ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການເຝິກອົບຮົມ ພາຍໃຕ້ໂຄງການ “2023 UNESCO-UNITWIN Digital and Leadership Local Training’’ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າຫ້ອງການ, ມີຜູ້ຕາງໜ້າຈາກ ມະຫາວິທະຍາໄລ ສະຕຣີຊຸກມຽງ ສ.ເກົາຫຼີ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງທັງສອງຝ່າຍ ແລະນັກສຶກສາເຂົ້າຮ່ວມ.

      ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້, ແມ່ນເພື່ອເປີດໂອກາດໃຫ້ນັກສຶກສາຍິງ ມຊ ມີຄວາມຮູ້-ຄວາມເຂົ້າໃຈ ດ້ານໄອທີ-ດິຈິຕ້ອນ, ຄວາມເປັນຜູ້ນຳ ແລະທັກສະອື່ນໆເຊິ່ງມີນັກສຶກສາຍິງຈາກ ມຊ ຊັ້ນຮຽນປີທີ 1-ປີທີ 4 ໃນ 10 ຄະນະວິຊາ ຈໍານວນ 85 ຄົນ ແລະຕົວແທນນັກສຶກສາຈາກ ສ.ເກົາຫຼີ ເຂົ້າຮ່ວມ 11 ຄົນເຂົ້າຮ່ວມ. ໃນໄລຍະການເຝິກອົບຮົມ ແມ່ນມີການແຂ່ງຂັນການນໍາສະເໜີບົດພາຍໃຕ້ຫົວຂໍ້ຂອງງານ, ທີມທີ່ຊະນະເລີດໄດ້ຮັບທຶນການສຶກສາໄປເຝິກອົບຮົມ ທີ່ ມະຫາວິທະຍາໄລສະຕີຊຸກມຽງ, ສ.ເກົາຫຼີ ໄລຍະ 1 ອາທິດ ໃນເດືອນ ພະຈິກ 2023 ສໍາລັບການແຂ່ງຂັນນໍາສະເໜີບົດ, ນັກສຶກສາສາມາດຈັດກຸ່ມກັນເອງໄດ້ ຫຼື ໃຫ້ຄະນະຮັບຜິດຊອບຈັດເຝິກອົບຮົມຊ່ວຍຈັດໃຫ້ກໍໄດ້ (ກຸ່ມລະ 4 ຄົນ).

ພາບບັນຍາກາດ