Select your language

ໃນຕອນເຊົ້າ ວັນທີ 30 ສິງຫາ 2023 ຜ່ານມານີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບຄະນະຜູ້ແທນ ສະພາຄົ້ນຄວ້າວຽກງານກໍ່ສ້າງພັກກອມມູນິດຈີນ ສປ ຈີນ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ; ເຊິ່ງນໍາໂດຍທ່ານ ຫຼີຈື້ຢົງ ປະທານສະພາຄົ້ນຄວ້າວຽກງານກໍ່ສ້າງພັກ ທົ່ວປະເທດຈີນ ອະດີດຮອງເລຂາພັກ ຄະນະກຳມະການວຽກງານກໍ່ສ້າງພັກ ອົງການອ້ອມຂ້າງສູນກາງພັກ-ລັດ ພ້ອມດ້ວຍຄະນະ ທີ່ຫ້ອງປະຊຸມ ສະຖາບັນຂົງຈື ມຊ, ໂດຍມີ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີຜູ້ອຳນວຍການສະຖາບັນຂົງຈື ຝ່າຍລາວ-ຈີນ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.

ໃນພິທີ ທ່ານ ຮສ.ໂພສີ ທິບດາວັນ ໄດ້ໃຫ້ກຽດກ່າວຕ້ອນຮັບ ຄະນະຜູ້ແທນຢ່າງເປັນທາງການ, ພ້ອມທັງໄດ້ຍົກໃຫ້ເຫັນສະພາບລວມໂດຍຫຍໍ້ຂອງ ມຊ, ການຮ່ວມມືລະຫວ່າງ ມຊ ແລະບັນດາສະຖາບັນການສຶກສາ ກໍຄື ມະຫາວິທະຍາໄລຕ່າງໆຂອງ ສປ ຈີນ; ຈາກນັ້ນທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍ

ການສະຖາບັນຂົງຈືຝ່າຍລາວ ໄດ້ລາຍງານໃຫ້ຮູ້ເຖິງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນຂົງຈືຕະຫຼອດໄລຍະຜ່ານມາ. ນັບແຕ່ປີ 2010 ເປັນຕົ້ນມາຈົນເຖິງປັດຈຸບັນສະຖບັນຂົງຈື ມຊ ໄດ້ເຝິກອົບຮົມ ສ້າງພະນັກງານ, ຄູ-ອາຈານ, ບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 26 ຊຸດ ລວມທັງໝົດ 32.612 ຄົນ, ນອກນັ້ນ ຍັງໄດ້ເຝິກອົບຮົມໃຫ້ບັນດາພະນັກງານ ທັງພາກລັດ-ເອກະຊົນ, ກະຊວງ, ອົງການຕ່າງໆທັງໝົດ 456 ເທື່ອຄົນ, ໄດ້ເຝິກອົບຮົມພາສາຈີນສົ່ງຄູ-ອາຈານໄປສອນທີ່ໂຮງຮຽນມັດທະຍົມ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ເຝິກອົບຮົມໃຫ້ຄູ-ອາຈານ, ພະນັກງານທີ່ສອນພາສາຈີນ ຄູທ້ອງຖິ່ນຢູ່ 9 ແຂວງພາກເໜືອ. ນັບແຕ່ເປີດສະຖາບັນຂົງຈືມາເຖິງປັດຈຸບັນ ລັດຖະບານ ສປ ຈີນ ໄດ້ສົ່ງພະນັກງານ, ຄູ-ອາຈານມາຊ່ວຍສອນຈຳນວນ 590 ຄົນ, ປີນີ້ໄດ້ສົ່ງຄູ-ອາຈານມາຊ່ວຍສອນຈຳນວນ 29 ຄົນ, ການຮັບນັກສຶກສາ ສະຖາບັນຂົງຈືແມ່ນຂຶ້ນນໍາໂຕເລກຂອງຄູ ຖ້າປີໃດລັດຖະບານຈີນສົ່ງຄູອາຈານມາຊ່ວຍສອນຫຼາຍ ກໍຮັບນັກຮຽນໄດ້ຫຼາຍຂຶ້ນ, ສະຖາບັນຂົງຈືຢູ່ ມຊ ເປັນສະຖາບັນຂົງຈື ທີ່ໃຫຍ່ທີ່ສຸດໃນໂລກ, ສະຖາບັນຂົງຈື ນັບມື້ໄດ້ຮັບການພັດທະນາກ້າວໜ້າ ເຂັ້ມແຂງ ທັນສະໄໝຂຶ້ນໄປເລື້ອຍໆ.

ພາບບັນຍາກາດ