Select your language

ໃນຕອນເຊົ້າວັນທີ 29 ສິງຫາ 2023 ຜ່ານມາ, ສະຫະພັນກຳມະບານ ຮາກຖານສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານການເຄື່ອນໄຫວຂອງຮາກຖານຕົນ ໄລຍະ 5 ປີ (2018-2013) ຂຶ້ນທີ່ ຫ້ອງປະຊຸມ ຊັ້ນສອງ ສະໂມສອນໃຫຍ່ ມຊ; ໂດຍການເປັນປະທານຂອງ ສະຫາຍ ບຸນມີ ພິພັກຂະວົງ ຮອງປະທານສະຫະພັນມະບານ ມຊ, ສະຫາຍ ນາງ ບຸນນຳ ຊົມວິມານ ປະທານ ສະຫະພັນກຳມະບານ ຮາກຖານ ສຳນັກງານອະທິການບໍດີ ພ້ອມດ້ວຍປະທານສະຫະພັນແມ່ຍິງ ແລະຊາວໜຸ່ມ ຮາກຖານສຳນັກງານອະທິການບໍດີ, ແຂກຖືກເຊີນ, ສະມາຊິກກຳມະບານທົ່ວຮາກຖານເຂົ້າຮ່ວມ.

      ໃນພິທີ ສະຫາຍ ນາງ ບຸນນຳ ຊົມວິມານ ໄດ້ຂຶ້ນຜ່ານບົດສະຫຼຸບ ວຽກງານການເຄື່ອນໄຫວຂອງກຳມະບານ ຮາກຖານສໍານັກງານອະທິການບໍດີ ໃນໄລຍະ 5 ປີທີ່ຜ່ານມາ ຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ກ່າວບາງຕອນວ່າ: ກໍາມະບານຮາກ​ຖານ ສໍານັກງານອະທິການບໍດີ ມຊ ​ປະກອບ​ມີ 13 ໜ່ວຍ​ກໍາມະບານ​ທີ່​ຂຶ້ນ​ກັບ​, ໃນໄລຍະຜ່ານມາ ກໍາມະບານຮາກຖານສຳນັກງານ ໄດ້ເອົາໃຈໃສ່ເບິ່ງແຍງສິດຜົນປະໂຫຍດ ຂອງສະມາຊິກກຳມະບານ ໂດຍສະເພາະແມ່ນວຽກງານສະຫວັດດີການ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ຄະນະກຳມະບານຮາກຖານ ແລະບັນດາສະມາຊິກກຳມະບານໃນສຳນັກງານ ໄດ້ໃຫ້ຄວາມໃກ້ຊິດ ແລະໃຫ້ກຳລັງໃຈ ແລະມອບເງິນອຸດໜູນແກ່ ສະມາຊິກກຳມະບານຕາມເງື່ອນໄຂ ລະບຽບຂອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ; ດ້ານວຽກງານປັບປຸງການຈັດຕັ້ງ ແລະຂະຫຍາຍ ສະມາຊິກກໍາມະບານຂັ້ນຮາກຖານໄດ້ມີການແບ່ງວຽກຊັບຜິດຊອບ ແລະຊີ້ນຳບັນດາໜ່ວຍທີ່ຂຶ້ນກັບຮາກຖານ, ໄດ້ມີການປັບປຸງກົງຈັກການຈັດຕັ້ງຂັ້ນໜ່ວຍ, ຄະນະກຳມະບານຮາກຖານໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານການປັບປຸງ ແລະ ຂະຫຍາຍສະມາຊິກ  ກຳມະບານ ແຕ່ເນື່ອງຈາກວ່າ ຮາກຖານ ສໍານັກງານອະທິການບໍດີ ເປັນຮາກຖານທີ່ມີແຕ່ພະນັກງານ, ໃນໄລຍະຜ່ານມາ ໄດ້ຈັດຕັ້ງຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານລາວ ພຽງ 2 ຄັ້ງ ຈໍານວນ 3 ສະຫາຍ ເປັນຕົ້ນ.

      ຈາກນັ້ນ ໃນພິທີຍັງໄດ້ມີການປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານງານສະຫະພັນກໍາມະບານຮາກຖານ ສຳນັກງານອະທິການບໍດີ ມຊ ຊຸດໃໝ່; ເຊິ່ງຜ່ານການຄັດເລືອກທີ່ປະຊຸມ ໄດ້ເລືອກ ສະຫາຍ ນາງ ບຸນນຳ ຊົມວິມານ ເປັນປະທານ, ສະຫາຍ ນາງ ຈອມມະນີ ທຳມະວົງສາ ເປັນຮອງ, ສະຫາຍ ບຸນຊວງ ປັນຍາທອງ ເປັນປະທານກວດກາ, ສະຫາຍ ເກດສັກດາ ຄຳສຸວັນນົງ ແລະສະຫາຍ ພິລະກອນ ແສງດາລາ ເປັນຄະນະ.

ພາບບັນຍາກາດ