Select your language

ໃນວັນທີ 31 ສິງຫາ 2023 ມູນນິທິອາຊຽນ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດໄດ້ຈັດການແຂ່ງຂັນແນວຄວາມຄິດວິທະຍາສາດ ASEAN DSE (ASEAN Data Science Explorers National) ໃນຫົວຂໍ້: “ຊາວໜຸ່ມໃນວັນນີ້ເພື່ອໃນອະນາຄົດ” ທີ່ຫ້ອງປະຊຸມສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ Eci Ernawati ຜູ້ຕາງໜ້າຈາກ ASEAN DSE ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະນ້ອງໆນັກຮຽນເຂົ້າຮ່ວມ.

ໂຄງການ ASEAN DSE ເປັນການແຂ່ງຂັນການວິເຄາະຂໍ້ມູນລະດັບພາກພື້ນ ເຊິ່ງມີຈຸດປະສົງເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງໄວໜຸ່ມໃນຂົງເຂດປະຊາຄົມອາຊຽນ, ເຊິ່ງຈະເຮັດໃຫ້ຊາວໜຸ່ມອາຊຽນທັງໝົດມີບົດບາດສຳຄັນໃນການແກ້ບັນຫາເສດຖະກິດ-ສັງຄົມໃນປັດຈຸບັນ ທີ່ກຳລັງປະເຊີນຢູ່ ແລະ ຊ່ວຍໃນການປ່ຽນແປງບັນຫາໃນທາງທີ່ຖືກຕ້ອງ, ໂດຍໄດ້ຮັບການເຫັນດີຈາກຜູ້ນຳອາຊຽນ 10 ປະເທດ ພາຍຫຼັງກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ໃນປີ 2017 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ ຈຶ່ງໄດ້ເລີ່ມຕົ້ນໂຄງການດັ່ງກ່າວເຊິ່ງເປັນການຮ່ວມມືກັນລະຫວ່າງ ASEAN DSE  ແລະ  SAP  ມີບົດບາດສຳຄັນໃນການສ້າງໄວໜຸ່ມໃຫ້ກາຍເປັນຜູ້ນຳ ແລະ ຜູ້ປ່ຽນແປງໃໝ່ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງໃນປະເທດສະມາຊິກອາຊຽນ.

ການແຂ່ງຂັນຄັ້ງນີ້ ມີທີມທີ່ເຂົ້າຮ່ວມທັງໝົດ 7 ທີມ, ຜົນການແຂ່ງຂັນ ທີມທີ່ຊະນະເລີດໄດ້ແກ່: ASEAN DSE WINNER  ຈາກໂຮງຮຽນມັດທະຍົມສົມບູນປາດຖະໜາ; ອັນດັບທີ 2 ໄດ້ແກ່ທີມ ChangeMaker  ຈາກມະຫາວິທະຍາໄລແຫ່ງຊາດ ແລະອັນດັບທີ 3 ໄດ້ແກ່ທີມ Team Think For A Better World ມາຈາກໂຮງຮຽນມັດທະຍົມສົມບູນວິລະຖາວອນ.

ພາບບັນຍາກາດ