Select your language

ໃນຕອນເຊົ້າ ວັນທີ 1 ກັນຍາ 2023 ຜ່ານມາ, ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະຖາເນື່ອງໂອກາດວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909 – 13 ກໍະກົດ 2023) ໂດຍການປາຖະກະຖາຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ຄຳເຟືອງ ລໍວັນໄຊ  ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫ້ອງການຈັດຕັ້ງ ແລະພະນັກງານ, ຄູ-ອາຈານຄະນະວິຊາຕ່າງໆອ້ອມຂ້າງ ມຊ ຈໍານວນ 290 ທ່ານເຂົ້າຮ່ວມ.

      ໃນໂອກາດນີ້ ທ່ານ ນາງ ວິລະວອນ ພັນທະວົງ ໄດ້ຂຶ້ນປາຖະກະຖາ, ບາງຕອນທ່ານກ່າວວ່າ: ທ່ານປະທານ ສຸພານຸວົງ ກໍາເນີດໃນຄອບຄົວເຊື້ອເຈົ້າ ທີ່ມີຄວາມພ້ອມພຽງທາງດ້ານຕ່າງໆ ໃນການດໍາລົງຊີວິດ, ແຕ່ເພິ່ນໄດ້ເສຍສະຫຼະມາເປັນສາມັນຊົນ, ນໍາພາຕໍ່ສູ້ກັບຈັກກະພັດ ລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ເພື່ອກອບກູ້ເອກະລາດຂອງຊາດ. ໃນຊີວິດເຍົາໄວ ເພິ່ນກໍເປັນຄົນດຸໝັ່ນຂະຫຍັນຮໍ່າຮຽນ ແລະ ມີພອນສະຫວັນຫຼາຍດ້ານ. ເມື່ອໄດ້ອອກໄປສຶກສາຕໍ່ຢູ່ຕ່າງປະເທດ, ປະທານ ສຸພານຸວົງ ໄດ້ສຸມທຸກສະຕິປັນຍາເພື່ອຄົ້ນຄວ້າຮໍ່າຮຽນ, ຍ້ອນແນວນັ້ນ ເພິ່ນຈຶ່ງມີຄວາມສາມາດຮູ້ຫຼາຍພາສາ; ພາຍຫຼັງສຳເລັດການ ສຶກສາກັບມາປະຕິບັດໜ້າທີ່ວຽກງານຢູ່ລາວ, ເພິ່ນແມ່ນວິສະວະກອນດ້ານຂົວທາງຄົນທໍາອິດເຮັດວຽກກັບພວກຝຣັ່ງ  ແລະໄດ້ສຳເລັດ ການກໍ່ສ້າງຂົວ-ທາງ ຫຼາຍແຫ່ງຢູ່ອິນດູຈີນ. ສະເພາະຢູ່ລາວ ກໍແມ່ນຂົວຂ້າມນໍ້າເຊບັງຫຽງ ຢູ່ແຂວງ ສະຫວັນນະເຂດ. ໃນເວລາຮັບໜ້າທີ່ວຽກງານຢູ່ຫວຽດນາມ, ກໍາປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫຼາຍຢ່າງ ອັນເປັນທີ່ຍອມຮັບ ໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະເຮັດແທ້-ທໍາຈິງ. ສິ່ງສຳຄັນທີ່ສຸດແມ່ນເພິ່ນໄດ້ສຳຜັດຮູ້ເຫັນພຶດຕິກໍາ ຕົວຈິງ ແລະ ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ສະພາບແນວຄິດຈິດໃຈຂອງເພິ່ນ ແລະຈໍາເປັນຕ້ອງເລືອກເອົາເສັ້ນທາງເດີນແຫ່ງຊີວິດຄື ການກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນໍາເອົາອິດສະຫຼະພາບ ແລະສິດເປັນເຈົ້າ ມາໃຫ້ປະຊາຊົນລາວ ບັນດາເຜົ່າ. ໃນຂະບວນການຕໍ່ສູ້ ເພື່ອກອບກູ້ເອກະລາດ ມາໃຫ້ແກ່ປະເທດຊາດ  ແລະປະຊາຊົນ ນັບຕັ້ງແຕ່ປີ 1945 ຈົນຮອດມື້ປົດປ່ອຍປະເທດຊາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975; ພາຍໃຕ້ການນໍາພາຂອງພັກ, ປະທານ ສຸພານຸວົງ ພ້ອມກັບຜູ້ນໍາພັກປະຊາຊົນ ປະຕິວັດລາວ ແລະປວງຊົນລາວບັນດາເຜົ່າ ຕໍ່ສູ້ຢ່າງບໍ່ຮູ້ອິດເມື່ອຍ ແລະເຕັມໄປດ້ວຍຄວາມເສຍສະຫຼະອັນສູງສົ່ງທີ່ສຸດ, ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວທີ່ສຸດ, ເປັນການຕໍ່ສູ້ເອົາເປັນເອົາຕາຍ ລະຫວ່າງກໍາລັງຮັກຊາດ ຂອງພວກເຮົາກັບພວກລ່າເມືອງຂຶ້ນ ແລະລູກແຫຼ້ງຕີນມືຂອງພວກເຂົາ. ວັນທີ 1-2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ເປັນເອກະສັນກັນ ແຕ່ງຕັ້ງທ່ານ ປະທານ ສຸພານຸວົງ ເປັນປະທານປະເທດຄົນທຳອິດ ຂອງ ສປປ ລາວ ແລະເປັນປະທານ ສະພາປະຊາຊົນສູງສຸດ. ນັບແຕ່ປີ 1975-1995, ທ່ານ ປະທານ ສຸພານຸວົງ ໄດ້ນຳພາປະຊາຊົນຜ່ານຜ່າອຸປະສັກຕ່າງໆ ໃນໄລຍະຂ້າມຜ່ານ, ນຳພາປະຊາຊົນ ດຳເນີນພາລະກິດປ່ຽນແປງໃໝ່ ແລະນຳພາປະຊາຊົນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.

 ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະເຫື່ອແຮງຂອງຕົນເພື່ອຊີ້ນຳ-ນຳພາຂະບວນການປະຕິວັດ ລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: “ຊື່ສຽງ ຮຽງນາມ ຂອງສະຫາຍ ໄດ້ພົ້ນເດັ່ນ ຂຶ້ນໃນຖານະທີ່ເປັນນັກຮົບຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫຼອດ ມາໂດຍບໍ່ງໍ້ງ່ຽງຕໍ່ຄວາມລຳບາກ, ຄວາມເສຍສະຫຼະໃດໆ ແລະບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍຕໍ່ສູ້ ເພື່ອອຸດົມຄະຕິ ປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະຄວາມຢູ່ດີ-ກິນດີຂອງປະຊາຊົນ…”. ປະທານສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າ ຍືນຍົງໃນດວງໃຈຂອງ​ປວງ​ຊົນ​ລາວ​ທັງ​ຊາດ!

ພາບບັນຍາກາດ