Select your language

ໃນວັນທີ 8 ພຶດສະພາ 2024 ຜ່ານມາ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດປະຖົມນິເທດໃຫ້ກັບນັກສຶກສາປີທີ 1 ທົ່ວ ມຊ ໂດຍການເຂົ້າຮ່ວມຂອງທ່ານ ອຈ. ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ມີທ່ານ ນາງ ສີພາ ພົງສະຫວັນ ຮັກສາການຜູ້ອຳນວຍການຫໍສະໝຸດກາງ ມຊ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ກິດຈະກຳປະຖົມນິເທດກ່ຽວກັບຫໍສະໝຸດກາງ ໃຫ້ກັບນັກສຶກສາ ແມ່ນເປັນວຽກງານໜື່ງທີ່ສຳຄັນເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ ແລະເຂົ້າໃຈກ່ຽວກັບຫໍສະໝຸດທີ່ເປັນແຫຼງສຶກສາຄົ້ນຄວ້າ ກ່ຽວກັບຕຳລາຮຽນ, ບົດຄວາມ ແລະປື້ມຕ່າງໆທີ່ກ່ຽວຂ້ອງກັບບົດຮຽນ ພ້ອມທັງເປັນການປູກຈິດສຳນຶກໃນການອ່ານ, ສົ່ງເສີມການສຶກສາຄົ້ນຄວ້າ ແລະໃຫ້ນັກສຶກສາຮູ້ຈັກການເຂົ້າເຖິງແຫຼງຂໍ້ມູນທີ່ຕິດພັນກັບການສຶກສາ ມຊ. ສຳລັບ ນັກສຶກສາທີ່ເຂົ້າຮ່ວມປະຖົມນິເທດໃນຄັ້ງນີ້ມີທັງໝົດ 4,316 ຄົນ ເຊິ່ງຈະໄດ້ເລີ່ມປະຖົມນິເທດແຕ່ວັນທີ 13-15 ພຶດສະພາ 2024ນີ້.