Select your language

ໃນຕອນບ່າຍ ວັນທີ 21 ພຶດສະພາ 2024, ທ່ານ ລີ ໂຢງ ໂຢງ (Mr. Lee Yoong Yoong) ຈາກ ກອງເລຂາອາຊຽນ (ASEAN Secretariat) ໄດ້ມາບັນຍາຍພິເສດ ພາຍໃຕ້ໂຄງການ The ASEAN Goes to School ໂດຍໄດ້ນໍາສະເໜີກ່ຽວກັບ ປະຫວັດຄວາມເປັນມາຂອງ ປະຊາຄົມອາຊຽນ ແລະ ການເຄື່ອນໄຫວວຽກງານຂອງ ກອງເລຂາອາຊຽນ. ງານດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງອະເນກປະສົງ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ; ໂດຍການເປັນປະທານຂອງ ທ່ານ ພູວົງ ພິມມະກອງ, ຫົວໜ້າ ຫ້ອງການພົວພັນຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ແລະ ມີຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ພະນັກງານ-ຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຮັບຟັງທັງໝົດ 100 ທ່ານ.

ພາບບັນຍາກາດ