Select your language

ໃນຕອນເຊົ້າ ວັນທີ 23 ພຶດສະພາ 2024 ຜ່ານມານີ້, ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ໄດ້ຈັດພິທີເປີດຫ້ອງບໍລິການໃຫ້ຄໍາປຶກສາ ຂຶ້ນທີ່ ຕຶກ G ຄສສ ໂດຍການເປັນປະທານຮ່ວມຂອງທ່ານ ອຈ. ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ທ່ານ Dr. Bakhtiyor Kadyrov ຕາງໜ້າຈາກອົງການ UNFPA, ເຂົ້າຮ່ວມມີ ທ່ານ ປອ. ນາງ ກົງສີ ຈຸນລະມະນີ ຮັກສາການ ຄສສ, ມີທ່ານຕາງໜ້າຈາກຫ້ອງການນານາຊາດເພື່ອການສຶກສາຜູ້ໃຫຍ່ ຂອງເຢຍລະມັນ (DVVI), ບັນດາກົມ, ສູນ, ສະຖາບັນ, ໂຮງຮຽນ, ໂຮງໝໍ, ສະມາຄົມ, ບັນດາຫ້ອງການ, ຄະນະວິຊາ ທົ່ວ ມຊ ແລະ ຕົວແທນຈາກອົງການຈັດຕັ້ງຕ່າງໆ ພ້ອມດ້ວຍພະງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາຈາກ ຄສສ ເຂົ້າຮ່ວມ.  

ການໃຫ້ຄໍາປຶກສາ ຖືເປັນວຽກງານໜຶ່ງທີ່ສໍາຄັນ ແລະມີຄວາມຈໍາເປັນຫຼາຍເພື່ອຈະຊ່ວຍເຫຼືອ ແລະສົ່ງເສີມໃຫ້ໄວໜຸ່ມນັກຮຽນ,​ ນັກສຶກສາ, ພະນັກງານເຂົ້າໃຈຕົນເອງ ແລະພັດທະນາສັກກະຍະພາບຂອງຕົນເອງຢ່າງເຕັມທີ່ ຕະຫຼອດໄລຍະທີ່ກໍາລັງສຶກສາຮໍ່າຮຽນ ຫຼື ກໍາລັງເຮັດວຽກພາຍໃນ ມຊ ກໍຄື ບຸກຄົນອື່ນໆ ທີ່ມີຄວາມຕ້ອງການຮັບຄໍາປຶກສາ. ເມື່ອເຫັນໄດ້ເຖິິງຄວາມໝາຍຄວາມສໍາຄັນດັ່ງກ່າວ, ພາກວິິິຊາຄູຈິດຕະວິທະຍາການສຶກສາ ຄສສ ຈຶ່ງໄດ້ມີການປຶກສາຫາລື ແລະປະຊຸມຫຼາຍຄັ້ງ ເພື່ອຈະພັດທະນາເນື້ອໃນ ກໍຄື ປຶ້ມຄູ່ມືການໃຫ້ຄໍາປຶກສາດ້ານຈິດຕະສັງຄົມຂຶ້ນ ໂດຍພາຍໃຕ້ການສະໜັບສະໜູນຂອງອົງການ UNFPA. ກິດຈະກໍາທີ່ພົ້ນເດັ່ນທີ່ຂັບເຄື່ອນວຽກງານໃຫ້ຄໍາປຶກສາລວມມີ: ການຮ່ວມມືທາງດ້ານວິຊາການໃນການຈັດຕັ້ງປະຕິບັດແຜນການຮ່ວມມືກັບອົງການ UNFPA ສົກປີ 2017-2021,  ແຜນງານທີ 7 ເພີ່ມການເຂົ້າເຖິງສິດທິພື້ນຖານກ່ຽວກັບສຸຂະພາບຈະເລີນພັນ, ບົດບາດຍິງຊາຍ ແລະເພດສຶກສາລະຫວ່າງ 2022-2026, ກອງປະຊຸມໄດ້ຮັບຟັງການນໍາສະເໜີ ແລະແລກປ່ຽນຂໍ້ມູນກັບສູນໃຫ້ຄໍາປຶກສາ ສູນສຸຂະພາບໄວໜຸ່ມ, ສູນໃຫ້ຄໍາປຶກສາປົກປ້ອງແມ່ຍິງ ແລະເດັກນ້ອຍ, ສູນກາງຊາວໜຸ່ມ; ກອງປະຊຸມໄດ້ປະກອບເນື້ອໃນຫຼັກສູດການໃຫ້ຄໍາປຶກສາດ້ານຈິດຕະ-ສັງຄົມ; ກອງປະຊຸມຮຽບຮຽງເນື້ອໃນຫຼັກສູດ ແລະທົບທວນເນື້ອໃນຫຼັກສູດການໃຫ້ຄໍາປຶກສາດ້ານຈິດຕະ-ສັງຄົມ. ນອກຈາກນັ້ນ, ຍັງມີການຈັດເຝິກອົບຮົມກ່ຽວກັບການໃຫ້ຄໍາປຶກສາໃຫ້ກັບຄູ-ອາຈານ ແລະນັກສຶກສາ ອາສາສະໝັກທີ່ຈະເຮັດວຽກຢູ່ຫ້ອງໃຫ້ຄໍາປຶກສາ.

ການສ້າງຫ້ອງບໍລິການໃຫ້ຄໍາປຶກສາແມ່ນໄດ້ຮັບທຶນສະໜັບສະໜູນຈາກອົງການ UNFPA ເຊິ່ງໄດ້ປັບປຸງເອົາຫ້ອງ G5 ອາຄານ G ຄະນະສຶກສາສາດ ມຊ. ເປັນຫ້ອງບໍລິການໃຫ້ຄໍາປຶກສາ ແລະໄດ້ດໍາເນີນການປັບປຸງມາແຕ່ເດືອນ ມັງກອນປີ 2024 ແລະສໍາເລັດໃນເດືອນພຶດສະພາ 2024 ນີ້; ຈຸດປະສົງເພື່ອໃຫ້ການຊ່ວຍເຫຼືອ ແລະສະເໜີແນະແນວທາງໃນການຫຼຸດຜ່ອນຄວາມວິຕົກກັງວົນຂອງໄວໜຸ່ມ, ສ້າງຄວາມເຂົ້າໃຈ ແລະຮັບຮູ້ໃນຕົນເອງ, ສາມາດເຂົ້າໃຈບັນຫາ ແລະ ຫາທາງອອກໄດ້ຢ່າງເໝາະສົມ, ເພື່ອຊຸກຍູ້ ແລະສະໜັບ-ສະໜູນ ໃຫ້ໄວໜຸ່ມນັກຮຽນ-ນັກສຶກສາໄດ້ພັດທະນາ ຄຸນນະພາບຊີວິດຂອງຕົນເອງໄດ້ຢ່າງມີປະສິດທິພາບ ແລະເພື່ອສົ່ງເສີມສຸຂະພາບຈິດໄວໜຸ່ມນັກຮຽນ-ນັກສຶກສາໃນທົ່ວ ມຊ ກໍຄື ໃນຊຸມຊົນ.

ການບໍລິການໃຫ້ຄໍາປຶກສາມີ 2 ແບບຄື ໃຫ້ຄໍາປຶກສາແບບເຊິ່ງໜ້າ ສາມາດເຂົ້າມາປຶກສາໄດ້ທີ່ຫ້ອງໃຫ້ຄໍາປຶກສາທີ່ຫ້ອງ G5 ອາຄານ G ຄະນະສຶກສາສາດ ມຊ ແລະ ສາມາດໃຫ້ຄໍາປຶກສາແບບອອນລາຍໄດ້ທາງ ເບີ ວອດແອັບ 020 9289 1470, 020 9288 4130.

ພາບບັນຍາກາດ