Select your language

ໃນຕອນບ່າຍ ວັນທີ 23 ພຶດສະພາ 2024 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ)  ແລະ ມະຫາວິທະຍາໄລຣາຊະພັດ ນະຄອນລາດຊະສີມາ ຣາຊະອານາຈັກໄທ ລົງນາມບົດບັນທຶກການຮ່ວມມືທາງດ້ານວິຊາການ ເຊິ່ງ ຝ່າຍ ມຊ ລົງນາມໂດຍ ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ;  ຝ່າຍ ມະຫາວິທະຍາໄລ ຣາຊະພັດ ນະຄອນລາດສະສີມາ ລົງນາມໂດຍ ທ່ານ ຮສ. ດຣ. ລັດຖະກອນ ຄິດການ  ຮອງອະທິການບໍດີ, ມີທ່ານ  ຮອງຄະນະບໍດີ ຄອສ, ຮອງຫົວຫນ້າຫ້ອງການພົວພັນຕ່າງປະເທດ, ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການເຂົ້າຮ່ວມ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ.
          ໃນໂອກາດນີ້, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ໄດ້ນຳສະເຫມີສະພາບໂດຍຫຍໍ້ຂອງ ມຊ ໃຫ້ແຂກທີ່ມາຢ້ຽມຢາມໄດ້ຮັບຟັງ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ດ້ານວິໄສທັດທີ່ກວ້າງ ຂອງ ມຊ, ການສ້າງ ແລະ ພັດທະນາ ມຊ ໃຫ້ກາຍເປັນສູນກາງການສຶກາສາຊັ້ນສູງຂອງປະເທດ. ພ້ອມນັ້ນ ມຊ ຍັງມີຫຼັກສູດການຮຽນ-ການສອນທີ່ຫຼາກຫຼາຍ ແຕ່ລະດັບປະລິນຍາຕີ ຮອດ ປະລິນຍາເອກ ແລະຍັງມີຫຼັກສູດນາໆຊາດຢູ່ໃນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ. ສຳລັບປະເທດໄທ ມຊ ມີການລົງນາມການຮ່ວມມືດ້ານວິຊາການ ກັບບັນດາສະຖາບັນ ແລະມະຫາວິທະຍາໄລຕ່າງໆ ທັງໝົດ 43 ສະບັບ; ເຊິ່ງການຮ່ວມມືແມ່ນເນັ້ນໃສ່ ດ້ານການແລກປ່ຽນຄູ-ອາຈານ, ນັກສຶກສາ, ດ້ານການຄົ້ນຄວ້າ ແລະການຈັດກອງປະຊຸມສຳມະນາວິຊາການຮ່ວມກັນ ຫຼື ເວທີແລກປ່ຽນຄວາມຄິດເຫັນເພື່ອນໍາສະເໜີຜົນງານການຄົ້ນຄວ້າສູ່ສັງຄົມ.

ພາບບັນຍາກາດ